ພົບແມວນ້ອຍ 4 ຫູ ເກີດຈາກການກາຍພັນຫາຍາກ

     ພົບລູກແມວຖືກຖິ້ມຢູ່ເທກຊັສທີ່ມີຄວາມພິເສດບ່ອນໃບຫູຂອງມັນທີ່ມີຢູ່ເຖິງ 4 ເບື້ອງ ເຊິ່ງເກີດຈາກຄວາມຜິດປົກກະຕິທາງພັນທຸກໍາ.

     ທ້າຍເດືອນກໍລະກົດຜ່ານມາ, ມີຄົນພົບລູກແມວນ້ອຍຈໍານວນໜຶ່ງຖືກຖິ້ມໄວ້ໃນແກັດທີ່ໃຊ້ສະກັອດຕິດໄວ້ ໂດຍບໍ່ມີການເຈາະຮູເພື່ອໃຫ້ອາກາດຜ່ານເຂົ້າໄປໄດ້ ຢູ່ບ່ອນຈອດລົດແຫ່ງໜຶ່ງຂອງເມືອງແນດວິວ ລັດແທນເນສຊີ.

     ຕໍ່ມາຄົນໃຈບຸນທີ່ຊ່ວຍເປີດແກັດປ່ອຍລູກແມວອອກມາ ໄດ້ພາພວກມັນໄປສັ່ງໃຫ້ລູກເບິ່ງແຍງສັດບໍ່ມີເຈົ້າຂອງ “ທຣູ ເຣສຄິວ” ເມືອງເມົາຈູລຽດ ລັດດຽວກັນ.

     ປາກົດວ່າ: ໃນກຸ່ມລູກແມວເກີດໃໝ່ ເຊິ່ງມີທັງໝົດ 4 ໂຕ ມີຢູ່ໂຕໜຶ່ງທີ່ມີລັກສະນະພິເສດກວ່າໂຕອື່ນໆ ໂດຍມັນມີຫູປົ່ງອອກມາເຖິງ 2 ຄູ່ 4 ເບື້ອງ, ເຈົ້າໜ້າທີ່ຢູ່ສູນເຫັນວ່າຫູຂອງມັນເບິ່ງຄືລໍາໂພງໃນລະບົບສຽງເຊີຣາວ ຈຶ່ງຕັ້ງຊື່ໃຫ້ມັນວ່າ: ອໍດິໂອ.

     ລູກແມວໂຕນີ້ມີນໍ້າໜັກປະມານ 1ກກ ຄາດວ່າມີອາຍຸປະມານ 2 ເດືອນ, ເຈົ້າໜ້າທີ່ຈາກສູນທຣູ ເຣສຄິວ ອະທິບາຍວ່າ: ການທີ່ມັນຫູປົ່ງອອກມາ 4 ເບື້ອງນັ້ນເກີດຈາກການກາຍພັນທາງພັນທຸກໍາ ເຊິ່ງຫາໄດ້ຍາກ, ແຕ່ບໍ່ມີອັນຕະລາຍໃດໆຕໍ່ສຸຂະພາບຂອງສັດ.

     ພາຍຫລັງສັດຕະວະແພດກວດຮ່າງກາຍຂອງ ອໍດິໂອ ແລ້ວ ກໍຢືນຢັນວ່າສຸຂະພາບຂອງມັນແຂງແຮງດີ, ປະສາດຮັບຟັງຂອງມັນບໍ່ມີຫຍັງຜິດປົກກະຕິ ແລະ ຕອນນີ້ກໍພ້ອມຈະໃຫ້ຄົນມາຮັບໄປລ້ຽງແລ້ວ.

     ເມື່ອປະມານ 2 ປີກ່ອນເຄີຍມີຄົນພົບແມວທີ່ມີຫູ 4 ເບື້ອງໃນປະເທດຕວກກີ ເປັນແມວສາຍພັນຣັສຊຽນບລູ ຊື່ວ່າ: ໄມດາສ ເຊິ່ງປັດຈຸບັນມີຜູ້ຕິດຕາມບັນຊີອິນສະຕາແກມຂອງມັນຫລາຍກວ່າ 340,000 ຄົນ.