ບັນຍາກາດທາງການເມືອງຢູ່ບັງກະລາເທດ ຈະເກີດຫຍັງຂຶ້ນເມື່ອນາຍົກລັດຖະມົນຕີລາອອກ-ໜີອອກນອກປະເທດ

     ທ່ານ ນາງ ຊີກ ຮາສິນາ ນາຍົກລັດຖະມົນຕີບັງກະລາເທດ ອາຍຸ 76 ປີ ປະກາດລາອອກຈາກຕໍາແໜ່ງ ພາຍຫລັງບໍ່ສາມາດຕ້ານທານກະແສປະທ້ວງຂອງປະຊາຊົນທີ່ນໍາໄປສູ່ເຫດຈະລາຈົນຄັ້ງໃຫຍ່ຂອງປະເທດ ສິ້ນສຸດການຄອງອໍານາດກວ່າ 2 ທົດສະວັດຂອງຜູ້ນໍາຍິງຄົນນີ້ ໂດຍມີລາຍງານວ່ານາງໄດ້ເດີນທາງອອກຈາກປະເທດໄປອິນເດຍແລ້ວໃນວັນທີ 5 ສິງຫາ. ຂະນະທີ່ສື່ອິນເດຍ Times Now ລາຍງານວ່າ: ນາງອາດເດີນທາງຕໍ່ໄປນະຄອນຫລວງລອນດອນຂອງອັງກິດ.

     ພາຍຫລັງຂ່າວດັ່ງກ່າວ, ປະຊາຊົນຈໍານວນຫລາຍໄດ້ອອກມາສະເຫລີມສະຫລອງ. ຂະນະທີ່ບາງສ່ວນບຸກເຂົ້າໄປທໍານຽບນາຍົກລັດຖະມົນຕີ ໂດຍມີລາຍງານວ່າ: ເກີດການປຸ້ນ ແລະ ທໍາລາຍຊັບສິນບາງສ່ວນໃນພື້ນທີ່ດັ່ງກ່າວ. ສ່ວນພາບຈາກໂຊຊຽວມີເດຍເຜີຍໃຫ້ເຫັນກຸ່ມຜູ້ປະທ້ວງຂົນເຟີນີເຈີ້ອອກຈາກທີ່ພັກຂອງນາງ ຮາສິນາ.

     ບັນຍາກາດຢູ່ນະຄອນຫລວງທາກາຂອງບັງກະລາເທດໃນວັນທີ 5 ສິງຫາ ມີລາຍງານວ່າ: ສະຖານີຕໍາຫລວດ ແລະ ອາຄານຂອງລັດຫລາຍແຫ່ງຖືກໂຈມຕີ ແລະ ຈູດທໍາລາຍ. ຂະນະທີ່ຜູ້ປະທ້ວງບາງສ່ວນພະຍາຍາມຈະຮື້ຖອນຮູບປັ້ນຂອງທ່ານ ຊີກ ມູຈິບູ ເຣາະມານ ອະດີດປະທານາທິບໍດີຜູ້ເປັນບິດາຂອງນາງ ຮາສິນາ ໂດຍລັດຖະບານໄດ້ສົ່ງເຈົ້າໜ້າທີ່ທະຫານ ແລະ ຕໍາຫລວດປະຈໍາການໃນຫລາຍພື້ນທີ່ທົ່ວເມືອງຫລວງເພື່ອເບິ່ງແຍງສະຖານະການ, ແຕ່ຢ່າງນັ້ນກໍຍັງມີຜູ້ເສຍຊີວິດຈໍານວນຫລາຍ, ແຕ່ຕົວເລກບໍ່ແນ່ນອນ ໂດຍສໍານັກຂ່າວ AFP ລາຍງານວ່າ: ວັນທີ 5 ສິງຫາ ມີຜູ້ເສຍຊີວິດ 66 ຄົນ. ຂະນະທີ່ສື່ທ້ອງຖິ່ນ Dhaka Tribune ລາຍງານວ່າມີຜູ້ເສຍຊີວິດ 135 ຄົນ.

     ການລາອອກຂອງນາງ ຮາສິນາ ເຮັດໃຫ້ບັງກະລາເທດຜະເຊີນສະພາບສູນຍາກາດທາງການເມືອງ ເຊິ່ງໂດຍປົກກະຕິຈະເປັນການຕໍ່ສູ້ກັນລະຫວ່າງສອງພັກໃຫຍ່ ຄືພັກລັດຖະບານສັນນິບາດອາວາມີ ແລະ ພັກຝ່າຍຄ້ານຊາດນິຍົມບັງກະລາເທດ (Bangladesh Nationalist) ໂດຍບັງກະລາເທດເປັນປະເທດທີ່ຜະເຊີນການລັດຖະປະຫານຫລາຍຄັ້ງ ເຊິ່ງຫລ້າສຸດເກີດຂຶ້ນໃນປີ 2007.

     ພຽງບໍ່ເທົ່າໃດຊົ່ວໂມງຫລັງຈາກນາງ ຮາສິນາ ປະກາດລາອອກ, ປະທານາທິບໍດີ ໂມຮໍາເໝັດ ຊາຮາບຸດດິນ ຂອງບັງກະລາເທດ ໄດ້ສັ່ງປ່ອຍຕົວອະດີດນາຍົກລັດຖະມົນຕີ ຄາເລດາ ເຊຍ ຈາກຄຸກ ຕະຫລອດຈົນນັກສຶກສາທັງໝົດທີ່ຖືກຄວບຄຸມຕົວລະຫວ່າງການປະທ້ວງ.

      ປະທານາທິບໍດີ ຊາຮາບຸດດິນ ກ່າວວ່າ: ທ່ານໄດ້ເປີດກອງປະຊຸມຮ່ວມກັບຜູ້ບັນຊາການທະຫານ ຕະຫລອດຈົນຕົວແທນທາງການເມືອງ ໂດຍລະບຸວ່າຈະມີການຈັດຕັ້ງລັດຖະບານຮັກສາການຊົ່ວຄາວ ແລະ ຈະມີການຈັດການເລືອກຕັ້ງໃໝ່ໂດຍໄວທີ່ສຸດ, ພ້ອມປະກາດຍົກເລີກເຄີຟິວທົ່ວປະເທດເພື່ອໃຫ້ຂະແໜງທຸລະກິດກັບມາເປີດເຮັດວຽກໄດ້ອີກ.

ອ້າງອີງ: