ຄໍາສັ່ງຂອງທ່ານ ທຣໍາ ເຮັດໃຫ້ໂຄງການຢາ HIV-ມາລາເຣຍໃນປະເທດທຸກຍາກຖືກຕັດງົບ

      ສໍານັກຂ່າວຣອຍເຕີລາຍງານໂດຍອ້າງແຫລ່ງຂ່າວວ່າ: ຄະນະບໍລິຫານຂອງປະທານາທິບໍດີ ໂດນັລ ທຣໍາ ໄດ້ອອກຄໍາສັ່ງຢຸດການຈັດສົ່ງຢາຊ່ວຍຊີວິດສໍາລັບຜູ້ຕິດເຊື້ອ HIV, ມາລາເຣຍ ແລະ ວັນນະໂຣກ ລວມທັງອຸປະກອນການແພດສໍາລັບເດັກແລກເກີດ ໄປໃຫ້ປະເທດທີ່ໄດ້ຮັບການຊ່ວຍເຫລືອຈາກອົງກອນເພື່ອການພັດທະນາສາກົນຂອງອາເມລິກາ (USAID) ທົ່ວໂລກ.

       ແຫລ່ງຂ່າວລະບຸວ່າ: ບໍລິສັດຄູ່ສັນຍາ ແລະ ພັນທະມິດທີ່ເຮັດວຽກຮ່ວມກັບອົງການ USAID ເລີ່ມໄດ້ຮັບບັນທຶກໃຫ້ຢຸດການດໍາເນີນງານທັນທີໃນວັນທີ 28 ມັງກອນ. ການດໍາເນີນງານນີ້ເປັນສ່ວນໜຶ່ງຂອງມາດຕະການຢຸດການຊ່ວຍເຫລືອ ແລະ ເງິນທຶນຂອງອາເມລິກາ ທີ່ມີຜົນບັງຄັບໃຊ້ນັບແຕ່ປະທານາທິບໍດີ ທຣໍາ ເຂົ້າຮັບຕໍາແໜ່ງໃນວັນທີ 20 ມັງກອນ ໃນລະຫວ່າງທີ່ມີການທົບທວນໂຄງການຕ່າງໆ.

      ຄີໂມນິກ (Chemonics) ບໍລິສັດທີ່ປຶກສາຂະໜາດໃຫຍ່ຂອງອາເມລິກາ ທີ່ເຮັດວຽກຮ່ວມກັບ USAID ໃນການຈັດຫາຢາປິ່ນປົວພະຍາດຕ່າງໆທົ່ວໂລກ ເປັນໜຶ່ງໃນອົງກອນທີ່ໄດ້ຮັບບັນທຶກດັ່ງກ່າວ ເຊິ່ງຄວບຄຸມວຽກດ້ານ HIV, ມາລາເຣຍ, ວັນນະໂຣກ, ການຄຸມກໍາເນີດ ແລະ ສຸຂະພາບຂອງແມ່ ແລະ ເດັກ.

       “ນີ້ເປັນຫາຍະນະ” ທ່ານ ອາຕຸລ ກາວັນເດ ອະດີດຫົວໜ້າຝ່າຍສາທາລະນະສຸກໂລກຂອງ USAID ທີ່ລາອອກຈາກອົງກອນເມື່ອຕົ້ນເດືອນນີ້ກ່າວ. “ຢາທີ່ບໍລິຈາກນັ້ນສາມາດຊ່ວຍໃຫ້ຜູ້ຕິດເຊື້ອ HIV 20 ລ້ານຄົນຍັງມີຊີວິດຢູ່ໄດ້, ແຕ່ຕ້ອງຢຸດສະງັກນັບແຕ່ຕອນນີ້”.

      ທ່ານ ກາວັນເດ ຍັງເຕືອນວ່າ: ການຢຸດຈ່າຍຢາບໍ່ພຽງເຮັດໃຫ້ຜູ້ຕິດເຊື້ອມີອາການຮຸນແຮງຂຶ້ນ, ແຕ່ໃນກໍລະນີຂອງຜູ້ຕິດເຊື້ອ HIV ຍັງສ່ຽງແຜ່ເຊື້ອສູ່ຄົນອື່ນ ແລະ ອາດເກີດການດື້ຢາ. ນອກຈາກນີ້ ພັນທະມິດອື່ນໆ ກໍໄດ້ຮັບແຈ້ງໃນລັກສະນະດຽວກັນ ສົ່ງຜົນເຮັດໃຫ້ບໍ່ສາມາດຈັດສົ່ງຢາໄປຄລີນິກໄດ້ ເຖິງວ່າຈະມີຢາຢູ່ສາງ ຫລື ເປີດໃຫ້ບໍລິການຄລີນິກທີ່ໄດ້ຮັບທຶນຈາກອາເມລິກາໄດ້ອີກຕໍ່ໄປ.