ນະຄອນຫຼວງວຽງຈັນ ຫາລື ແລະ ກຽມຄວາມພ້ອມຮອບດ້ານ ໃສ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII
ກອງປະຊຸມກຳມະການເຕັກນິກກິລາທົ່ວປະເທດ ມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫລວງວຽງຈັນ 2025 ໄດ້ຈັດຂຶ້ນໃນວັນທີ 3 ພະຈິກ 2025 ທີ່ນະຄອນຫລວງວຽງຈັນ ເພື່ອປຶກສາຫາລື, ປະກອບຄຳຄິດຄຳເຫັນ ໃສ່ບົດລາຍງານຂອງແຕ່ລະອະນຸກຳມະການ ແນໃສ່ກະກຽມຄວາມພ້ອມຮອບດ້ານ ໃນມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫລວງວຽງຈັນ ຊຶ່ງຈະຈັດຂຶ້ນລະຫວ່າງ…









