ກິລາ “ສາມັກຄີ ມີວິໄນ ໂປ່ງໃສ ໄດ້ການພັດທະນາ’’
ໂດຍ: ຜາຕຸງ
ໃນທ້າຍເດືອນພະຈິກ ປີ 2025 ນີ້ ນະຄອນຫລວງວຽງຈັນໄດ້ເປັນເຈົ້າພາບ ຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ພາຍໃຕ້ຄຳຂວັນ “ສາມັກຄີ ມີວິໄນ ໂປ່ງໃສ ໄດ້ການພັດທະນາ’’ ມີການຊີງໄຊ1,252 ຫລຽນຄຳ; 1,252 ຫລຽນເງິນ ແລະ 1,821 ຫລຽນທອງ, ເຊິ່ງຈະຈັດຂຶ້ນແຕ່ວັນທີ 15-25 ພະຈິກ ປີ2025ນີ້, ໃນນີ້ມີ 3 ອົງປະກອບຫລັກຄື: ພະທາດຫລວງວຽງຈັນ, ສາຍແມ່ນໍ້າຂອງ ແລະ ເນື້ອໃນທີ່ສະແດງ ເຖິງຄັ້ງໃນການຈັດ ແລະ ຜູ້ທີ່ເປັນ ເຈົ້າພາບ. ສ່ວນສັດນໍາໂຊກ ແມ່ນ ນົກຍຸງ, ງານມະຫາກຳກິລາແຫ່ງຊາດຄັ້ງທີ XII ໄດ້ກຳນົດເອົາ 33 ປະເພດ ກິລາ ແລະ ມີການສາທິດ 1 ປະເພດກິລາ (ກິລາເບສບອນ).
ໃນຈຳນວນ 33 ປະເພດກິລາທີ່ຈະແຂ່ງຂັນນີ້ ມີທັງກິລາເປີດກວ້າງ ແລະ ຈຳກັດຜູ້ເຂົ້າແຂ່ງນັກທີ່ບັນຈຸໃນທີມຊາດ, ໃນນັ້ນປະເພດກິລາທີ່ເປີດກວ້າງບໍ່ຈໍາກັດ ມີ 11 ປະເພດ ເຊັ່ນ: ເປຕັງ,ປິງປອງ, ເທັນນິດ, ໝາກຂ່າງ, ຊ່ວງເຮືອ, ໜ້າເກັກ, ໝາກເສິກ, ໝາກແລ້, ກັອຟ, ຊັອບເທັນນິດ ແລະ ຍົກນໍ້າໜັກ. ປະເພດຈໍາກັດນັກກິລາທີມຊາດ ເຂົ້າຮ່ວມແຂ່ງຂັນ ມີ 17 ປະເພດຄື: ບານເຕະ, ລອຍນໍ້າ, ມວຍລາວ, ມວຍສາກົນ, ກາຣາເຕໂດ, ຢູໂດ, ດອກປີກໄກ່, ປັນຈັກສີລັດ, ເທຄວັນໂດ, ກະຕໍ້-ຊິນລອນ, ຍິງທະນູ, ມວຍປໍ້າ, ວູຊຸ, ຣັກບີ້, ສະນຸກເກີ, ເພາະກາຍ ແລະ ກິລາດຶງເຊືອກ. ປະເພດຈໍາກັດລາຍການ ມີ 7 ປະເພດ ຄື: ບານສົ່ງ, ຍິງປືນ, ອີ-ສະປອດ, ແລ່ນ-ລານ, ດືງເຊືອກ, ບານບ້ວງ ແລະ ກິລາລົດຖີບ. ທັງນີ້ເພື່ອເປີດໂອກາດໃຫ້ນັກກິລາລຸ່ນໃໝ່ໄດ້ສະແດງອອກຄວາມສາມາດ ປະຕິພານໄຫວພິບຂອງຄົນລຸ່ນໃໝ່ ເພື່ອຄັດເລືອກເອົານັກກິລາທີ່ມີຄວາມສາມາດ, ນັກກິລາທີ່ດີເດັ່ນ, ນັກກິລາທີ່ມີຜົນສຳເລັດຈາກການຝຶກຊ້ອມ ເພື່ອເປັນຕົວແທນທີມຊາດ ເຂົ້າຮ່ວມແຂ່ງຂັນລາຍການສຳຄັນຕ່າງໆທັງພາຍໃນ ແລະ ຕ່າງປະເທດກໍຄື ເວທີສາກົນ ເພື່ອສ້າງຊື່ສຽງມາໃຫ້ປະເທດຊາດ.
ການແຂ່ງຂັນກິລາແຫ່ງຊາດເປັນທີ່ແນ່ນອນວ່າ ເປັນການຊ່ວງຊີງກັນໃຫ້ໄດ້ມາກຽດສັກສີ ແລະຊື່ສຽງມາສູ່ຕົ້ນສັງກັດຂອງຕົນເຊິ່ງເປົ້າໝາຍຄື ຫຼຽນຄຳ ເຊິ່ງຈະເປັນການເພີ່ມໂອກາດໃຫ້ຕົວນັກກິລາອາດເອງອາດກ້າວຂຶ້ນສູ່ຈຸດສູງສຸດຂອງຄວາມໄຝ່ຝັນຂອງຕົນເອງ ນັ້ນກໍຄື ເປັນນັກກິລາທີມຊາດ ເພື່ອເປັນຕົວແທນໄປແຂ່ງຂັນໃນລະດັບປະເທດ ພາກພື້ນ ແລະສາກົນ ນຳເອົາກຽດຊື່ສຽງມາສູ່ວົງຕະກູນກໍຄືປະເທດຊາດ ແນ່ນອນວ່າການແຂ່ງຂັນກິລາແຫ່ງຊາດຍ່ອມມີຫຼາຍບັນຫາທີ່ສົມຄວນຕ້ອງໄດ້ສຳຫຼວດກວດກາຄືນສິ່ງທີ່ເປັນຈຸດອ່ອນຂໍ້ບົກພ່ອງໃນຜ່ານມາ ຫຼີກເວັ້ນການສໍ້ໂກງແຂ່ງຕາມຄວາມສາມາດນັບຄະແນນຕາມຕົວຈິງ ຫຼີກເວັ້ນກາານລຳອຽງ ເຂົ້າຂ້າງອອກຂາ ຫຼີກເວັ້ນການຊື້ຈ້າງຈອບອອຍ ທີ່ອາດຈະເຮັດໃຫ້ບັນຍາກາດການແຂ່ງຂັນມີຄວາມຂັດແຍ່ງກັນ ນີ້ເປັນພຽງການສົມມຸດຂຶ້ນມາ ເພື່ອໃຫ້ການແຂ່ງຂັນກິລາແຫ່ງຊາດຄັ້ງທີ XII ດຳເນີນໄປຢ່າງຖືກຕ້ອງຕາມຄຳຂວັນ “ສາມັກຄີ ມີວິໄນ ໂປ່ງໃສ ໄດ້ການພັດທະນາ’’
ງານມະຫະກຳກິລາແຫ່ງຊາດ ແມ່ນການແຂ່ງຂັນກິລາລະດັບທົ່ວປະເທດຈັດຂຶ້ນ ທຸກໆ 3 ປີ ເພື່ອສົ່ງເສີມ, ຊຸກຍູ້ຂະບວນການກິລາຢູ່ພາຍໃນປະເທດຢ່າງຕໍ່ເນື່ອງ, ທັງເປັນການ ປຸກລະດົມມະຫາຊົນເຂົ້າຣ່ວມວຽກງານກິລາໃຫ້ນັບມື້ກວ້າງຂວາງ, ເພື່ອສົ່ງເສີມສຸຂະພາບຈິດ, ສຸຂະພາບຮ່າງກາຍ, ສ້າງພົນລະເມືອງລາວທຸກຄົນໃຫ້ມີສຸຂະພາບແຂງແຮງ. ປະຕິບັດທິດຊີ້ນຳທີ່ ວ່າ: “ຫັນກິລາກາຍເປັນທົ່ວປວງຊົນ, ກາຍເປັນຄວາມຮັບຜິດຊອບຂອງສັງຄົມ “ແມ່ນການປຸກລະດົມຊາວໜຸ່ມ ເຍົາວະຊົນ, ນັກ ຮຽນ, ນັກສຶກສາ, ທະຫານ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ ໃຫ້ຫັນມາຫລິ້ນ ກິລາ, ໃຊ້ ເວລາຫວ່າງໃຫ້ເປັນປະໂຫຍດ, ຝຶກຝົນຮ່າງກາຍໃຫ້ສົມບູນແຂງແຮງ ເພື່ອສືບຕໍ່ ພາລະກິດປ່ຽນແປງໃໝ່ອັນມີກຽດສະຫງ່າຂອງພັກ. ໂດຍມີການຜັດປ່ຽນກັນເປັນເຈົ້າພາບຈັດງານມະຫະກຳກິລາແຫ່ງຊາດທຸກໆ 3 ປີ

