ປະຫວັດຄວາມເປັນມາຂອງງານມະຫະກຳກິລາແຫ່ງຊາດ ນັບແຕ່ ຄັ້ງທີ I ຫາ ຄັ້ງທີ XII (ປັດຈຸບັນ)
ງານມະຫະກຳກິລາແຫ່ງຊາດ ແມ່ນການແຂ່ງຂັນກິລາລະດັບທົ່ວປະເທດ ຊື່ງຈັດຂຶ້ນ ທຸກໆ 3 ປີ ເພື່ອສົ່ງເສີມ, ຊຸກຍູ້ຂະບວນການກິລາຢູ່ພາຍໃນປະເທດຢ່າງຕໍ່ເນື່ອງ, ທັງເປັນການ ປຸກລະດົມມະຫາຊົນເຂົ້າຣ່ວມວຽກງານກິລາໃຫ້ນັບມື້ກ້ວາງຂວາງ, ເພື່ອສົ່ງເສີມສຸຂະພາບຈິດ, ສຸ ຂະພາບຮ່າງກາຍ, ສ້າງພົນລະເມືອງລາວທຸກຄົນໃຫ້ມີສຸຂະພາບແຂງແຮງ. ປະຕິບັດທິດຊີ້ນຳທີ່ ວ່າ: “ ຫັນກິລາກາຍເປັນທົ່ວປວງຊົນ, ກາຍເປັນຄວາມຮັບຜິດຊອບຂອງສັງຄົມ “
ງານມະຫະກຳກິລາແຫ່ງຊາດແຕ່ລະຄັ້ງ ແມ່ນການປຸກລະດົມຊາວໜຸ່ມ ເຍົາວະຊົນ, ນັກຮຽນ, ນັກສຶກສາ, ທະຫານ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ ໃຫ້ຫັນມາຫລີ້ນ ກິລາ, ໃຊ້ ເວລາຫວ່າງໃຫ້ເປັນປະໂຫຍດ, ຝຶກຝົນຮ່າງກາຍໃຫ້ສົມບູນແຂງແຮງ ເພື່ອສືບຕໍ່ ພາລະກິດປ່ຽນແປງໃໝ່ອັນມີກຽດສະຫງ່າຂອງພັກ.
ງານມະຫະກຳກິລາແຫ່ງຊາດ ແມ່ນການແຂ່ງຂັນກິລາ ເພື່ອຄັດເລືອກເອົານັກກິລາທີ່ມີຄວາມສາມາດ, ນັກກິລາທີ່ດີເດັ່ນ, ນັກກິລາທີ່ມີຜົນສຳເລັດຈາກການຝຶກຊ້ອມ ເພື່ອເປັນຕົວແທນ ທີມຊາດ ເຂົ້າຮ່ວມແຂ່ງຂັນລາຍການສຳຄັນຕ່າງໆທັງພາຍໃນ ແລະ ຕ່າງປະເທດກໍ່ຄື ເວທີສາກົນ ເພື່ອສ້າງຊື່ສຽງມາໃຫ້ປະເທດຊາດ. ການພັດທະນາກິລາກາຍະກຳຂອງລາວໃນໄລຍະຜ່ານມາ ກໍ່ຄື ປະຈຸບັນ ພັກ ແລະ ລັດ ຖະບານ ໄດ້ເອົາໃຈໃສ່ຊີ້ນຳບັນດາຂະແໜງການຕ່າງໆນັບແຕ່ສູນກາງຈົນຮອດ ທ້ອງຖິ່ນ ໂດຍມີການຜັດປ່ຽນກັນເປັນເຈົ້າພາບຈັດງານມະຫະກຳກິລາແຫ່ງຊາດທຸກໆ 3 ປີ ເຊີ່ງມີລາຍລະອຽດດັ່ງນີ້:
– ຄັ້ງທີ 1: ງານມະຫະກຳກິລາແຫ່ງຊາດ ຄັ້ງທຳອິດ ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນປີ 1985 ໂດຍແຂ່ງຂັນກັນໃນ 10 ປະເພດກິລາ, ມີ 5 ເຂດ ແລະ 8 ກະຊວງເຂົ້າຮ່ວມ, ມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 620 ຄົນ. ໂດຍແມ່ນນະຄອນຫຼວງວຽງຈັນເປັນເຈົ້າຫຼຽນຄຳ.
– ຄັ້ງທີ 2: ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 2 ໄດ້ຈັດຂຶ້ນຢູ່ ແຂວງ ສະຫວັນນະເຂດ ໃນປີ 1987 ໂດຍແຂ່ງຂັນກັນໃນ 12 ປະເພດກິລາ, ມີ 7 ເຂດ ແລະ 9 ກະຊວງເຂົ້າຮ່ວມ, ມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 1,376 ຄົນ. ໂດຍແມ່ນນະຄອນຫຼວງວຽງຈັນເປັນເຈົ້າຫຼຽນຄຳ.
– ຄັ້ງທີ 3:ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ ແຂວງ ຄຳມ່ວນ ໃນປີ 1991 ໂດຍແຂ່ງຂັນກັນໃນ 11 ປະເພດກິລາ, ມີ 9 ເຂດ ເຂົ້າຮ່ວມແຂ່ງຂັນ, ມີນັກິລາເຂົ້າຮ່ວມແຂ່ງຂັນທັງ ໝົດ 950 ຄົນ. ໂດຍແມ່ນນະຄອນຫຼວງວຽງຈັນເປັນເຈົ້າຫຼຽນຄຳ.
– ຄັ້ງທີ 4: ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 4 ໄດ້ຈັດຂຶ້ນຢູ່ ແຂວງ ຈຳປາສັກ ໃນປີ 1994 ໂດຍແຂ່ງຂັນກັນໃນ 14 ປະເພດກິລາ, ມີ 9 ເຂດ ເຂົ້າຮ່ວມ, ມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 1,600 ຄົນ. ໂດຍແມ່ນນະຄອນຫຼວງວຽງຈັນເປັນເຈົ້າຫຼຽນຄຳ.
– ຄັ້ງທີ 5: ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 5 ໄດ້ຈັດຂຶ້ນຢູ່ ແຂວງ ຫຼວງພະບາງ ໃນປີ 1997 ໂດຍແຂ່ງຂັນກັນໃນ 14 ປະເພດກິລາ, ມີ 9 ເຂດ ເຂົ້າຮ່ວມ, ມີນັກກິລາເຂົ້າຮ່ວມແຂ່ງຂັນທັງ ໝົດ 1,668 ຄົນ. ໂດຍແມ່ນນະຄອນຫຼວງວຽງຈັນເປັນເຈົ້າຫຼຽນຄຳ.
– ຄັ້ງທີ 6: ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 6 ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນປີ 2000 ໂດຍແຂ່ງຂັນກັນໃນ 22 ປະເພດກິລາ, ມີ 18 ແຂວງ ແລະ 16 ກະຊວງເຂົ້າຮ່ວມ, ມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 3,210 ຄົນ. ໂດຍແມ່ນນະຄອນຫຼວງວຽງຈັນເປັນເຈົ້າຫຼຽນຄຳ
– ຄັ້ງທີ 7: ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 7 ໄດ້ຈັດຂຶ້ນຢູ່ ແຂວງ ສະຫວັນນະເຂດ ໃນປີ 2005 ໂດຍແຂ່ງຂັນກັນໃນ 22 ປະເພດກິລາ, ມີ 17 ແຂວງ ແລະ 13 ກະຊວງເຂົ້າຮ່ວມ, ມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 3,257 ຄົນ. ໂດຍແມ່ນນະຄອນຫຼວງວຽງຈັນເປັນເຈົ້າຫຼຽນຄຳ. ຫລັງຈາກສະແດງໝົດທັງ 8 ລາຍການແລ້ວ ຈະມີການຈູດບັ້ງໄຟດອກຢ່າງຈົບງາມ.
– ຄັ້ງທີ 8: ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 8 ທີ່ ແຂວງ ຈຳປາສັກ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນ ແຕ່ ວັນທີ 13 ຫາ 22 ທັນວາ 2008 ແຂ່ງຂັນກັນ 24 ປະເພດກິລາ
– ຄັ້ງທີ 9: ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 9 ທີ່ແຂວງຫລວງພະບາງ ເປັນເຈົ້າພາບ ໃນທ້າຍປີ 2011 ມີ 25 ປະເພດກິລາ
– ຄັ້ງທີ 10: ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 10 ທີ່ແຂວງອຸດົມໄຊ ເປັນເຈົ້າພາບ ລະຫວ່າງວັນທີ 13-21 ທັນວາ 2014
– ຄັ້ງທີ 11: ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ລະຫວ່າງວັນທີ 13 – 22 ທັນວາ 2022 ມີການແຂ່ງຂັນ 25 ປະເພດກີລາ ແລະ ມີການຊີງໄຊທັງໝົດ 365 ຫຼຽນຄຳ, 365 ຫຼຽນເງິນ ແລະ 581 ຫຼຽນທອງ.
ສຳລັບ ຄັ້ງທີ 12 ນີ້ ໂດຍແມ່ນ ນະຄອນຫລວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ທີ່ຈະຈັດຂຶ້ນລະຫວ່າງວັນທີ 15-25 ພະຈິກ 2025 ນີ້ ໂດຍໄດ້ກຳນົດເອົາ 33 ປະເພດກິລາ ໃນນັ້ນ ຈະມີການຊີງໄຊຫຼຽນຄຳ 1252 ຫຼຽນ; ຫຼຽນເງີນ 1252 ຫຼຽນ ແລະ ຫຼຽນທອງ 1821 ຫຼຽນ.

