ສຸດຍອດ !!

ສະໂມສອນ ແລັບດອກ ຄອງແຊ້ມ ການແຂ່ງຂັນກິລາດອກປີກໄກ່ ຊີງແຊ້ມທົ່ວປະເທດ 3 ປີຕິດຕໍ່ກັນ

ສະໂມສອນ ແລັບດອກ ກາຍເປັນສະໂມສອນທຳອິດ ໃນສປປ ລາວ ທີ່ສ້າງປະຫວັດສາດ ຄອງແຊ໋ມການແຂ່ງຂັນກິລາດອກປີກໄກ່ ຊີງແຊ້ມທົ່ວປະເທດ ຄັ້ງທີ 24 ປະຈຳປີ 2025 ຫຼື ລາຍການ 24th BeerLao Badminton Championship 2025 ຈັດຂຶ້ນລະຫວ່າງວັນທີ 27-30 ສິງຫາ 2025 ທີ່ສະໂມສອນ ເສດຖາ ເຂດບຶງຂະຫຍອງ ນະຄອນຫຼວງວຽງຈັນ 3 ປີຕິດຕໍ່ກັນ.
ວັນທີ 30 ສິງຫາ 2025 ຜ່ານມານີ້ ໄດ້ມີພິທີປິດການແຂ່ງຂັນກິລາດອກປີກໄກ່ ຊີງແຊ້ມທົ່ວປະເທດ ຄັ້ງທີ 24 ປະຈຳປີ 2025 ຫຼື ລາຍການ 24th BeerLao Badminton Championship 2025 ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບຂັນກຽດຕິຍົດ ແລະ ຫຼຽນລາງວັນຕ່າງໆ ໃນຄັ້ງນີ້ ມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ປອ. ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ທັງເປັນປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ ແລະ ຕາງໜ້າບໍລິສັດ ເບຍລາວ ຈຳກັດ.
ລາຍການນີ້ ໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ເບຍລາວ ຈຳກັດ ມູນຄ່າຫຼາຍກວ່າ 400 ລ້ານກີບ

