ເກັ່ງຫລາຍ!! ທັບຫລານນ້ອຍນາຄາ ຄວ້າແຊ້ມໄດ້ທັງ 2 ລຸ້ນ ລາຍການ FLYING CUP 2025 ທີ່ ສປ ຈີນ

ສະຫລຸບຜົນການແຂ່ງຂັນເຕະບານເຍົາວະຊົນ ລະດັບນາໆຊາດ ຊີງຂັນວັນຊາດຈີນ FLYING CUP ວັນທີ 2-7 ຕຸລາ 2025 ທີ່ ສປ ຈີນ

ລາຍການນີ້ ສະໂມສອນ W.I.G. Naga ໜຶ່ງດຽວຈາກລາວ ໄດ້ເຂົ້າຮ່ວມແຂ່ງຂັນ 2 ລຸ້ນດ້ວຍກັນຄື: ລຸ້ນຈິວ 9 ປີ ແລະ ລຸ້ນ 11 ປີ ຜົນການແຂ່ງຂັນປະກົດວ່າ: W.I.G NAGA U9 ສາມາດສູ້ຍາດໄຊຊະນະ ແລະ ເປັນແຊ້ມໄດ້ສຳເລັດເປັນຄັ້ງທຳອິດ ສ່ວນ W.I.G NAGA U11 ແມ່ນສາມາດຍາດໄຊ ແລະ ປ້ອງກັນແຊ້ມໄດ້ເປັນສະໄໝທີສອງ

ສຳລັບຜົນງານຂອງທັບນາຄານ້ອຍ U9:

ຜົນງານໃນຮອບ 8 ທີມ (Quarter Final) ນັດສຸດທ້າຍ

W.I.G NAGA U9 3 – 1 Kunling Ruipeng 16

ຮອບຮອງຊະນະເລີດ (Semi-Final)

W.I.G NAGA U9 3 – 1 MingGuang 16

ຮອບຊີງຊະນະເລີດ

W.I.G NAGA U9 (3-1 ) Ji Nan F90

ສຳລັບຜົນງານຂອງທັບນາຄານ້ອຍ U11:

ຮອບ 8 ທີມ (Quarter Final) ນັດສຸດທ້າຍ

W.I.G NAGA U11 6 – 0 Beijing Zhonglong 14

ຮອບຮອງຊະນະເລີດ (Semi-Final)

W.I.G NAGA U11 2 -0 TEAM MIRACLE KOREA

ຮອບຊີງຊະນະເລີດ

W.I.G NAGA U11 4-0 Hang Zhou 14

W.I.G NAGA U11 ຍິງປະຕູລວມທັງຫມົດ 64 ປະຕູ

ໂດຍທ້າວ ອະນຸສັກ ວິໄລກຸນ ຫຼື ນ້ອງບິວເກດ ຍິງປະຕູຫລາຍສຸດ

W.I.G NAG U9 ຍິງໄປທັງຫມົດ 43 ປະຕູ