ທັບນັກກິລາກະຕໍ້ທີມຊາດລາວ ຄວ້າຫລຽນທອງ (ອັນດັບ 3) ທີມ 4 ຄົນ ປະສົມຍິງ-ຊາຍ ແລະ ກະຕໍ້ລອດບ້ວງ ຊີງແຊ້ມໂລກ ຄິງຄັບ ຄັ້ງທີ 38 ປີ 2025 ທີ່ສົງຂາ ປະເທດໄທ

ການແຂ່ງຂັນກະຕໍ້ຊີງຂັນພະຣາດຊະທານ ຄິງຄັບ ຄັ້ງທີ 38 ປະກອບມີ 9 ລາຍການ ປະກອບມີ: ທີມດ່ຽວຍິງ-ດ່ຽວຊາຍ, ທີມຊຸດຍິງ-ຊາຍ, ທີມ 4 ຄົນ ທີມຍິງ-ທີມຊາຍ, ທີມ 4 ຄົນ ປະສົມຍິງ-ຊາຍ ແລະ ກະຕໍ້ລອດບ້ວງ ທີມຍິງ-ທີມຊາຍ, ມີນັກກິລາ 500 ກວ່າຄົນ ຈາກ 18 ປະເທດເຂົ້າຮ່ວມຄື: ອົດສະຕຣາລີ, ບັງກະລາເທດ, ບຣູໄນ, ຝຣັ່ງ, ຈີນໄຕ້ຫວັນ, ອິນເດຍ, ອີຣັກ, ຍີ່ປຸ່ນ, ສາທາລະນະລັດເກົາຫລີ, ສປປ ລາວ, ມາເລເຊຍ, ມຽນມາ, ເນປານ, ປາກິສຖານ, ສິງກະໂປ, ສຣີລັງກາ, ຫວຽດນາມ ແລະ ໄທ ເຈົ້າພາບ.

ແບ່ງການແຂ່ງຂັນອອກເປັນ 2 ລະດັບຄື: Premier ລີກສູງສຸດ ແລະ Division 1 ຫລື ລະດັບ 2. ຊຶ່ງນັກກິລາກະຕໍ້ຈາກ ສປປ ລາວ ຢູ່ລະດັບ Premier ລີກສູງສຸດ ທັງ ລາຍການທີ່ເຂົ້າຮ່ວມແຂ່ງຂັນຄື: ທີມດ່ຽວຊາຍ ຢູ່ກຸ່ມ B ຮ່ວມກັບ ມາເລເຊຍ, ຍີ່ປຸ່ນ, ມຽນມາ, ສາທາລະນະລັດເກົາຫລີ, ສ່ວນກຸ່ມ A ມີ: ໄທ, ບຣູໄນ, ຫວຽດນາມ, ອິນເດຍ, ສິງກະໂປ.
ທີມດ່ຽວຍິງ ທີມຊາດລາວ ຢູ່ກຸ່ມ A ກັບ ໄທ, ມາເລເຊຍ, ສາທາລະນະລັດເກົາຫລີ, ກຸ່ມ B ມີ: ຫວຽດນາມ, ມຽນມາ, ຍີ່ປຸ່ນ ແລະ ອິນເດຍ.
ທີມຊາຍ 4 ຄົນ ທີມຊາດລາວ ຢູ່ກຸ່ມ B ຮ່ວມກັບ ຫວຽດນາມ, ຍີ່ປຸ່ນ, ອິນເດຍ ແລະ ບຣູໄນ, ກຸ່ມ A ມີ: ໄທ, ມຽນມາ, ສິງກະໂປ, ມາເລເຊຍ ແລະ ສາທາລະນະລັດເກົາຫລີ.
ທີມຍິງ ທີມຊາດລາວ ຢູ່ກຸ່ມ B ຮ່ວມກັບ ຫວຽດນາມ, ມຽນມາ, ອິນເດຍ, ກຸ່ມ A ມີ: ໄທ, ສາທາລະນະລັດເກົາຫລີ, ມາເລເຊຍ ແລະ ຍີ່ປຸ່ນ.
ສ່ວນ ທີມ 4 ຄົນ ປະສົມຍິງຊາຍ ທີມຊາດລາວ ຢູ່ກຸ່ມ B ກັບ ອິນເດຍ, ຍີ່ປຸ່ນ, ສາທາລະນະລັດເກົາຫລີ, ກຸ່ມ A ມີ: ໄທ, ມາເລເຊຍ, ຫວຽດນາມ ແລະ ມຽນມາ.
ກະຕໍ້ລອດບ້ວງທີມຊາຍ ທີມຊາດລາວ ຢູ່ກຸ່ມ B ກັບ ບັງກະລາເທດ, ປາກິສຖານ, ເນປານ ແລະ ສຣີສັງກາ, ກຸ່ມ A ມີ: ບຣູໄນ, ຍີ່ປຸ່ນ, ໄທ, ອິນເດຍ, ຫວຽດນາມ.
ສ່ວນ ທີມຍິງ ທີມຊາດລາວ ຢູ່ກຸ່ມ A ຮ່ວມກັບ ຫວຽດນາມ, ໄທ, ອິນເດຍ ແລະ ຍີ່ປຸ່ນ, ກຸ່ມ B ມີ: ມຽນມາດ ປາກິສຖານ, ບັງກະລາເທດ ແລະ ສຣີລັງກາ.
ແຂ່ງຂັນລະຫວ່າງວັນທີ 22-27 ກໍລະກົດ 2025 ທີ່ສູນການຄ້າຫາດໃຫຍ່ ແຂວງສົງຂາ ປະເທດໄທ.

