ສື່ອາເຈນຕິນາ ເຜີຍວ່າ ອະເລຮານໂດ ການາໂຊ ອາດພາດຫລິ້ນໃຫ້ທີມຊາດອາເຈນຕິນາ ເນື່ອງຈາກການບາດເຈັບຮຸນແຮງກວ່າທີ່ຄາດໄວ້
ກາສຕອນ ເອດຸສ ນັກຂ່າວຈາກສື່ກິລາອາເຈນຕິນາ TYC Sports, ລະບຸວ່າການບາດເຈັບຂອງ ອະເລຮານໂດ ການາໂຊ ແມ່ນຮ້າຍແຮງກວ່າທີ່ຄາດໄວ້. ໂດຍເຖິງຂັ້ນອາດຈະເຮັດໃຫ້ລາວພາດການລົງຫລິ້ນໃຫ້ກັບ ອາເຈນຕິນາ, ແຕ່ຍັງບໍ່ທັນມີການຢືນຢັນຊັດເຈນວ່າລາວຈະຕ້ອງປິ່ນປົວດົນປານໃດ. ການາໂຊ ໄດ້ຮັບໂອກາດລົງຫລິ້ນໃຫ້ ແມນເຊັສເຕີ ຢູໄນເຕັດ ຫລາຍຄັ້ງໃນລະດູການນີ້ ແລະ ສ້າງຜົນງານໄດ້ໜ້າປະທັບໃຈຫລາຍ. ເຊິ່ງເຮັດໃຫ້ລາວໄດ້ຮັບການເອີ້ນຊື່ຕິດທີມຊາດອາເຈນຕິນາ…









