ສະຫລຸບຜົນບານ 4 ລີກໃຫຍ່ ຂອງເອີຣົບ ຄືນວັນສຸກທີ່ຜ່ານມາ

ການແຂ່ງຂັນບານເຕະຊີເຣຍ ອາ ອີຕາລີ ລະດູການ 2022-23 ໃນຄືນວັນສຸກທີ 10 ມີນາ 2023 ສະເປເຊຍ ອັນດັບ 17 ຂອງຕາຕະລາງ ເປີດບ້ານສະຕາດີໂອ ອາເບີໂຕ ປິກໂກ້ ຮັບການມາຢາມຂອງ “ງູໃຫຍ່” ອິນເຕີ ມິລານ ຮອງຈ່າຝູງ.

ເປີດສາກມາໃນເຄິ່ງເວລາທໍາອິດໃນນາທີທີ່ 14 ອິນເຕີ ໄດ້ຈຸດໂທດ, ແຕ່ ເລົາຕາໂຣ ຍິງໄປຕິດມືຂອງ ບຣາໂດເມຍ ດາກອຟສະກີ, ກ່ອນຈົບເຄິ່ງເວລາທຳອິດດ້ວຍຄະແນນ 0-0

ກັບມາລົງຫລິ້ນໃນເຄິ່ງເວລາທີສອງ, ໃນນາທີທີ່ 55, ສະເປເຊຍ ໄດ້ປະຕູຂຶ້ນນໍາ 1-0 ຈາກລູກຍິງຂອງ ດານີເລ່ ມັລດິນີ ທີ່ລົງມາເປັນໂຕສຳຮອງ, ແຕ່ນາທີທີ່ 83 ອິນເຕີ ກໍ່ມາໄດ້ຈຸດໂທດອີກຄັ້ງ ແລະ ເປັນ ໂຣເມລູ ລູກາກູ ຮັບໜ້າທີ່ຍິງເຂົ້າໄປ ພາ ອິນເຕີ ໄລ່ຕີສະເໝີ 1-1.

ຈາກນັ້ນ, ໃນນາທີທີ່ 87, ສະເປເຊຍ ໄດ້ລູກຈຸດໂທດ ແລະ ເອັມໂບລາ ເນໂຊລາ ຍິງເຂົ້າໄປແບບບໍ່ເຫລືອ ເຮັດໃຫ້ ສະເປເຊຍ ຂຶ້ນນຳອີກ 2-1.

ໃນຊ່ວງເວລາທີ່ເຫລືອທັງສອງທີມບໍ່ສາມາດເຮັດຫຍັງໄດ້ອີກ ທ້າຍເກມ ອິນເຕີ ມິລານ ພິກລັອກບຸກມາເສຍໃຫ້ກັບ ສະເປເຊຍ 1-2 ເຮັດໃຫ້ ອິນເຕີ ມິລານ ມີ 50 ຄະແນນເທົ່າເດີມ. ໄລ່ຕາມຫລັງ ນາໂປລີ 15 ຄະແນນ ແລະຍັງແຂ່ງຫລາຍກ່ອນໜຶ່ງນັດ, ສ່ວນ ສະເປເຊຍ ຢູ່ທີ 17 ມີ 24 ຄະແນນ.

ສ່ວນຜົນການແຂ່ງຂັນບານເຕະຄືນທີ່ຜ່ານມາ, ຄູ່ອື່ນໆມີດັ່ງນີ້:

ບຸນເດສລິກາ ເຢຍລະມັນ: ເອຟຊີ ໂຄໂຣນ ເສຍໃຫ້ ໂບຄຸ້ມ 0-2.

ລາລີກາສະເປນ: ກາດິສ ສະເໝີ ເກຕາເຟ່ 2-2

ລີກຝຣັ່ງ: ລີວ ສະເໝີ ໂອລິມປິກ ລີຢອງ 3-3