ເມສຊີ່ ຢືນຢັນ ຈະບໍ່ຫລິ້ນບານໂລກ ຄັ້ງຕໍ່ໄປແລ້ວ
ລີໂອເນວ ເມສຊີ່ ຈອມທັບຄົນເກັ່ງຂອງທີມຊາດອາເຈນຕິນາ ຢືນຢັນວ່າຈະບໍ່ລົງຫລິ້ນໃນເຕະບານໂລກຄັ້ງຕໍ່ໄປແລ້ວ. ດາວຍິງອາຍຸ 35 ປີ ເປັນກຳລັງສຳຄັນທີ່ນຳພາກອງທັບຟ້າຂາວ ຄວ້າແຊ້ມບານໂລກ 2022 ເຊິ່ງລາວຊີ້ວ່ານີ້ເປັນແຊ້ມທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດຂອງລາວ. ແລະ ຄົງຄິດວ່າມັນຈະເປັນຄັ້ງສຸດທ້າຍແລ້ວສຳລັບລາວ. “ຈິງແລ້ວ ຂ້າພະເຈົ້າໄດ້ເວົ້າມັນສອງສາມເທື່ອແລ້ວ. ບານໂລກຄັ້ງທີ່ຜ່ານມາແມ່ນບານໂລກຄັ້ງສຸດທ້າຍຂອງຂ້ອຍ,” ເມສຊີ່ ກ່າວກັບ Titan Sports….









