ແມມຢູ ມີແວວຂາຍ ຊານໂຊ້ ໃຫ້ກັບ ສະເປີ ແລກເງິນ 60 ລ້ານປອນໂດຍນັກເຕະຍັງເຫລືອ ສັນຍາເຖິງປີ 2026

ເດລີ ສະຕາ ເປີດເຜີຍວ່າ ເອຣິກ ເທນຮາກ ຜູ້ຈັດການທີມ ແມນເຊັສເຕີ ຢູໄນເຕັດ ສະແດງທ່າທີ່ໝົດຄວາມອົດທົນກັບ ຈາໂດນ ຊານໂຊ້ ແລະ ມີແນວໂນ້ມທີ່ຈະຂາຍດາວລຸ້ງທີມຊາດອັງກິດໃຫ້ກັບ ທັອດແນມ ຮັອດສະເປີ ທີມຮ່ວມລີກ ໂດຍ ສະເຕໂຄກລູ ຜູ້ຈັດການທີມຄົນໃໝ່ ຕ້ອງການມາເສີມທີມ.
ຊານໂຊ້ ອາຍຸ 23 ປີ ຕົກເປັນຂ່າວຕິດພັນກັບສະໂມສອນແຫ່ງ ລອນດອນ ທັນທີທີ່ພວກເຂົາແຕ່ງຕັ້ງຄຸຝຶກຊາວ ອອສເຕຣເລຍ ເຂົ້າມາແທນ ອັນໂຕນິໂອ ຄອນເຕ້ ໂດຍມີລາຍງານວ່າ ສະເປີ ພ້ອມທີ່ຈະສະເໜີເງິນ 50 ລ້ານປອນ ໃຫ້ ຜີສາດແດງ ພິຈາລະນາ.
ກ່ຽວກັບກໍລະນີດັ່ງກ່າວ, ວັນທີ 11 ມິຖຸນານີ້, ເດລີສະຕາ ໃຫ້ຮູ້ວ່າ ເທນຮາກ ສະແດງທ່າທີພ້ອມທີ່ຈະຂາຍອະດີດດາວເຕະ ໂບຣຸສເຊຍ ດອດມຸນ ທີ່ຍ້າຍໄປແມນເຊັສເຕີ ຢູໄນເຕັດ ໃນປີ 2021 ດ້ວຍລາຄາສູງເຖິງ 73 ລ້ານປອນ, ແຕ່ລາວບໍ່ສາມາດຕອບແທນ ໂຮງລະຄອນແຫ່ງຄວາມຝັນໄດ້ເລີຍ.

