ກຳນົດເຂດເສຍຄ່າທາງສຳລັບຍານພາຫະນະບໍ່ກາຍ 30 ກັນຍາ 2023 ລະເມີດປັບໃໝ 0,1%/ມື້ ຫລື 40%/ປີ
ວັນທີ 13 ກັນຍາ 2023 ນີ້ ກົມສ່ວຍສາອາກອນ ກະຊວງການເງິນ ອອກແຈ້ງການເພີ່ມຕື່ມ ກ່ຽວກັບການເສຍຄ່າທາງ ຊຶ່ງບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງທີ່ເປັນເຈົ້າຂອງ ຫຼື ນໍາໃຊ້ຍານພາຫະນະທຸກປະເພດ ໃນຂອບເຂດທົ່ວປະເທດ ທີ່ຍັງບໍ່ທັນໄດ້ ເສຍຄ່າທໍານຽມທາງປະຈໍາປີ ໃຫ້ຮີບຮ້ອນເຂົ້າມາຊໍາລະ ຕາມຈຸດໃຫ້ບໍລິການໂດຍກຳນົດຂີດໝາຍສຳລັບປີ 2023…










