ອຸຕຸເຕືອນ!! ແຕ່ນີ້ຮອດວັນທີ 15 ຕຸລາ 2023 ອາກາດຈະໜາວເຢັນ ແລະ ມີຝົນຕົກ ລົມພັດແຮງຢູ່ບາງທ້ອງຖິ່ນ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານການຄາດຄະເນສະພາບອາກາດ ໃນໄລຍະວັນທີ 9-15 ຕຸລາ 2023ວ່າ: ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານຢູ່ແຂວງພາກໃຕ້, ພ້ອມດຽວກັນຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ແຂວງພາກເໜືອ ແລະ ພາກກາງຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນໃນຕອນເຊົ້າຢູ່ ແຂວງພາກເໜືອ ແລະ ຈະຝົນຕົກໃນລະດັບຄ່ອຍໃນແຕ່ລະພາກ ແລະ…
ແຈ້ງປັບຂຶ້ນ!! ລາຄານ້ຳກ້ອນ ຈາກ 1 ເປົາ =15.000 ກີບ ມາເປັນ 1 ເປົາ=18.000 ກີບ
ກຸ່ມນ້ຳກ້ອນນະຄອນຫລວງວຽງຈັນ, ໄດ້ອອກແຈ້ງການເລກທີ 004 ເພື່ອ ແຈ້ງໃຫ້ຜູ້ບໍລິໂພກ ແລະ ຜູ້ຕິດພັນກັບການນໍາໃຊ້ນໍ້າກ້ອນເຂົ້າໃນການຄ້າຂາຍ ຊາບທົ່ວເຖິງກັນວ່າ: ທາງກຸ່ມນໍ້າກ້ອນຈະໄດ້ປັບລາຄານໍ້າກ້ອນຈາກ 1 ເປົາ =15.000 ກີບ ມາເປັນ 1 ເປົາ=18.000 ກີບ ໂດຍຈະເລີ່ມຈັດຕັ້ງປະຕິບັດ ວັນທີ 16…
ພາຍຸໄຕ້ຝຸ່ນ ໂຄອິນຸ ຈະພາດຜ່ານວັນທີ 9-10 ຕຸລານີ້ ຈະເຮັດໃຫ້ມີລົມແຮງ ແລະ ຝົນຕົກໜັກ ຢູ່ບາງທ້ອງຖິ່ນ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານວ່າ: ຮ່ອງຄວາມກົດດັນອາກາດຕ່ຳໄດ້ພາດຜ່ານໃຕ້ຂອງປະເທດລາວ ປ່ອງໃສ່ພາຍຸໄຕ້ຝຸ່ນ ໂຄອິນຸ (KOINU) ຫົວທີ 14 ປະຈຳປີ 2023 ທີ່ກຳລັງເຄື່ອນທີ່ຢູ່ໃກ້ກັບຮົງກົງ, ຄາດວ່າພາຍຸຫົວນີ້ຈະເຄື່ອນທີ່ຜ່ານເກາະໄຮໜານ ໃນວັນທີ 9-10 ຕຸລານີ້, ພ້ອມດຽວກັນບໍລິເວນຄວາມກົດດັນສູງຂອງອາກາດເຢັນຈາກປະເທດຈີນແຜ່ລົງມາປົກຄຸມເຂດພາກເໜືອຂອງປະເທດລາວ ແລະ ມີສອງກະແສລົມຕາເວັນອອກສ່ຽງເໜືອ…
ຈະມີຝົນຕົກໃນລະດັບຄ່ອຍໃນແຕ່ລະພາກ ແລະ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານພະຍາກອນອາກາດ ວັນທີ 5 ຕຸລາ 2023, ຄວາມກົດດັນອາກາດຕໍ່າຍັງສືບຕໍໍ່ປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກ-ຕາເວັນອອກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍໃນແຕ່ລະພາກ ແລະ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະພາກໃຕ້. ສໍາລັບນະຄອນຫລວງວຽງຈັນ…
ດ່ວນ!! ຈຳປາສັກ ແຈ້ງຫ້າມເກັບກູ້ ແລະ ຊື້ຂາຍ ປະເພດ ຂີ້ກະເດືອນ ແລະ ນົກ ທຳມະຊາດ
ວັນທີ 28 ກັນຍາ 2023, ພະແນກກະສິກໍາ ແລະ ປ່າໄມ້ ແຂວງຈຳປາສັກ ໄດ້ອອກແຈ້ງການສະບັບເລກທີ 1374/ກປຂ.ຈສ ກ່ຽວກັບການຫ້າມເກັບກູ້ ແລະ ຊື້ຂາຍ ປະເພດ ຂີ້ກະເດືອນ ແລະ ນົກ ທຳມະຊາດ ວ່າ: ຫ້າມບຸກຄົນ,…
ລົດປະຈຳຕຳແໜ່ງ ແລະ ອັດຕານໍ້າມັນ ຂອງການນຳລະດັບສູງ
ການນໍາລະດັບສູງ ທີ່ຈະໄດ້ຮັບການປະກອບ ແລະ ຄຸ້ມຄອງ ລົດປະຈໍາຕໍາແໜ່ງ ປະກອບມີ IV ປະເພດ ການນໍາລະດັບສູງ ປະເພດທີ I ປະກອບມີ: ເລຂາທິການໃຫ່ຍຄວບຕໍາແໜ່ງປະທານປະເທດ, ເລຂາ ທິການໃຫຍ່, ປະທານປະເທດ, ນາຍົກລັດຖະມົນຕີ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ປະທານສະພາແຫ່ງຊາດ ແລະ…
ເມືອງໄຊທານີ, ຈັນທະບູລີ ແລະ ໄຊເສດຖາ ນໍ້າປະປາຈະບໍ່ປົກກະຕິ ແລະ ບໍ່ພຽງພໍຕໍ່ການຊົມໃຊ້
ວັນທີ 26 ກັນຍາ 2023, ລັດວິສາຫະກິດນໍ້າປະປາ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການ ສະບັບເລກທີ1274/ນປນຄ ເຖິງລູກຄ້າຜູ້ຊົມໃຊ້ນໍ້າປະ ປາ ທີ່ອາໃສຢູ່ບາງບ້ານ ຂອງ ເມືອງ ໄຊທານີ, ເມືອງ ໄຊເສດຖາ ແລະ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ…
ແຈ້ງການ ໄຟຟ້າລາວ ສາຂາແຂວງຊຽງຂວາງ ການຈັດຕັ້ງປະຕິບັດຮອບວຽນ ການຈົດຕົວເລກພະລັງງານການຊົມໃຊ້ໄຟຟ້າ
ວັນທີ 20 ກັນຍາ 2023 ຜ່ານມານີ້ ໄຟຟ້າລາວສາຂາແຂວງຊຽງຂວາງ ອອກແຈ້ງການ ເລື່ອງການຈັດຕັ້ງປະຕິບັດຮອບວຽນ ການຈົດຕົວເລກພະລັງງານການຊົມໃຊ້ໄຟຟ້າ, ການຜະລິດໃບບິນ, ການນໍາສົ່ງໃບບິນແຈ້ງຄ່າໄຟ ແລະ ການຊໍາລະຈ່າຍຄ່າໄຟຟ້າ ປະຈໍາແຕ່ລະເດືອນມີລາຍລະອຽດລຸ່ມນີ້: I. ການຈົດຕົວເລກ ການປ້ອນຂໍ້ມູນຕົວເລກພະລັງງານໄຟຟ້າ ແລະ ການຜະລິດໃບບິນແຈ້ງຄ່າໄຟຟ້າ ແມ່ນປະຕິບັດຢູ່ໃນຊ່ວງໄລຍະວັນທີ…
ເຊບັ້ງໄຟ, ເຊຈໍາພອນ ແລະ ເຊໂດນ ລະດັບນ້ຳ ເພີ່ມຂຶ້ນສູງ ແຂວງຄໍາມ່ວນ, ສະຫວັນນະເຂດ ແລະ ສາລະວັນ ຕ້ອງເຝົ້າລະວັງນ້ຳຖ້ວມ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານພະຍາກອນອາກາດ ປະຈໍາວັນທີ 17 ກັນຍາ 2023 ວ່າ: ເນື່ອງຈາກວ່າຝົນຍັງຈະສືບຕໍ່ຕົກໃນລະດັບປານກາງຢູ່ເຂດພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້, ເຊິ່ງຍັງຈະເຮັດໃຫ້ລະດັບແມ່ນໍ້າາສາຂາ ຍັງຈະສືບຕໍ່ເພີ່ມຂຶ້ນ ໂດຍສະເພາະລະດັບນໍ້າຢູ່ສະຖານີ ຂົວເຊບັ້ງໄຟ, ມະຫາໄຊ, ຕົ້ນແຫນ,…










