ອຸຕຸເຕືອນເຝົ້າລະວັງ!! ສະພາບອາກາດຮ້າຍແຮງ ໄລຍະຕົ້ນ-ກາງເດືອນສິງຫາ ຫາ ກັນຍາ 2023

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານ ວັນທີ 8 ສິງຫາ 2023 ວ່າ: ໄລຍະຕົ້ນ-ກາງເດືອນສິງຫາ ຫາ ກັນຍາ 2023 ແມ່ນໄລຍະທີ່ມີລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກໍາລັງແຮງ ສົມທົບກັບພາຍຸໜູນເຂດຮ້ອນ ທີ່ເຄື່ອນທີ່ຢູ່ເຂດທະເລຈີນໃຕ້ ແລະ ອາດເຄື່ອນທີ່ຂຶ້ນຝັ່ງປະເທດຫວຽດນາມ ແລະ ຜ່ານ ສປປ ລາວ, ເຊິ່ງຈະເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ເກີດມີນໍ້າຖ້ວມຊຸ, ດິນເຈື່ອນ ແລະ ນໍ້າຖ້ວມອັ່ງເກີດຂຶ້ນຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນທຸກພາກສ່ວນຄວນມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືກັບສະພາບອາກາດຮ້າຍແຮງດັ່ງກ່າວ ໂດຍສະເພາະສະພາບຝົນຕົກໜັກຕິດຕໍ່ກັນ ຫລາຍວັນທີ່ຈະເຮັດໃຫ້ເກີດມີນໍ້າຖ້ວມຊຸ, ດິນເຈື່ອນ ແລະ ນໍ້າຖ້ວມຂັງ. ພ້ອມນີ້ຂໍໃຫ້ຕິດຕາມຂ່າວພະຍາກອນ ອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຢ່າງເປັນປະຈຳ.

