ເຕືອນນ້ຳຖ້ວມ ໂດຍສະເພາະລະດັບນໍ້າຢູ່ຂົວເຊບັ້ງໄຟ ແລະ ລະດັບນໍ້າເຊຈໍາພອນ ຍັງຈະສືບຕໍ່ເພີ່ມຂຶ້ນ

ພະຍາກອນອາກາດ ປະຈໍາວັນທີ 15 ກັນຍາ 2023, ເນື່ອງຈາກວ່າຮ່ອງຄວາມກົດດັນອາກາດຕໍ່າ ຫລື ຮ່ອງຝົນຍັງຈະສືບຕໍ່ພາດຜ່ານຢູ່ເຂດພາກກາງຂອງປະເທດລາວ, ເຊິ່ງຈະເຮັດໃຫ້ມີຝົນຕົກ ໃນລະດັບປານກາງ ຫາ ຕົກໜັກ ຢູ່ແຂວງພາກກາງ ລົງຫາ ພາກໃຕ້ ແລະ ຍັງຈະເຮັດໃຫ້ ລະດັບແມ່ນໍ້າສາຂາ ໂດຍສະເພາະລະດັບນໍ້າຢູ່ຂົວເຊບັ້ງໄຟ (ເຊບັ້ງໄຟ) ແລະ ລະດັບນໍ້າເຊຈໍາພອນ ຍັງຈະສືບຕໍ່ເພີ່ມຂຶ້ນ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນທີ່ອາໄສຢູ່ລຽບຕາມແຄມນໍ້າເຊບັ້ງໄຟ ແລະເຊຈໍາພອນ, ຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ເກີດມີນໍ້າຖ້ວມຊຸ, ນໍ້າຖ້ວມອັ່ງ ເກີດຂຶ້ນໄດ້ໃນໄລຍະ 1-2 ວັນຕໍ່ໜ້ານີ້. ພ້ອມທັງກະກຽມຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງ ໄປໄວ້ບ່ອນທີ່ປອດໄພ ແລະ ໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ສໍາລັບນະຄອນຫລວງວຽງຈັນ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມ ພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ຫລື ເນື້ອທີ່ປົກຫຸ້ມຂອງຝົນ ເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 25-31 ອົງສາ.