ແຈ້ງການ ໄຟຟ້າລາວ ສາຂາແຂວງຊຽງຂວາງ ການຈັດຕັ້ງປະຕິບັດຮອບວຽນ ການຈົດຕົວເລກພະລັງງານການຊົມໃຊ້ໄຟຟ້າ

ວັນທີ 20 ກັນຍາ 2023 ຜ່ານມານີ້ ໄຟຟ້າລາວສາຂາແຂວງຊຽງຂວາງ ອອກແຈ້ງການ ເລື່ອງການຈັດຕັ້ງປະຕິບັດຮອບວຽນ ການຈົດຕົວເລກພະລັງງານການຊົມໃຊ້ໄຟຟ້າ, ການຜະລິດໃບບິນ, ການນໍາສົ່ງໃບບິນແຈ້ງຄ່າໄຟ ແລະ ການຊໍາລະຈ່າຍຄ່າໄຟຟ້າ ປະຈໍາແຕ່ລະເດືອນມີລາຍລະອຽດລຸ່ມນີ້:
I. ການຈົດຕົວເລກ
ການປ້ອນຂໍ້ມູນຕົວເລກພະລັງງານໄຟຟ້າ ແລະ ການຜະລິດໃບບິນແຈ້ງຄ່າໄຟຟ້າ ແມ່ນປະຕິບັດຢູ່ໃນຊ່ວງໄລຍະວັນທີ 1 ຫາ ວັນທີ 8 ຂອງທຸກໆເດືອນ, ເຊິ່ງມີຂັ້ນຕອນການປະຕິບັດ ດັ່ງນີ້:
- ການຈົດຕົວເລກຢຸດພະລັງງານການຊົມໃຊ້ຂອງຜູ້ຊົມໃຊ້ໄຟຟ້າ ທີ່ບັນທຶກຢູ່ໜ່ວຍໝໍ້ນັບໄຟ ໃນແຕ່ລະເດືອນລັດວິສາຫະກິດໄຟຟ້າລາວສາຂາແຂວງຊຽງຂວາງແມ່ນໄດ້ກໍານົດເອົາວັນທີ 1 ຂອງທຸກໆເດືອນ, ປະຕິບັດເປັນເອກະພາບກັນໃນ 7 ເມືອງຂອງແຂວງຊຽງຂວາງ.
- ການປ້ອນຂໍ້ມູນຕົວເລກຢຸດພະລັງງານການຊົມໃຊ້ໄຟຟ້າ ທີ່ຈົດໄດ້ຈາກໝໍ້ນັບໄຟປ້ອນເຂົ້າໃນລະບົບໃບບິນ ເພື່ອທໍາການກວດກາເບິ່ງຕົວເລກປະລິມານການຊົມໃຊ້ພະລັງງານຄືນກ່ອນ ເພື່ອໃຫ້ຖືກຕ້ອງຕາມການຊົມໃຊ້ຕົວຈິງ.
- ເພື່ອເປັນການຫຼີກເວັ້ນຄວາມຜິດພາດ ໃນກໍລະນີພະນັກງານປ້ອນຂໍ້ມູນຜິດ ຫຼື ຈົດຕົວເລກໝໍ້ນັບໄຟຜິດ, ໃນ ລະບົບໃບບິນ ຂອງ ລັດວິສາຫະກິດໄຟຟ້າລາວ ໄດ້ມີລະບົບການກວດກາແຈ້ງເຕືອນຮູ້ໄດ້ເຖິງຄວາມຜິດປົກກະຕິຂອງຕົວເລກເປັນເປີເຊັນຂະໜາດປະລິມານການຊົມໃຊ້ພະລັງງານໄຟຟ້າຖ້າກໍລະນີການຈົດຕົວເລກນັບໄຟຫາກມີຄວາມຜິດປົກກະຕິ ຕົວເລກເພີ່ມຂື້ນສູງ ຫຼື ຫຼຸດຕໍ່າລົງຫຼາຍກວ່າປົກກະຕິ, ກໍຈະມີການແຈ້ງໃຫ້ພະນັກງານຜູ້ທີ່ຮັບຜິດຊອບຈົດຕົວເລກມານັ້ນລົງກວດກາເບິ່ງຕົວເລກຄືນໃຫມ່ເປັນຄັ້ງທີ່ 2 ຢູ່ທີ່ໜ່ວຍໝໍ້ນັບໄຟ ເພື່ອໃຫ້ແນ່ໃຈ ແລະ ເປັນການຢັ້ງຢືນເຖິງການຈົດຕົວເລກໝໍ້ນັບໄຟທີ່ຖືກຕ້ອງຕົວຈິງ.
- ຫຼັງຈາກທີ່ພະນັກງານໄດ້ປະຕິບັດກວດກາເບິ່ງຄວາມຖືກຕ້ອງຕົວເລກພະລັງງານໄຟຟ້າຂອງໝໍ້ນັບໄຟທັງໝົດ ຢູ່ແຕ່ລະບ້ານ, ແຕ່ລະເມືອງໄດ້ຄົບຖ້ວນແລ້ວ ຈິ່ງໄດ້ທໍາການຄິດໄລ່ຄ່າໄຟຟ້າ ແລະ ສົ່ງຕໍ່ຂໍ້ມູນຕົວເລກການຄິດໄລ່ຄ່າໄຟດັ່ງກ່າວທັງໝົດໄປໃຫ້ສໍານັກງານໃຫຍ່ລັດວິສາຫະກິດໄຟຟ້າລາວຢູ່ແຂວງນະຄອນຫຼວງວຽງຈັນ ເພື່ອທໍາການຜະລິດບິນອອກເປັນໃບບິນແຈ້ງຄ່າໄຟຟ້າປະຈໍາເດືອນ, ແລ້ວຖືກນໍາສົ່ງໃບບິນທັງໝົດກັບມາໃຫ້ສາຂາແຂວງຊຽງຂວາງອີກຄັ້ງໜຶ່ງການນໍາສົ່ງໃບບິນແຈ້ງຄ່າໄຟຟ້າ ແລະ ການຊໍາລະຈ່າຍເງິນຄ່າໄຟຟ້າ ແມ່ນປະຕິບັດຢູ່ໃນຊ່ວງໄລຍະ ວັນທີ່ 8 ຫາ ວັນທີ່ 20 ຂອງທຸກໆເດືອນ, ເຊິ່ງມີຂັ້ນຕອນການປະຕິບັດ ດັ່ງນີ້:
– ຫຼັງຈາກທີ່ທາງລັດວິສາຫະກິດໄຟຟ້າລາວ ສາຂາແຂວງຊຽງຂວາງ ໄດ້ຮັບໃບບິນໄຟຟ້າທີ່ໄດ້ສົ່ງໄປຜະລິດຢູ່ແຂວງນະຄອນຫຼວງວຽງຈັນ ແລະ ໄດ້ຖືກນໍາສົ່ງກັບມາຮອດແຂວງຊຽງຂວາງ, ພະນັກງານຜູ້ຮັບຜິດຊອບຫ້ອງການໃບບິນກໍຈະປະຕິບັດກວດການັບຈໍານວນໃບບິນໃຫ້ຄົບຖ້ວນ, ໄຈ້ແຍກໃບບິນຄ່າໄຟໃຫ້ລະອຽດແຕ່ລະເສັ້ນທາງໃຫ້ຖືກຕ້ອງຕາມລໍາດັບສະໂນດລາຍຊື່ຜູ້ຊົມໃຊ້ໄຟຟ້າຢູ່ແຕ່ລະຂົງເຂດໝູ່ບ້ານ, ແຕ່ລະເມືອງ.
– ແຈ້ງໃຫ້ພະນັກງານຜູ້ຮັບຜິດຊອບນໍາສົ່ງໃບບິນຄ່າໄຟຟ້າປະຕິບັດນໍາເອົາໃບບິນດັ່ງກ່າວຕາມຈໍານວນທີ່ຖືກ ມອບໝາຍຮັບຜິດຊອບ ເພື່ອນໍາສົ່ງໃບບິນຄ່າໄຟ ແຈກຢາຍໄປໃຫ້ຜູ້ຊົມໃຊ້ໄຟຟ້າຢູ່ແຕ່ລະເສັ້ນທາງ, ແຕ່ລະໝູ່ບ້ານ, ແຕ່ລະເມືອງໃນຂອບເຂດທົ່ວແຂວງຊຽງຂວາງໄດ້ຮັບຊາບໜີ້ຄ່າໄຟຟ້າປະຈໍາເດືອນ.
II. ການນໍາສົ່ງໃບບິນຄ່າໄຟຟ້າໃຫ້ຜູ້ຊົມໃຊ້ໄຟຟ້າສໍາລັບໝູ່ບ້ານທີ່ຢູ່ນອກເຂດເທດສະບານແມ່ນນໍາໃຊ້ພະນັກງານຈ້າງນອກທີ່ມີສັນຍາຮ່ວມກັບລັດວິສາຫະກິດໄຟຟ້າລາວສາຂາແຂວງຊຽງຂວາງເປັນຜູ້ນໍາສົ່ງແຈກຢາຍໃບບິນ ແລະ ເກັບເງິນຄ່າໄຟຟ້າພ້ອມກັບທີ່ຄືດັ່ງທີ່ໄດ້ປະຕິບັດໄລຍະຜ່ານມາ.
ສໍາລັບໝູ່ບ້ານທີ່ຢູ່ພາຍໃນຂອບເຂດເທດສະບານ 7 ຕົວເມືອງຂອງແຂວງຊຽງຂວາງແມ່ນນໍາໃຊ້ພະນັກງານຂອງລັດວິສາຫະກິດໄຟຟ້າລາວສາຂາແຂວງຊຽງຂວາງ ແລະ ສູນບໍລິການໄຟຟ້າປະຈໍາເມືອງ ເປັນຜູ້ປະຕິບັດແຈກຢາຍບິນຄ່າໄຟຟ້າໃຫ້ຜູ້ຊົມໃຊ້ໄຟຟ້າເຖິງທີ່ ແລະ ຈະບໍ່ໄດ້ຮັບເງິນຄ່າໄຟກັບທີ່, ໝາຍຄວາມວ່າພະນັກງານໄຟຟ້າມີໜ້າທີ່ນໍາສົ່ງບິນຄ່າໄຟໃຫ້ລູກຄ້າ, ແຕ່ຈະບໍ່ໄດ້ເກັບເງິນພ້ອມກັບທີ່, ເພື່ອໃຫ້ຜູ້ຊົມໃຊ້ໄຟຟ້າມີສ່ວນຮ່ວມປະຕິບັດຕາມພັນທະເປັນເຈົ້າການໄປຊໍາລະເອງຕາມຊ່ອງທາງຕ່າງໆທີ່ທ່ານສະດວກເພື່ອຮັບປະກັນໃຫ້ທັນເດືອນເຊັ່ນ:
– ເຂົ້າໄປຊໍາລະໂດຍກົງຢູ່ຫ້ອງການລັດວິສາຫະກິດໄຟຟ້າລາວສາຂາແຂວງຊຽງຂວາງ (ຕັ້ງຢູ່ບ້ານໂພນສະອາດໃຕ້, ເມືອງແປກ, ຢູ່ຕິດກັບສາມແຍກໄຟແດງບ້ານນໍ້າຫງໍາ ). ຊໍາລະຢູ່ສູນບໍລິການໄຟຟ້າປະຈໍາເມືອງ.
– ຊໍາລະໂອນຢູ່ທະນາຄານການຄ້າຕ່າງປະເທດ, ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກໍາ, ທະນາຄານລາວ-ຫວຽດ, ທະນາຄານ ເອຊີລີດາ, ທະນາຄານ ອິນໂດໄຊນາ, ທະນາຄານ ST, ທະນາຄານ JDB.
– ຊໍາລະຜ່ານຕູ້ບັດ ATM.
– ຊໍາລະຜ່ານ ແອັບພິເຄເຊິນຂອງທະນາຄານຕ່າງໆ ທີ່ໄດ້ຕິດຕັ້ງໃນໂທລະສັບມືຖືສະມາດໂພນ ຂອງທ່ານ ເຊັ່ນ: BCEL ONE, LDB Trust, LVB Banking, Mepom
– ຊໍາລະຜ່ານ EDL Mobile Application ຂອງ ລັດວິສາຫະກິດໄຟຟ້າລາວ.
ເມື່ອຜູ້ຊົມໃຊ້ໄດ້ຮັບບິນແລ້ວຕ້ອງເປັນເຈົ້າການກວດກາຄ່າໄຟຟ້າຂອງຕົນຄືນ ວ່າມີຄວາມຖືກຕ້ອງ, ເໝາະສົມແລ້ວບໍ່, ຖ້າກໍລະນີຫາກພົບເຫັນວ່າ ຄ່າໄຟຟ້າມີບັນຫາສູງເກີນ ຫຼື ໜ້ອຍຜິດປົກກະຕິໃນເດືອນ, ແມ່ນໃຫ້ນໍາໃບບິນດັ່ງກ່າວ ມາສະເໜີ ຫາ ຫ້ອງການໄຟຟ້າສາຂາ ຫຼື ສູນໄຟຟ້າປະຈໍາເມືອງດ່ວນ ເພື່ອກວດກາ, ແກ້ໄຂໃຫ້ມີຄວາມຖືກຕ້ອງຕາມການຊົມໃຊ້ຕົວຈິງ ເພື່ອຫລີກເວັ້ນບັນຫາທີ່ຈະມີຜົນກະທົບໂດຍກົງຕໍ່ຜູ້ຊົມໃຊ້ເອງ.
ກໍານົດການຊໍາລະຄ່າໄຟຟ້າແມ່ນບໍ່ໃຫ້ກາຍ ວັນທີ 25 ຂອງທຸກໆເດືອນ, ໝາຍຄວາມວ່າຍົກຕົວຢ່າງເປັນຄ່າກະແສໄຟຟ້າທີ່ໄດ້ຊົມໃຊ້ຕົວຈິງຢູ່ໃນເດືອນ 8, ແຕ່ທາງໄຟຟ້າລາວໄດ້ກໍານົດໃຫ້ຜູ້ຊົມໃຊ້ໄຟຟ້າປະຕິບັດຊໍາລະຈ່າຍຄ່າໄຟຟ້າ ບໍ່ໃຫ້ກາຍວັນທີ່ 25 ຂອງເດືອນ 9/2023.
ກໍລະນີ ຜູ້ຊົມໃຊ້ໄຟຟ້າ ບໍ່ໄດ້ຮັບໃບບິນແຈ້ງຄ່າໄຟຟ້າ ແມ່ນໃຫ້ຕິດຕໍ່ພົວພັນສອບຖາມລາຍລະອຽດຂໍ້ມູນໄດ້ ກັບ ລັດວິສາຫະກິດໄຟຟ້າລາວສາຂາແຂວງຊຽງຂວາງໂທສາຍດ່ວນ 061 1199.
III. ການປະຕິບັດມາດຕະການຕໍ່ຜູ້ທີ່ບໍ່ຊໍາລະຄ່າກະແສໄຟຟ້າປະຈໍາເດືອນແມ່ນປະຕິບັດຢູ່ໃນຊ່ວງໄລຍະ ວັນທີ່ 26 ຫາ ວັນທີ່ 30 ຂອງທຸກໆເດືອນ, ເຊິ່ງມີຂັ້ນຕອນການປະຕິບັດ ດັ່ງນີ້:.
❖ ເງື່ອນໄຂການງົດສົ່ງໄຟຟ້າ.
- ກໍລະນີ ຜູ້ຊົມໃຊ້ໄຟຟ້າບໍ່ປະຕິບັດຊໍາລະຈ່າຍຄ່າກະແສໄຟຟ້າ ປະຈໍາເດືອນ ຫຼື ຊໍາລະໜີ້ບໍ່ຄົບຖ້ວນ ຕາມກໍານົດ ເວລາຄື ກ່ອນວັນທີ່ 25, ລັດວິສາຫະກິດໄຟຟ້າລາວສາມາດຕັດໄຟຂອງລູກຄ້າອອກຈາກລະບົບໂດຍບໍ່ໄດ້ແຈ້ງ ການ ແລະ ກ່າວຕັກເຕືອນກ່ອນ, ຍົກເວັ້ນລູກຄ້າປະເພດລັດບໍລິຫານ ແລະ ຊົນລະປະທານ.
- ການງົດສົ່ງໄຟຟ້າ ແມ່ນປະຕິບັດເລີ່ມແຕ່ວັນທີ 26 ຂອງທຸກເດືອນເປັນຕົ້ນໄປ ໂດຍອີງໃສ່ໃບແຈ້ງການງົດສົ່ງ ກະແສໄຟຟ້າປະຈໍາເດືອນ ຂອງລັດວິສາຫະກິດໄຟຟ້າລາວສາຂາແຂວງຊຽງຂວາງ.
- ກ່ອນຈະງົດສົ່ງກະແສໄຟຟ້າລັດວິສາຫະກິດໄຟຟ້າລາວຈະປະຕິບັດຕາມຂັ້ນຕອນດັ່ງນີ້:
– ທາງໄຟຟ້າລາວ ຈະພົວພັນທາງໂທລະສັບ ກັບ ຜູ້ຊົມໃຊ້ໄຟຟ້າທີ່ກ່ຽວຂ້ອງ ເພື່ອໃຫ້ເຂົ້າມາຊໍາລະໜີ້ຄ່າ ກະແສໄຟຟ້າທີ່ມີ, ກໍລະນີບໍ່ສາມາດພົວພັນໄດ້ ຟຟລ ຈະລົງໄປງົດສົ່ງໄຟຟ້າຕາມລະບຽບການ.
– ກໍລະນີ ຟຟລ ລົງໄປເຖິງສະຖານທີ່ງົດສົ່ງໄຟ ແຕ່ຜູ້ຊົມໃຊ້ຂໍຍົກເວັ້ນການງົດສົ່ງກະແສໄຟຟ້າ ໂດຍເຫັນດີຈະ ຊໍາລະໜີ້ຄ່າກະແສໄຟຟ້າປະຈໍາເດືອນພ້ອມໜີ້ຄ້າງຈ່າຍໃຫ້ຄົບຖ້ວນ, ຟຟລ ຈະບໍ່ງົດສົ່ງໄຟຟ້າ ພ້ອມອອກໃບບິນຮັບເງິນມອບໃຫ້ຜູ້ຊົມໃຊ້ ເພື່ອເປັນສິ່ງຢັ້ງຢືນໃນການຊໍາລະ.
– ກໍລະນີ ຟຟລ ລົງໄປເຖິງສະຖານທີ່ງົດສົ່ງໄຟ ແຕ່ບໍ່ພົບຜູ້ຊົມໃຊ້ ລັດວິສາຫະກິດໄຟຟ້າລາວ ຈະງົດສົ່ງໄຟຟ້າ ຊົ່ວຄາວ ແລະ ຈະຂຽນບົດບັນທຶກພ້ອມສົ່ງເອກະສານແຈ້ງການສະບັບນີ້ຝາກໄວ້ກັບຄົນເຮືອນໄກ້ຄຽງ ຫຼື ເອົາໄວ້ກັບເຮືອນຂອງຜູ້ຊົມໃຊ້ໄຟຟ້າ.
– ສໍາລັບຜູ້ຊົມໃຊ້ ທີ່ບໍ່ຊໍາລະຈ່າຍໜີ້ຄ່າກະແສໄຟຕາມກໍານົດ ຖືກຕັດໄຟເປັນປະຈໍາທຸກເດືອນ, ລັດວິສາຫະ ກິດໄຟຟ້າລາວ ຈະປະຕິບັດງົດສົ່ງໄຟຟ້າໂດຍຈະບໍ່ໄດ້ແຈ້ງເຕືອນໃຫ້ຮັບຊາບກ່ອນລ່ວງໜ້າ.
❖ ເງື່ອນໄຂການເຊື່ອມຕໍ່ໄຟຄືນ.
- ຜູ້ຊົມໃຊ້ ຕ້ອງໄດ້ເຂົ້າໄປພົວພັນກັບໄຟຟ້າລາວ ເພື່ອຊໍາລະໜີ້ຄ່າກະແສໄຟຟ້າປະຈໍາເດືອນ ແລະ ຄ່າບໍລິການຕັດ- ຕໍ່ໄຟຄືນ (ຄ່າສິ້ນເປືອງໃນການງົດ ແລະ ເຊື່ອມຕໍ່ກະແສໄຟຟ້າຄືນ) ໃຫ້ຄົບຖ້ວນຕາມວັນ, ເວລາລັດຖະການ.
- ຄ່າບໍລິການເຊື່ອມຕໍ່ໄຟຟ້າຄືນ ຫຼັງຈາກລູກຄ້າຊໍາລະໜີ້ໃຫ້ໄຟຟ້າລາວ ໂດຍຄິດໄລ່ຕາມປະເພດໝໍ້ນັບໄຟ ດັ່ງນີ້:
– ສໍາລັບປະເພດໝໍ້ນັບໄຟລະບົບແຮງຕໍ່າ 1 ເຟສ 2 ສາຍ 220 V ເປັນຈໍານວນເງິນ 50,000 ກີບ/ບ່ອນ/ຄັ້ງ.
– ສໍາລັບປະເພດໝໍ້ນັບໄຟລະບົບແຮງຕໍ່າ 3 ເຟສ໌ 4 ສາຍ 380 V ເປັນຈໍານວນເງິນ 100,000 ກີບ/ບ່ອນ/ຄັ້ງ.
– ສໍາລັບປະເພດໝໍ້ນັບໄຟລະບົບແຮງກາງ 22 kV ເປັນຈໍານວນເງິນ 1,000,000 ກີບ/ບ່ອນ/ຄັ້ງ.
- ການປະຕິບັດເຊື່ອມໄຟຟ້າຄືນ ແມ່ນໜ້າທີ່ຂອງລັດວິສາຫະກິດໄຟຟ້າລາວ ສາຂາແຂວງຊຽງຂວາງ, ຖ້າຫາກຜູ້ ຊົມໃຊ້ປະຕິບັດເຊື່ອມຕໍ່ໄຟຄືນໂດຍພາລະການຖືວ່າເປັນການລະເມີດລະບຽບການຂອງລັດວິສາຫະກິດໄຟຟ້າລາວ.
- ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຊຽງຂວາງ ຈະບໍ່ຮັບຜິດຊອບຕໍ່ຜົນເສຍຫາຍທີ່ເກີດຂື້ນ ຈາກການງົດສົ່ງ ໄຟຟ້າດັ່ງກ່າວ.
- ຜູ້ຊົມໃຊ້ໄຟຟ້າ ສາມາດຕິດຕໍ່ພົວພັນ ຫຼື ສອບຖາມຂໍ້ມູນໂດຍກົງ ໄດ້ດ້ວຍການໂທສາຍດ່ວນ: 061 1199 ຫຼື Facebook: ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຊຽງຂວາງ.
ດັ່ງນັ້ນ, ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງຊຽງຂວາງ ຈຶ່ງໄດ້ອອກແຈ້ງການສະບັບນີ້ແຈ້ງມາຍັງອໍານາດການປົກຄອງທ້ອງຖິ່ນທຸກບ້ານ, ບັນດາທ່ານທີ່ຊົມໃຊ້ໄຟຟ້າໃນຂອບເຂດທົ່ວແຂວງຊຽງຂວາງເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

