ຊາຍໄວ 27 ປີ ຖືກຍິງເສຍຊີວິດ ຢູ່ນະຄອນຫລວງພະບາງ

ອີງຕາມໜ່ວຍກູ້ຊີບອົງການກາແດງລາວຫລວງພະບາງ ລາຍງານວ່າ: ວັນທີ 25 ມັງກອນ ນີ້, ເວລາປະມານ 6:42 ໂມງ ໄດ້ເກີດເຫດຍິງກັນເສຍຊີວິດ 1 ຄົນ ຢູ່ເສັ້ນທາງເຂດບ້ານໂພນສະອາດ ນະຄອນຫຼວງພະບາງ ແຂວງຫລວງພະບາງ ຊຶ່ງຜູ້ເສຍຊີວິດຊື່ ທ້າວ ເພັດ ອາຍຸ 27 ປີ ຢູ່ບ້ານພູຊ້າງຄຳ ນະຄອນຫລວງພະບາງ ແຂວງຫລວງພະບາງ.
ພາຍຫລັງກວດສອບສົບ ພົບຮອຍລູກປືນຢູ່ ຂ້າງນົມເບື້ອງຊ້າຍ. ສ່ວນລາຍລະອຽດ ຈະລາຍງານໃຫ້ຊາບຕື່ມຕາມຫລັງ.

