ແຜ່ນດິນໄຫວຢູ່ໄຕ້ຫວັນ ເບື້ອງຕົ້ນມີຜູ້ເສຍຊີວິດ 7 ຄົນ ແລະ ບາດເຈັບ 700 ກວ່າຄົນ

ແຜ່ນດິນໄຫວຢູ່ໄຕ້ຫວັນ ເບື້ອງຕົ້ນມີຜູ້ເສຍຊີວິດ 7 ຄົນ ແລະ ບາດເຈັບ 700 ກວ່າຄົນ

ສຳນັກຂ່າວ BBC News ຕ່າງປະເທດລາຍງານວ່າ: ຈາກເຫດການແຜ່ນດິນໄຫວໃນຕອນເຊົ້າຂອງວັນທີ 3 ເມສາ 2024 ມີຄວາມຮຸນແຮງ 7.4 ຣິກເຕີ ຢູ່ໄຕ້ຫວັນ ຈຸດສູນກາງແມ່ນຢູ່ນອກແຄມຝັ່ງທະເລໃນຂອງໃນເມືອງຮົວຫລຽນ ເກາະໄຕ້ຫວັນ, ຫ່າງປະມານ 18 ກິໂລແມັດ. ລາຍງານເບື້ອງຕົ້ນມີຜູ້ເສຍຊີວິດ 7 ຄົນ,…

ຈັບໄດ້ແລ້ວ! ໂຈນດຶງສາຍຄໍຄຳແມ່ຄ້າຂາຍໄຂ່

ຈັບໄດ້ແລ້ວ! ໂຈນດຶງສາຍຄໍຄຳແມ່ຄ້າຂາຍໄຂ່

ຈາກເຫດການໂຈນດຶງສາຍຄໍຄຳແມ່ຄ້າຂາຍໄຂ່ ແລ້ວຂັບລົດຈັກຫຼົບໜີ ແຕ່ຊ້ຳພັດຂີ່ລົດຕົກຮ່ອງລະບາຍນ້ຳ ຢູ່ຕະຫລາດຫລັກ 8 ນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ ໃນເວລາ 10:30 ໂມງ ຂອງວັນທີ 3 ເມສາ 2024 ນີ້. ປັດຈຸບັນ ແມ່ນສາມາດຈັບໂຈນໄດ້ແລ້ວ ເປັນເພດຍິງອາຍຸປະມານ 50…

ປະຊາຊົນສ່ອງແສງ! ໄຟອຳນາດຈຸດສາມແຍກໂບດນາຄຳ ເມືອງສີໂຄດຕະບອງ ເປ່ເພມາຫລາຍເດືອນ ຍັງບໍ່ທັນໄດ້ປັບປຸງແກ້ໄຂ

ປະຊາຊົນສ່ອງແສງ! ໄຟອຳນາດຈຸດສາມແຍກໂບດນາຄຳ ເມືອງສີໂຄດຕະບອງ ເປ່ເພມາຫລາຍເດືອນ ຍັງບໍ່ທັນໄດ້ປັບປຸງແກ້ໄຂ

ວັນທີ 30 ມີນາ 2024 ນີ້, ປະຊາຊົນຜູ້ສັນຈອນໄປ-ມາ ສ່ອງແສງວ່າ: ໄຟອຳນາດສາມແຍກໂບດນາຄຳ ຖະໜົນສຸພານຸວົງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ເປ່ເພມາດົນກວ່າ 4-5 ເດືອນແລ້ວ ປັດຈຸບັນຍັງບໍ່ທັນມີການປັບປຸງແກ້ໄຂເທື່ອ ເຮັດໃຫ້ການສັນຈອນແອອັດ, ມີຄວາມສັບສົນ ໃນເວລາເລັ່ງດ່ວນໂມງລັດຖະການ, ບໍ່ເປັນລະບຽບຮຽບຮ້ອຍ ສ່ຽງຕໍ່ການໃຫ້ເກີດອຸບັດເຫດສູງ….

ອຸບັດຕິເຫດລົດຕູ້ຂົນສົ່ງໂດຍສານເສຍຫລັກ ຢູ່ເຂດບ້ານໂພນງາມ ເມືອງປາກລາຍ ແຂວງໄຊຍະບູລີ

ອຸບັດຕິເຫດລົດຕູ້ຂົນສົ່ງໂດຍສານເສຍຫລັກ ຢູ່ເຂດບ້ານໂພນງາມ ເມືອງປາກລາຍ ແຂວງໄຊຍະບູລີ

ມູນນິທິຊ່ວຍເຫລືອຜູ້ປະສົບໄພ ແຂວງ ໄຊຍະບູລີ ລາຍງານວ່າ: ເວລາ12:15 ໂມງ ຂອງວັນທີ 19 ມີນາ 2024 ນີ້, ເກີດອຸບັດຕິເຫດລົດຕູ້ຂົນສົ່ງໂດຍສານເສຍຫລັກປິ້ນຂ້າງທາງ ຢູ່ເຂດບ້ານໂພນງາມ ເມືອງປາກລາຍ ແຂວງໄຊຍະບູລີ, ເຮັດໃຫ້ມີຄົນບາດເຈັບຈຳນວນຫລາຍ. ປັດຈຸບັນຍັງບໍ່ມີລາຍງານອາການຜູ້ໄດ້ຮັບບາດເຈັບໃນເຫດການດັ່ງກ່າວ ຖ້າມີຂໍ້ມູນເພີ່ມເຕີມທີມຂ່າວລາວພັດທະນາຈະລາຍງານໃຫ້ທ່ານຊາບຕື່ມຕາມພາຍຫລັງ.

ໂຈນ 2 ຄົນ ຍ່າງເຂົ້າລັກລົດຈັກຢູ່ເຮືອນພັກ ທາງແບ່ງຫລັກ 20 ເມືອງປາກກະດິງ ແຂວງບໍລິຄຳໄຊ

ໂຈນ 2 ຄົນ ຍ່າງເຂົ້າລັກລົດຈັກຢູ່ເຮືອນພັກ ທາງແບ່ງຫລັກ 20 ເມືອງປາກກະດິງ ແຂວງບໍລິຄຳໄຊ

ຕອນເຊົ້າມືດເວລາປະມານ 03:00 ໂມງ ຂອງວັນທີ 17 ມີນາ 2024 ນີ້, ໄດ້ມີໂຈນ 2 ຄົນ ເປັນເພດຊາຍທັງສອງ ຍ່າງເຂົ້າລັກລົດຈັກ ຢູ່ເຮືອນພັກແຫ່ງໜຶ່ງ ທາງແບ່ງຫລັກ 20 ເມືອງປາກກະດິງ ແຂວງບໍລິຄຳໄຊ. ຖ້າໃຜຮູ້ຂໍ້ມູນຂອງຊາຍສອງຄົນນີ້ ກະລຸນາແຈ້ງເຈົ້າໜ້າທີ່ນຳເຈົ້າຕົວມາລົງໂທດຕາມລະບຽບກົດໝາຍ…

ເກີດອຸບັດຕິເຫດລົດຈັກລົ້ມເອງ ຢູ່ບ້ານຊະນະໄຊ ເມືອງປາກຊັນ ເສຍຊີວິດ 1 ຄົນ

ເກີດອຸບັດຕິເຫດລົດຈັກລົ້ມເອງ ຢູ່ບ້ານຊະນະໄຊ ເມືອງປາກຊັນ ເສຍຊີວິດ 1 ຄົນ

ມູນນິທິແມັກກູ້ໄພນ້ຳສອງສີປາກຊັນ ລາຍງານວ່າ: ເວລາປະມານ 23:30 ໂມງ ຂອງວັນທີ 21 ກຸມພາ 2024 ມີອຸບັດຕິເຫດລົດຈັກລົ້ມເອງ ຢູ່ບ້ານຊະນະໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ຈຸດເກີດເຫດຢູ່ທາງເຂົ້າໂຮງໝໍທະຫານແຂວງບໍລິຄຳໄຊ ເຮັດໃຫ້ເສຍຊີວິດຄາທີ່ 1 ຄົນ ເປັນເພດຊາຍ ຫລັງເກີດເຫດທາງມູນນິທິໄດ້ຊ່ວຍເຫລືອຢ່າງເຕັມທີ່ແຕ່ກູ້ຊິວິດຜູ້ກ່ຽວໄວ້ບໍ່ໄດ້.

ເກີດແຜ່ນດິນໄຫວຢູ່ບໍລິເວນ ແຂວງອຸດົມໄຊ ຄວາມແຮງສັ່ນສະເທືອນວັດແທກໄດ້ 3.4 ຣິກເຕີ

ເກີດແຜ່ນດິນໄຫວຢູ່ບໍລິເວນ ແຂວງອຸດົມໄຊ ຄວາມແຮງສັ່ນສະເທືອນວັດແທກໄດ້ 3.4 ຣິກເຕີ

ລາຍງານການເກີດແຜ່ນດິນໄຫວຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດ ເວລາ 17:36 ໂມງ ຂອງວັນທີ 17 ກຸມພາ 2024 ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວ ຈໍານວນ 1 ຄັ້ງ, ໃນບໍລິເວນ ແຂວງອຸດົມໄຊ ຈຸດສູນກາງເສັັ້ນຂະໜານທີ 20.510°N ແລະ ເສັ້ນແວງທີ 102.150°E…

ໄລຍະເປີດນຳໃຊ້ໃໝ່ເຈົ້າໜ້າທີ່ ເນັ້ນກ່າວເຕືອນ ແລະ ສຶກສາອົບຮົມ ຍັງບໍ່ມີການປັບໃໝ

ໄລຍະເປີດນຳໃຊ້ໃໝ່ເຈົ້າໜ້າທີ່ ເນັ້ນກ່າວເຕືອນ ແລະ ສຶກສາອົບຮົມ ຍັງບໍ່ມີການປັບໃໝ

ພາຍຫລັງທີ່ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນອອກແຈ້ງການເລກທີ 1350/ຍທຂ.ນວ ໃຫ້ເປີດໃຊ້ເສັ້ນທາງແຄມຂອງ ແຕ່ບ້ານສີບຸນເຮືອງ ຫາ ສາມແຍກປາກປາສັກ ເມືອງສີໂຄດຕະບອງ ເປັນທິດທາງລ່ອງພຽງຢ່າງດຽວ (One way) ເລີ່ມແຕ່ວັນທີ 9 ກຸມພາ 2024 ເປັນຕົ້ນໄປ, ເພື່ອຄວາມສະດວກແລະເຂົ້າໃຈໃນການສັນຈອນ ເຈົ້າໜ້າທີ່ຕຳຫລວດຈະລາຈອນ…

ທ່ານ ນາງ ວາລີ ເວດສະພົງ ສສຊ ງົງ ເລື່ອງມີການເກັບເງິນລົດໃຫຍ່ທີ່ເຂົ້າສະໜາມບິນໜອງຄ້າງ ເມືອງຊຳເໜືອ ທຸກຄັນ

ທ່ານ ນາງ ວາລີ ເວດສະພົງ ສສຊ ງົງ ເລື່ອງມີການເກັບເງິນລົດໃຫຍ່ທີ່ເຂົ້າສະໜາມບິນໜອງຄ້າງ ເມືອງຊຳເໜືອ ທຸກຄັນ

ວັນທີ 10 ກຸມພາ 2024 ນີ້ ທ່ານ ນາງວາລີ ເວດສະພົງ ສສຊ ໄດ້ໂພສຂໍ້ຄວາມພ້ອມຮູບພາບປິ້ເກັບເງິນລົດເຂົ້າສະໜາມບິິນໜອງຄ້າງ ເມືອງຊຳເໜືອ ແຂວງຫົວພັນ ຢູ່ເຟສບຸກສ່ວນຕົວ ເລົ່າເລື່ອງທີ່ເກີດຂຶ້ນພາຍຫລັງທີ່ສຳເລັດການເຄື່ອນໄຫວເຮັດວຽກຢູ່ແຂວງຫົວພັນ ແລະ ຈະກັບນະຄອນຫລວງວຽງຈັນ ວ່າ: ວານນີ້ໄດ້ໃຫ້ລົດຕູ້ໄປສົ່ງທີ່ສະໜາມບິນ ໜອງຄ້າງ ເມືອງຊຳເໜືອ…

ຊາຍອາຍຸ 57 ປີ ຕົກຕົ້ນໄມ້ຢູ່ໃນປ່າ 3 ຄືນຈຶ່ງມີຄົນເຫັນ ກູ້ໄພນຳຕົວສົ່ງໂຮງໝໍຢ່າງປອດໄພ

ຊາຍອາຍຸ 57 ປີ ຕົກຕົ້ນໄມ້ຢູ່ໃນປ່າ 3 ຄືນຈຶ່ງມີຄົນເຫັນ ກູ້ໄພນຳຕົວສົ່ງໂຮງໝໍຢ່າງປອດໄພ

ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຜູ້ປະສົບໄພ ແຂວງໄຊຍະບູລີ ລາຍງານວ່າ: ເວລາ 12:16 ນາທີ ຂອງວັນທີ 10 ກຸມພາ 2024 ໄດ້ຮັບແຈ້ງເຫດວ່າພົບຜູ້ເຖົ້າຕົກຕົ້ນໄມ້ໃນປ່າ ຢູ່ບ້ານນາໄຮ ເມືອງໄຊຍະບູລີ ແຂວງໄຊຍະບູລີ. ທີມງານກູ້ໄພເຂົ້າກວດສອບເຫດພົບຜູ້ບາດເຈັບ 1 ຄົນ ເພດຊາຍ ຂາຫັກເບື້ອງຊ້າຍ. ຕາມການສອບຖາມຜູ້ປະສົບເຫດເວົ້າວ່າຕົນເອງໄດ້ຕົກຕົ້ນໄມ້ແລ້ວຊ່ວຍຕົວເອງບໍ່ໄດ້…