ທ່ານ ນາງ ວາລີ ເວດສະພົງ ສສຊ ງົງ ເລື່ອງມີການເກັບເງິນລົດໃຫຍ່ທີ່ເຂົ້າສະໜາມບິນໜອງຄ້າງ ເມືອງຊຳເໜືອ ທຸກຄັນ

ວັນທີ 10 ກຸມພາ 2024 ນີ້ ທ່ານ ນາງວາລີ ເວດສະພົງ ສສຊ ໄດ້ໂພສຂໍ້ຄວາມພ້ອມຮູບພາບປິ້ເກັບເງິນລົດເຂົ້າສະໜາມບິິນໜອງຄ້າງ ເມືອງຊຳເໜືອ ແຂວງຫົວພັນ ຢູ່ເຟສບຸກສ່ວນຕົວ ເລົ່າເລື່ອງທີ່ເກີດຂຶ້ນພາຍຫລັງທີ່ສຳເລັດການເຄື່ອນໄຫວເຮັດວຽກຢູ່ແຂວງຫົວພັນ ແລະ ຈະກັບນະຄອນຫລວງວຽງຈັນ ວ່າ: ວານນີ້ໄດ້ໃຫ້ລົດຕູ້ໄປສົ່ງທີ່ສະໜາມບິນ ໜອງຄ້າງ ເມືອງຊຳເໜືອ ແຂວງຫົວພັນ ເຫັນມີດ່ານເກັບເງິນ ນຳລົດທຸກຄັນທີ່ຜ່ານເຂົ້າໄປສະໜາມບິນ ລວມທັງລົດໄປສົ່ງຂ້າພະເຈົ້າ 25.000 ກີບ ເລີຍງົງໜ້ອຍໜຶ່ງ ເພາະບໍ່ເຄີຍເຫັນຢູ່ໃສມີແບບນີ້ ຫລື ເພິ່ນມີເຫດຜົນໃດນໍ້ຈຶ່ງເຮັດແບບນີ້ອາດຕ້ອງຟັງເບິ່ງເຫດຜົນເພິ່ນກ່ອນ ໄດ້ຍິນວ່າເລີ່ມເກັບເງິນແບບນີ້ ປະມານ 7-8 ເດືອນແລ້ວ ໂດຍແມ່ນ ບໍລິສັດ ເອກກະຊົນເກັບ ອາດແມ່ນສຳປະທານ ວຽກນີ້ເຂົ້າໃຈວ່າແມ່ນວຽກ ໂຍທາທິການ ແລະ ຂົນສົ່ງ.
ແຕ່ສ່ວນຕົວແລ້ວ ບໍ່ຄວນເກັບເງິນກັບລົດທຸກຄັນ ທີ່ໄປສົ່ງຜູ້ໂດຍສານຊື່ໆ ທີ່ສະໜາມບິນແບບນີ້ ຖ້າຝາກລົດກໍອີກເລື່ອງໜຶ່ງ ທີ່ຕ້ອງຈັດສັນບ່ອນຈອດລົດຄັກແນ່ ຫາກຈອດເກີນ ຈັກນາທີ, ຈັກຊົ່ວໂມງຕ້ອງໄປຝາກລົດເສຍເງິນ ກໍວ່າກັນໄປ ໂຕນີ້ກໍຕ້ອງແຟກັບຜູ້ສຳປະທານ ຫລື ໃຫ້ການບໍລິການອື່ນໆ ແຕ່ໄປສົ່ງຊື່ໆ ລະເອົາເຄື່ອງລົງຊື່ໆນີ້ ຮູ້ສຶກບໍ່ຖືກຕ້ອງຢ່າງແຮງ.
ປະຊາຊົນແຂວງຫົວພັນ ຝາກທ່ານ ເຈົ້າແຂວງຜູ້ໃໝ່ທີ່ຫາກໍມາຮັບໜ້າາທີ່ໄດ້ 4 ເດືອນປາຍ ຂໍໃຫ້ທ່ານຊ່ວຍພິຈາລະນາແກ້ໄຂບັນຫານີ້ຊ່ວຍປະຊາຊົນແດ່ວ່າຊັ້ນ ເຊື່ອໝັ້ນທ່ານເຈົ້າແຂວງ ພ້ອມຂໍ້ຄວາມລົງທ້າຍວ່າ ບໍ່ດຣ່າມ່າເດີ້ ຄອມເມັ້ນແບບສ້າງສັນ ຂອບໃຈ.

