ເກີດອຸບັດຕິເຫດລົດຈັກລົ້ມເອງ ຢູ່ບ້ານຊະນະໄຊ ເມືອງປາກຊັນ ເສຍຊີວິດ 1 ຄົນ

ມູນນິທິແມັກກູ້ໄພນ້ຳສອງສີປາກຊັນ ລາຍງານວ່າ: ເວລາປະມານ 23:30 ໂມງ ຂອງວັນທີ 21 ກຸມພາ 2024 ມີອຸບັດຕິເຫດລົດຈັກລົ້ມເອງ ຢູ່ບ້ານຊະນະໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ຈຸດເກີດເຫດຢູ່ທາງເຂົ້າໂຮງໝໍທະຫານແຂວງບໍລິຄຳໄຊ ເຮັດໃຫ້ເສຍຊີວິດຄາທີ່ 1 ຄົນ ເປັນເພດຊາຍ ຫລັງເກີດເຫດທາງມູນນິທິໄດ້ຊ່ວຍເຫລືອຢ່າງເຕັມທີ່ແຕ່ກູ້ຊິວິດຜູ້ກ່ຽວໄວ້ບໍ່ໄດ້.