ໄລຍະເປີດນຳໃຊ້ໃໝ່ເຈົ້າໜ້າທີ່ ເນັ້ນກ່າວເຕືອນ ແລະ ສຶກສາອົບຮົມ ຍັງບໍ່ມີການປັບໃໝ

ພາຍຫລັງທີ່ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນອອກແຈ້ງການເລກທີ 1350/ຍທຂ.ນວ ໃຫ້ເປີດໃຊ້ເສັ້ນທາງແຄມຂອງ ແຕ່ບ້ານສີບຸນເຮືອງ ຫາ ສາມແຍກປາກປາສັກ ເມືອງສີໂຄດຕະບອງ ເປັນທິດທາງລ່ອງພຽງຢ່າງດຽວ (One way) ເລີ່ມແຕ່ວັນທີ 9 ກຸມພາ 2024 ເປັນຕົ້ນໄປ, ເພື່ອຄວາມສະດວກແລະເຂົ້າໃຈໃນການສັນຈອນ ເຈົ້າໜ້າທີ່ຕຳຫລວດຈະລາຈອນ ໄດ້ຕັ້ງຈຸດກວດກາ ປະຈຳຢູ່ເສັ້ນທາງດັ່ງກ່າວ 5 ຈຸດ ເພື່ອຄອຍໃຫ້ຄຳແນະນຳຜູ້ທີ່ສັນຈອນໄປມາໃຫ້ປະຕິບັດຖືກຕ້ອງ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຫລີກລ່ຽງການເກີດອຸບັດເຫດ.
ວັນທີ 14 ກຸມພາ 2024 ນີ້, ທີມງານຂ່າວໜັງສືພິມ ລາວພັດທະນາ ໄດ້ສອບຖາມຂໍ້ມູນຈາກເຈົ້າໜ້າທີ່ຕຳຫລວດຈະລາຈອນ ທີ່ປະຈຳການຈຸດດັ່ງກ່າວ ເຊິ່ງເຈົ້າໜ້າທີ່ໃຫ້ຮູ້ວ່າ: ການຕັ້ງຈຸດກວດກາ ແມ່ນເພື່ອໃຫ້ຄວາມຮູ້ແກ່ຜູ້ສັນຈອນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ໃຊ້ລົດໃຊ້ຖະໜົນໃຫ້ຖືກຕ້ອງຕາມແຈ້ງການ ແລະ ກ່າວເຕືອນ, ສຶກສາອົບຮົມ ໂດຍບໍ່ມີການປັບໃໝໃດໆເທື່ອ ໃນໄລຍະ 2 ອາທິດທີ່ເລີ່ມເປີດການນຳໃຊ້.
ທ່ານໃດຈະໃຊ້ເສັ້ນທາງດັ່ງກ່າວ ຈົ່ງເອົາໃຈໃສ່ປະຕິບັດຕາມປ້າຍເຄື່ອງໝາຍຈະລາຈອນຢ່າງເຂັ້ມງວດ, ປະຕິບັດຕາມກົດລະບຽບຈະລາຈອນ ທັງນີ້ກໍເພື່ອຄວາມປອດໄພ, ຫລີກລ່ຽງອຸບັດເຫດ ແລະ ເພື່ອຄວາມເປັນລະບຽບຮຽບຮ້ອຍການໃນສັນຈອນ.

