ນາຍົກລັດຖະມົນຕີກຽມຢ້ຽມຢາມສິງກະໂປຄັ້ງທໍາອິດໃນຮອບ 7 ປີ ຫວັງເຮັດໃຫ້ການພົວພັນແໜ້ນແຟ້ນຍິ່ງຂຶ້ນ

              ສື່ຕ່າງປະເທດລາຍງານໂດຍອ້າງແຫລ່ງຂ່າວວ່າ: ນາຍົກລັດຖະມົນຕີ ຫລີ່ສຽງ ຂອງຈີນ ກຽມເດີນທາງຢ້ຽມຢາມສິງກະໂປໃນເດືອນນີ້ ເຊິ່ງຖືເປັນການຢ້ຽມຢາມສິງກະໂປຄັ້ງທໍາອິດຂອງນາຍົກລັດຖະມົນຕີຈີນໃນຮອບ 7 ປີ ເພື່ອສະເຫລີມສະຫລອງຄົບຮອບ 35 ປີ ການພົວພັນທາງການທູດ, ຂະນະທີ່ລັດຖະບານພະຍາຍາມເຮັດໃຫ້ການພົວພັນໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

              ລາຍງານຂ່າວລະບຸວ່າ: ນາຍົກລັດຖະມົນຕີຈີນຈະຢ້ຽມຢາມສິງກະໂປ ຈາກນັ້ນຈະເຂົ້າຮ່ວມກອງປະຊຸມຂອງປະເທດອາຊີຕາເວັນອອກສຽງໃຕ້ໃນມາເລເຊຍ ນັບແຕ່ວັນທີ 26 ຕຸລາ. ເຖິງຢ່າງໃດກໍຕາມ, ແຜນດັ່ງກ່າວຍັງບໍ່ແນ່ນອນ ແລະ ອາດມີການປ່ຽນແປງ.

              ທັງນີ້, ຈີນໄດ້ສົ່ງນາຍົກລັດຖະມົນຕີຢ້ຽມຢາມສິງກະໂປຄັ້ງຫລ້າສຸດໃນປີ 2018 ເຊິ່ງເປັນໄລຍະເວລາທີ່ທ່ານ ຫລີ່ເຄີສຽງ ນາຍົກລັດຖະມົນຕີ ໃນເວລານັ້ນເປັນຜູ້ເບິ່ງແຍງດ້ານການແລກປ່ຽນຂໍ້ຕົກລົງທີ່ຄວບຄຸມການຄ້າ, ການເງິນ ແລະ ພາກສ່ວນອື່ນໆ. ຂະນະດຽວກັນ ທ່ານ ລໍເຣນ ຫວ່ອງ ນາຍົກລັດຖະມົນຕີສິງກະໂປ ເດີນທາງຢ້ຽມຢາມນະຄອນຫລວງປັກກິ່ງ ແລະ ໄດ້ພົບປະກັບທ່ານ ຫລີ່ສຽງ ໃນເດືອນມິຖຸນາ.

               ທ່ານ ຫລີ່ສຽງ ມີກໍານົດພົບປະກັບຜູ້ນໍາລະດັບພາກພື້ນຢູ່ນະຄອນຫລວງກົວລາລໍາເປີ ຫລັງຢ້ຽມຢາມສິງກະໂປ. ຂະນະທີ່ທາງການມາເລເຊຍຢືນຢັນວ່າ: ປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ຈະເດີນທາງຢ້ຽມຢາມມາເລເຊຍໃນວັນທີ 26 ຕຸລານີ້ ໂດຍທ່ານ ທຣໍາ ມຸ້ງຫວັງຈະມາເປັນສັກຂີພະຍານໃນການລົງນາມຂໍ້ຕົກລົງຢຸດຍິງລະຫວ່າງໄທກັບກໍາປູເຈຍ.