ສ.ເກົາຫລີ ສັ່ງ “ຫ້າມ” ພົນລະເມືອງເດີນທາງໄປບາງພື້ນທີ່ຢູ່ກໍາປູເຈຍ ຍົກລະດັບມາດຕະການຂັ້ນສູງສຸດ ຮັບມືຄະດີສະແກມເມີລັກພາຕົວ

              ລັດຖະບານ ສ.ເກົາຫລີ ປະກາດມາດຕະການເຕືອນການເດີນທາງຂັ້ນສູງສຸດໃນຫລາຍພື້ນທີ່ຂອງກໍາປູເຈຍ ໂດຍ “ຫ້າມ” ພົນລະເມືອງເດີນທາງໄປບາງພື້ນທີ່ຂອງກໍາປູເຈຍ ທີ່ມີກໍລະນີການກັກຂັງ ແລະ ການຄຸກຄາມທີ່ກ່ຽວຂ້ອງກັບຂະບວນການຫລອກລວງເພີ່ມຂຶ້ນຢ່າງວ່ອງໄວ ໂດຍຖືເປັນມາດຕະການຂັ້ນເດັດຂາດ ຫລັງເກີດຄະດີສະແກມເມີລັກພາຕົວ ແລະ ສັງຫານນັກສຶກສາເກົາຫລີອາຍຸ 22 ປີ.

              ທັງນີ້, The Korea Herald ລະບຸວ່າ: ກະຊວງການຕ່າງປະເທດ ສ.ເກົາຫລີ ປະກາດມາດຕະການເດີນທາງໄປກໍາປູເຈຍທັງໝົດ 4 ລະດັບ ແລະ ຖ້າພົນລະເມືອງຄົນໃດຝ່າຝືນ ຈະຕ້ອງໄດ້ຮັບໂທດທາງກົດໝາຍ ເຊິ່ງຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 16 ຕຸລາເປັນຕົ້ນໄປ ໄດ້ແກ່:

  1. ມາດຕະການທີ 4 ຮຸນແຮງຂັ້ນທີ່ສຸດຄື: ຫ້າມພົນລະເມືອງ ສ.ເກົາຫລີ ເດີນທາງໄປບາງພື້ນທີ່ຂອງກໍາປູເຈຍ ໄດ້ແກ່ ເຂົາໂບກໍຢູ່ແຂວງກໍາປອດ, ເມືອງບາເວດຢູ່ແຂວງສວາຍຣຽງ ແລະ ປອຍເປດຢູ່ແຂວງບັນທາຍມີໄຊ.
    1. ມາດຕະການຂັ້ນທີ 3 ອອກຄໍາແນະນໍາໃຫ້ຊາວ ສ.ເກົາຫລີ ໃນເມືອງສີໜຸວິວ ເດີນທາງອອກຈາກພື້ນທີ່.
    1. ມາດຕະການຂັ້ນທີ 2 ອອກຄໍາແນະນໍາໃຫ້ພົນລະເມືອງເດີນທາງກັບຈາກປະເທດກໍາປູເຈຍ.
    1. ມາດຕະການຂັ້ນທີ 1 ອອກຄໍາເຕືອນໃຫ້ຊາວ ສ.ເກົາຫລີ ລະມັດລະວັງການເດີນທາງໃນກໍາປູເຈຍ.

          ມາດຕະການດັ່ງກ່າວເປັນທ່າທີທີ່ຕອບສະໜອງຕໍ່ບັນຫາອາດຊະຍາກໍາສະແກມເມີໃນອາທິດຜ່ານມາ ໂດຍລັດຖະບານທ່ານ ອີ ແຈມຢອງ (Lee Jae-myung) ປະທານາທິບໍດີ ສ.ເກົາຫລີ ລະບຸວ່າ: ປະເທດພ້ອມລະດົມຊັບພະຍາກອນເພື່ອຊ່ວຍເຫລືອພົນລະເມືອງທຸກຄົນ, ພ້ອມຍົກລະດັບມາດຕະການຮັກສາຄວາມປອດໄພ ເຊິ່ງໜຶ່ງໃນນັ້ນຄືການອອກຄໍາເຕືອນການເດີນທາງໄປກໍາປູເຈຍ.

              ເບື້ອງຕົ້ນ, ທ່ານ ອີ ຊຸງລັກ (Wi Sung-lac) ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອອກມາເປີດເຜີຍວ່າ: ລັດຖະບານກໍາລັງພະຍາຍາມພາພົນລະເມືອງ 60 ແລະ ຜູ້ສູນຫາຍຈໍານວນໜຶ່ງຄົນຢູ່ກໍາປູເຈຍກັບປະເທດໃຫ້ໄດ້ ແລະ ເນັ້ນວ່າ: ຈຸດສໍາຄັນຂອງບັນຫາດັ່ງກ່າວຄື ສ.ເກົາຫລີ ຈະສາມາດເຈລະຈາກັບກໍາປູເຈຍໃຫ້ບັນລຸຂໍ້ຕົກລົງຮ່ວມກັນໄດ້.

              ນອກຈາກນີ້, ທີ່ປຶກສາຄວາມໝັ້ນຄົງ ສ.ເກົາຫລີ ສົ່ງສານເຖິງປະຊາຊົນ ແລະ ສື່ໃຫ້ລະມັດລະວັງ ແລະ ເຝົ້າລະວັງອາດຊະຍາກໍາດັ່ງກ່າວ, ແຕ່ຢ່າປຸກລະດົມ ຫລື ສ້າງຄວາມກຽດຊັງຕໍ່ກໍາປູເຈຍ ແລະ ພົນລະເມືອງອີກຝ່າຍ.

              ປັດຈຸບັນ, ໜ່ວຍງານຂ່າວແຫ່ງຊາດ ສ.ເກົາຫລີ ປະເມີນວ່າ: ມີພົນລະເມືອງເກົາຫລີນັບພັນຄົນທີ່ຕົກເປັນເຫຍື່ອຂອງກຸ່ມສະແກມເມີ ແລະ ຕົກຄ້າງຢູ່ກໍາປູເຈຍ ເຊິ່ງມີລັກສະນະຄຸມເຄືອ ຄືເປັນທັງເຫຍື່ອ ແລະ ອາດຊະຍາກອນ ທີ່ຕົກລົງປົງໃຈເດີນທາງໄປ, ແຕ່ກັບມາບໍ່ໄດ້ ແລະ ຖືກທາລຸນ.

ອ້າງອີງ: