9 ເດືອນ ປີ 2022 ລາວບັນລຸ GDP ຕໍ່ຫົວຄົນ 1.841 ໂດລາ ຫລຸດແຜນການ 662 ໂດລາ
ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2022 ດໍາເນີນໃນສະພາບການຂອງໂລກ ແລະ ພາກພື້ນ ສືບຕໍ່ຜັນແປຢ່າງສັບສົນລວມທັງສະພາບການລະບາດຂອງພະຍາດໂຄວິດ-19, ໄພພິບັດທາງທໍາມະຊາດ, ຄວາມຂັດແຍ່ງດ້ານການເມືອງ ແລະ ເສດຖະກິດຂອງບາງປະເທດສົ່ງຜົນໃຫ້ປະເທດເຮົາສືບຕໍ່ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍດ້ານ, ໃນນີ້ອັນທີ່ມີລັກສະນະສະ ເພາະຂອງປະເທດພວກເຮົາແມ່ນຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນທີ່ສະສົມມາຫຼາຍປີ. ເຖິງຢ່າງ ໃດກໍຕາມ ດ້ວຍການຊີ້ນໍາຂອງສູນກາງພັກທີ່ແທດເຖິງຕົວຈິງ ແລະ ຄວາມພະຍາຍາມຢ່າງຕັ້ງໜ້າຂອງທຸກພາກສ່ວນໃນການຈັດຕັ້ງລະບົບການເມືອງປະຊາທິປະໄຕທຸກຂັ້ນ…










