ເອັມມານູເອລ ມາກຣົງ ຊະນະເລືອກຕັ້ງປະທານາທິບໍດີຝຣັ່ງ

ຝຣັ່ງ 8 ພຶດສະພາ: ທ່ານ ເອັມມານູເອລ ມາກຣົງ ນັກການເມືອງສາຍກາງ ກຽວຂຶ້ນເປັນຜູ້ນຳຝຣັ່ງຄົນໃໝ່, ພາຍຫລັງໄດ້ຮັບໄຊຊະນະການເລືອກຕັ້ງປະທານາທິບໍດີຮອບຕັດສິນ ດ້ວຍສຽງສະໜັບສະໜູນຫ່າງທ່ານນາງ ມາຣີນ ເລີ ເປນ ຄູ່ແຂ່ງຈາກພັກຂວາຈັດ 65,5% ຕໍ່ 34,5% ກຽມເປັນປະທານາທິບໍດີຝຣັ່ງອາຍຸນ້ອຍສຸດພຽງແຕ່ 39 ປີ.
ທ່ານ ເອັມມານູເອລ ມາກຣົງ ກາຍເປັນປະທານາທິບໍດີຝຣັ່ງທີ່ມີອາຍຸນ້ອຍທີ່ສຸດໃນປະຫວັດສາດ ນັ້ນຄື 39 ປີ ແລະ ຍັງເປັນປະທານາທິບໍດີຄົນທຳອິດນັບແຕ່ການເລີ່ມຕົ້ນຂອງສະໄໝສາທາລະນະລັດທີ 5 ເມື່ອປີ1958 ທີ່ບໍ່ໄດ້ມາຈາກ 2 ພັກໃຫຍ່ທີ່ປ່ຽນກັນຄອງອຳນາດຢູ່ຝຣັ່ງມາໂດຍຕະຫລອດ ຄືພັກສັງຄົມນິຍົມ ເຊິ່ງເປັນພັກກາງ-ຊ້າຍ ແລະ ພັກຣີພັບລິກັນ ເຊິ່ງເປັນພັກກາງ-ຂວາ ໄຊຊະນະຂອງທ່ານ ມາກຣົງ ເທົ່າກັບເປີດປະຫວັດສາດໜ້າໃໝ່ໃຫ້ແກ່ປະເທດຝຣັ່ງ.
ທ່ານ ມາກຣົງ ກ່າວວ່າ: ທ່ານຍິນດີຈະເປັນຜູ້ສ້າງປະຫວັດສາດທີ່ເຕັມແຕ່ຄວາມຫວັງ ແລະ ຄວາມເຊື່ອໝັ້ນເປັນຄົນທຳອິດ ແລະ ພ້ອມຈະຕໍ່ສູ້ເພື່ອລຶບລ້າງຄວາມແບ່ງແຍກທີ່ຈະທຳລາຍຝຣັ່ງໃຫ້ເຖິງທີ່ສຸດ. ພ້ອມກັບຈະປົກປ້ອງເອີຣົບຢ່າງເຕັມສ່ວນເຊັ່ນກັນ. ຜູູ້ສະໜັບສະໜູນທ່ານ ມາກຣົງ ຕ່າງພາກັນມາລວມຕົວສະຫລອງໄຊຊະນະໃຫ້ແກ່ທ່ານ ມາກຣົງ ຢູ່ໜ້າພິພິຕະພັນລູບ ກາງນະຄອນຫລວງປາຣີ.
ສ່ວນທ່ານນາງ ເລີ ເປນ ກ່າວຂອບໃຈປະຊາຊົນ 11 ລ້ານຄົນທີ່ລົງຄະແນນສຽງໃຫ້ນາງ. ພ້ອມກ່າວວ່າ: ຜົນການເລືອກຕັ້ງຊີ້ໃຫ້ເຫັນເຖິງການແບ່ງແຍກລະຫວ່າງຜູ້ຮັກຊາດກັບຜູ້ຮັກໂລກ. ພັກແນຊັນນໍ ຟຣອນ ຂອງນາງຮອດບ່ອນຈະຕ້ອງປະຕິຮູບຕົວເອງແລ້ວ ແລະ ນາງຈະເປັນກົງຈັກສຳຄັນໃນການຊຸກດັນໃຫ້ເກີດການປ່ຽນແປງ ໂດຍຈະລົງຕໍ່ສູ້ໃນການເລືອກໃນລັດຖະສະພາທີ່ຈະມາເຖິງຕໍ່ໄປ, ທັງຍັງອວຍພອນໃຫ້ທ່ານ ມາກຣົງ ປະສົບຜົນສຳເລັດໃນການເອົາຊະນະຄວາມທ້າທາຍຂະໜາດໃຫຍ່ທີ່ພວມຜະເຊີນຢູ່.
ສ່ວນປະທານາທິບໍດີ ຟຣັງຊົວ ໂອນລອງ ຜູ້ນຳຝຣັ່ງ ໄດ້ສະແດງຄວາມຍິນດີຕໍ່ທ່ານ ມາກຣົງ ແລະ ກ່າວວ່າຜົນການເລືອກຕັ້ງບົ່ງບອກວ່າ: ປະຊາຊົນຝຣັ່ງຕ້ອງການຄວາມສາມັກຄີໃນແນວທາງແຫ່ງສາທາລະນະລັດ. ໃນລະຫວ່າງການຫາສຽງທ່ານ ມາກຣົງ ສັນຍາວ່າຈະຫລຸດການຈ້າງວຽກໃນໜ່ວຍງານຂອງລັດລົງເຖິງ 120.000 ຕຳແໜ່ງ, ຫລຸດການໃຊ້ຈ່າຍຂອງໜ່ວຍງານລັດລົງ 60.000 ລ້ານເອີໂຣ ແລະ ຫລຸດການວ່າງວຽກໃຫ້ເຫລືອຕໍ່າກວ່າ 7%.
ນອກຈາກນີ້, ຍັງໃຫ້ຄຳໝັ້ນວ່າຈະຫລຸດຜ່ອນກົດໝາຍແຮງງານ ແລະ ໃຫ້ການຄຸ້ມຄອງເອກະຊົນລາຍຍ່ອຍນຳອີກ, ພິເສດຄືທ່ານ ມາກຣົງ ສະໜັບສະໜູນສະຫະພາບເອີຣົບຢ່າງເຕັມສ່ວນ ເຊິ່ງກົງກັນຂ້າມກັບທ່ານນາງ ເລີ ເປນ ທີ່ຕ້ອງການໃຫ້ຝຣັ່ງແຍກຕົວອອກຈາກສະຫະພາບເອີຣົບເຊັ່ນດຽວກັບອັງກິດ.
ສຳລັບປະຕິກິລິຍາຜູ້ນຳຫລາຍປະເທດຕໍ່ໄຊຊະນະຂອງທ່ານ ມາກຣົງ, ປະທານາທິບໍດີ ໂດນັນ ທຣຳ ຜູ້ນຳອາເມລິກາ ກ່າວສະແດງຄວາມຍິນດີຜ່ານທະວິດເຕີ ແລະ ປະກາດພ້ອມຮ່ວມວຽກຢ່າງເຕັມສ່ວນ, ສ່ວນທ່ານນາງ ອັງເກລາ ແມຣເຄິນ ນາຍົກລັດຖະມົນຕີເຢຍລະມັນ ສະແດງຄວາມຍິນດີ ແລະ ກ່າວວ່າ: ເປັນໄຊຊະນະຂອງສະຫະພາບເອີຣົບ ແລະ ການພົວພັນລະຫວ່າງຝຣັ່ງກັບເຢຍລະມັນ, ສ່ວນໂຄສົກທຳນຽບນາຍົກລັດຖະມົນຕີອັງກິດໄດ້ສະແດງຄວາມຍິນດີ ແລະ ກ່າວວ່າຝຣັ່ງເປັນພັນທະມິດທີ່ໃກ້ຊິດທີ່ສຸດຂອງອັງກິດ, ນາຍົກລັດຖະມົນຕີອັງກິດພ້ອມເຮັດວຽກຢ່າງເຕັມສ່ວນ.
ສ່ວນທ່ານ ໝອງ ໂຄລດ ຍຸງເກີ ປະທານຄະນະກຳມາທິການເອີຣົບ ທະວິດເຕີຂໍ້ຄວາມວ່າ: ຮູ້ສຶກມີຄວາມສຸກທີ່ຊາວຝຣັ່ງຕັດສິນໃຈໂດຍເຫັນຄວາມສຳຄັນຂອງສະຫະພາບເອີຣົບ. ສຳລັບຜົນການເລືອກຕັ້ງຢ່າງເປັນທາງການຈະມີການປະກາດໃນວັນທີ 11 ພຶດສະພາ ແລະ ວັນທີ 14 ພຶດສະພານີ້ ຜູ້ຊະນະການເລືອກຕັ້ງໃນເທື່ອນີ້ຈະກ້າວຂຶ້ນດຳລົງຕຳແໜ່ງປະທານາທິບໍດີຄົນທີ 25 ຂອງຝຣັ່ງ.

