ທ່ານ ບຸນທະນົງສັກ ເທບພາລັກ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3 ຄໍາມ່ວນ-ນະຄອນພະນົມໄດ້ກ່າວຕໍ່ຜູ້ສື່ຂ່າວທ້ອງຖິ່ນກ່ຽວກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະຜ່ານມາໂດຍສະເພາະປີ 2022 ໃນຕອນເຊົ້າຂອງວັນທີ 29 ພະຈິກ 2022 ນີ້ວ່າ: ມາຮອດວັນທີ 29 ພະຈິກ 2022 ປະຕິບັດໄດ້ 368,53 ຕື້ກວ່າກີບ, ຖ້າທຽບໃສ່ແຜນການປີແມ່ນປະຕິບັດໄດ້ 89,30 %, ຖ້າທຽບໃສ່ໄລຍະດຽວກັນຂອງປີ 2021 ແມ່ນປະຕິບັດໄດ້ 148,99 % (ລື່ນປີກາຍ 48,99 %) , ຖ້າທຽບເປັນຕົວເລກເງິນແມ່ນປະຕິບັດໄດ້ 121,17 ຕື້ກວ່າກີບ . ນອກນັ້ນຍັງມີເງິນທີ່ເປັນຮ່ວງຂອງພາສີແຕ່ວ່າຜູ້ປະກອບການໄດ້ໄປຖອກເຂົ້າຜິດຮ່ວງເຂົ້າເປັນຮ່ວງຂອງອາກອນພາຍໃນຈໍານວນ 3 ຕື້ກວ່າກີບຖ້າເອົາຕົວເລກທີ່ຖອກຜິດຮ່ວງດັ່ງກ່າວມາບວກໃສ່ຮ່ວງລາຍຮັບຂອງພາສີພາຍໃນດ່ານແມ່ນຈະໄດ້ຕົວຈິງ 371,65 ຕື້ກວ່າກີບ ເທົ່າກັບ 90,05 % ຂອງແຜນການປີ 2022 ແລະ ຖືວ່າຍັງອີກ 1 ເດືອນຈິ່ງຈະໝົດປີ 2022 ເຊິ່ງຄາດວ່າຈະປະຕິບັດໄດ້ຕາມແຜນການປີ ຫຼື ລື່ນແຜນການປີ .
ທ່ານຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3 ຄໍາມ່ວນ-ນະຄອນພະນົມໄດ້ກ່າວຕື່ມວ່າ : ລາຍຮັບສ່ວຍຫຼາຍທີ່ໄດ້ຈາກການເກັບພາສີແມ່ນມາຈາກການນໍາເຂົ້ານໍ້າມັນເຊື້ອໄຟເພື່ອມາຮັບໃຊ້ພາຍໃນແຂວງເຊິ່ງກວມເອົາ 27 % , ການຮັບເຂົ້າສິນຄ້າເພື່ອສົ່ງອອກໄປປະເທດທີ 03 ເຊິ່ງເປັນປະເພດສິນຄ້າປະເພດເຄື່ອງຊູກໍາລັງ ( ກະທິງແດງກະປ໋ອງ ) ກວມເອົາ 51 % , ເຄື່ອງອຸປະໂພກ-ບໍລິໂພກກວມເອົາ 34 % ,ເກັບຄ່າທໍາຽມຕ່າງໆຈາກສິນຄ້າໃນກອບການລົງທຶນ ແລະ ຮັບຈາກພາຫະນະຈໍານວນໜຶ່ງປະມານ 2,5 % ເຊິ່ງໄດ້ມີການນໍາເຂົ້າແຕ່ຕົ້ນປີສ່ວນທ້າຍປີແມ່ນບໍ່ມີກາານນໍາເຂົ້າ , ສໍາລັບສິນຄ້າສົ່ງອອກທີ່ມີບໍລິມາດຈໍານວນຫຼວງຫຼາຍຄື : ຊີມັງສໍາເລັດຮູບ SCG ຂອງບໍລິສັດຄໍາມ່ວນຊີມັງ .