ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຊີ້ແຈງຕໍ່ການຊັກຖາມກ່ຽວກັບບັນຫານ້ຳມັນເຊື້ອໄຟ
ທ່ານ ມາໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຊີ້ແຈງຕໍ່ຄໍາຊັກຖາມສະມາຊິກສະພາແຫ່ງຊາດ ວັນທີ 7 ທັນວາ 2022 ວ່າ: ໃນໄລຍະຜ່ານມາລັດຖະບານໄດ້ສຸມໃສ່ແກ້ໄຂບັນຫາດັ່ງກ່າວຢ່າງເອົາໃຈໃສ່ຢ່າງເອົາຈິງເອົາຈັງ ໂດຍໄດ້ສຸມໃສ່ການສະໜອງບັນຫານ້ຳມັນເຊື້ອໄຟ ພາຍໃນປະເທດຢ່າງໃກ້ຊິດຕິດແທດໂດຍໄດ້ໃຊ້ຫລາຍມາດຕະການ ແລະ ພ້ອມກັນນັ້ນໄດ້ແຕ່ງຕັ້ງຄະນະສະເພາະກິດລະດັບສູນກາງ ຊີ້ນຳຢ່າງໃກ້ຊິດ ຕາມທິດບໍ່ໃຫ້ນ້ຳມັນຂາດ ນີ້ແມ່ນບັນຫາສຳຄັນຫລາຍ…









