ອັລວາເລດ ຊະນະຄະແນນ ຊາເວດ ໃນການແຂ່ງຂັນມວຍໂລກທີ່ ສະຫະລັດ

ການແຂ່ງຂັນຊົກມວຍທີ່ສັງວຽນ ທີໂມບາຍ ອາຣີນາ ໃນ ເມືອງລາສເວກັສ ລັດເນວາດາ ປະເທດສະຫະລັດ ອາເມຣິກາ ລະຫວ່າງ ຊາອູລ ອັລວາເລດ ແຊ໊ມຮຸ່ນໄລມິດເດິລເວດ ຂອງອົງ ກອນມວຍໂຫລ (WBO) ພົບ ກັບ ຮູລິໂອ ຊີຊາ ຊາເວດ ຈູເນຍ ອະດີດແຊ໊ມຮຸ່ນມິດເດິລເວດ ຂອງ ສະພາມວຍໂລກ (WBC).
ສຳລັບ ອັລວາເລດ ມີສະຖິ ຕິຊະນະ 48 ເສຍ 1 ສະເໝີ 1 ຊະນະນ໊ອກ 34 ຄັ້ງ ຂະນະທີ່ ຊາ ເວດ ຈູເນຍ ມີສະຖິຕິຊະນະ 50 ເສຍ 2 ສະເໝີ 1 ຊະນະນ໊ອກ 32 ຄັ້ງ.
ເປີດສາກມາ 6 ຍົກທຳອິດ ອັລວາເລດ ເດີນໜ້າເຂົ້າຫາ ຊາ ເວດ ກ່ອນອອອກໝັດໃສ່ໜ້າ ແລະ ລຳໂຕຈົນ ຊາເວດ ໜ້າຕາ ເລີ່ມມີອາການຊ້ຳ ຈາກນັ້ນໃນ ຍົກ 7 ຊາເວດ ເລີ່ມເຮັດໄດ້ດີຂຶ້ນ ພະຍາຍາມອອກໝັດໃສ່ ອັລວາ ເລດ ຫຼາຍຂຶ້ນແຕ່ໃນຍົກ 8 ອັລວາ ເລດ ກັບມາເດີນໜ້າອອກໝັດໃສ່ ເຂົ້າໃບໜ້າ ແລະ ລຳໂຕຂອງ ຊາ ເວດ ໄດ້ຢ່າງໜັກໜ່ວງ. ເຂົ້າສູ່ຍົກ ທີ 9 ຊາເວດ ອອກໝັດເຂົ້າໜ້າ ແລະ ລຳໂຕ ອັລວາເລດ ແຖມມີ ໝັດ 1-2 ນຳອີກ ແຕ່ ອັລວາເລດ ພໍຕັ້ງຫຼັກໄດ້ກໍເລີນເດີນໜ້າເອົາຄືນ ໃຊ້ທັງໝັດຊ້າຍໝັດຂວາເຂົ້າໃສ່ ຊາເວດ ຈາກນັ້ນ ຊາເວດ ພະຍາ ຍາມເດີນໜ້າ ແຕ່ກໍເຮັດຫຍັງບໍ່ໄດ້ ຫຼາຍປານໃດ ແຖມຍັງຖືກ ອັລ ວາເລດ ດັກຊົກຄືນ. ຍົກທີ 10 ອັລວາເລດ ເດີນໜ້າເຂົ້າຫາ ຊາ ເວດ ແລ້ວອອກໝັດໃສ່ເປັນໄລຍະ ແລະ ມີໝັດຕັດລຳໂຕເປັນທີ່ເດັດ ນຳອີກ ຈາກນັ້ນຍົກທີ 11 ຊາ ເວດ ເປັນຝ່າຍເດີນເຂົ້າຫາ ແຕ່ກໍ ເຮັດບໍ່ໄດ້ດີ ຖືກ ອັລວາເລດ ອອກ ໝັດໃສ່ຈົນສະດຸ້ງໄປຫຼາຍຄັ້ງ. ມາເຖິງຍົກທີ 12 ຍົກສຸດທ້າຍ ອັລ ວາເລດ ຊົກແບບປະຄອງຕົວ ແຕ່ ຍັງອອກໝັດຢ່າງຕໍ່ເນື່ອງ ສ່ວນ ຊາເວດ ຖືກໝັດໄປຫຼາຍຈົນແຜ່ວ ລົງໄປຢ່າງເຫັນໄດ້ຈະແຈ້ງ.
ຈົນຄົບ 12 ຍົກ ກຳມະການ ລວມຄະແນນ ກ່ອນຊູມືໃຫ້ ຊາ ອູລ ອັລວາເລດ ຊະນະຄະແນນ ຊີຊາ ຊາເວດ ໄປຢ່າງເອກກະ ພາບ 120-108 ທັງ 3 ສຽງ.
