ສ່ວຍສາອາກອນ ເມືອງຈັນທະບູລີ ນະຄອນຫລວງ  ໄດ້ຮັບຕົວເລກແຜນການເກັບລາຍຮັບເຂົ້າງົບ ປະມານແຫ່ງລັດທັງໝົດ 87,30 ຕື້ກີບ

ສ່ວຍສາອາກອນ ເມືອງຈັນທະບູລີ ນະຄອນຫລວງ ໄດ້ຮັບຕົວເລກແຜນການເກັບລາຍຮັບເຂົ້າງົບ ປະມານແຫ່ງລັດທັງໝົດ 87,30 ຕື້ກີບ

ທ່ານ ວິລະພົນ ສີລິວົງໄຊ ຫົວໜ້າສ່ວຍສາອາກອນ ປະຈຳເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໃຫ້ສຳພາດວ່າ:  ການຈັດເກັບລາຍຮັບສົກປີ 2022 ຜ່ານມາຕາມແຜນການ 83,99 ຕື້ກີບ, ຖ້າທຽບໃສ່ປີຜ່ານມາເພີ່ມຂຶ້ນ 6,18% ຄິດເປັນເງິນປະມານ 4,88 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດເກັບລາຍຮັບຕົວຈິງນັບແຕ່ວັນທີ 1 ມັງກອນ…

ປກສ ແຂວງບໍລິຄຳໄຊ ຢຶດຢາບ້າໄດ້ຫລາຍກວ່າ 4 ລ້ານເມັດທີ່ກຽມນຳສົ່ງຂ້າມໄປປະເທດເພື່ອນບ້ານ ມາດຳເນີນຄະດີ

ປກສ ແຂວງບໍລິຄຳໄຊ ຢຶດຢາບ້າໄດ້ຫລາຍກວ່າ 4 ລ້ານເມັດທີ່ກຽມນຳສົ່ງຂ້າມໄປປະເທດເພື່ອນບ້ານ ມາດຳເນີນຄະດີ

ວັນທີ 24 ເມສາ 2023, ເຈົ້າໜ້າທີ່ ປກສ ແຂວງບໍລິຄຳໄຊ ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າມີກຸ່ມຄົນຈຳນວນໜຶ່ງເຄື່ອນໄຫວຄ້າຂາຍ ແລະ ຂົນສົ່ງຢາເສບຕິດປະເພດຢາບ້າ ຢູ່ເຂດບ້ານປາກທວາຍ ເມືອງທ່າພະບາດ ແຂວງບໍລິຄຳໄຊ, ສະນັ້ນເຈົ້າໜ້າທີ່ຕຳຫລວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຈຶ່ງໄດ້ປະສານສົມທົບກັບຫ້ອງຕຳຫລວດ ປກສ ແຂວງ ລົງຕິດຕາມພິສູດແຫລ່ງຂ່າວເຫັນວ່າມີມູນຄວາມຈິງແທ້….

ລັດຖະບານຮົງກາລີ ສືບຕໍ່ໃຫ້ທຶນການສຶກສາ ສປປ ລາວ 150 ທຶນຕໍ່ປີ ພ້ອມທັງຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ

ລັດຖະບານຮົງກາລີ ສືບຕໍ່ໃຫ້ທຶນການສຶກສາ ສປປ ລາວ 150 ທຶນຕໍ່ປີ ພ້ອມທັງຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ

ວັນທີ 26-27 ເມສາ 2023 ທ່ານ ປີເຕີ ຊີຢາໂຕ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ ແລະ…

ລັດຖະບານຮົງກາລີ ຊ່ວຍເຫລືອໂຄງການກໍ່ສ້າງຂະຫຍາຍໂຮງງານຜະລິດນໍ້າປະປາດົງບັງ ມູນຄ່າທັງໝົດ 12.760.567 ໂດລາ

ລັດຖະບານຮົງກາລີ ຊ່ວຍເຫລືອໂຄງການກໍ່ສ້າງຂະຫຍາຍໂຮງງານຜະລິດນໍ້າປະປາດົງບັງ ມູນຄ່າທັງໝົດ 12.760.567 ໂດລາ

ພິທີມອບ-ຮັບ ໂຄງການກໍ່ສ້າງຂະຫຍາຍໂຮງງານຜະລິດນໍ້າປະປາດົງບັງ ໄລຍະ II ວັນທີ 27 ເມສາ 2023 ທີ່ບ້ານນາສາລາ ເມືອງໄຊທານີ ນະຄອນຫລວງວຽງຈັນ, ພ້ອມທັງເປີດການກໍ່ສ້າງໂຄງການບຳບັດນໍ້າເປື້ອນ ທີ່ບ້ານຂາມງອຍ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ,…

ເຈົ້າໜ້າທີ່ເຫດລົດກະບະ ຕໍາລົດໂລ ແລ້ວໄຫລໄປຕໍາໃສ່ຄົນ ຟົ້ງຕໍາເອົາລົດໂລອີກຄັນ ເຮັດເສຍຊີວິດຄາທີ່ ຢູ່ເມືອງທ່າແຂກ

ເຈົ້າໜ້າທີ່ເຫດລົດກະບະ ຕໍາລົດໂລ ແລ້ວໄຫລໄປຕໍາໃສ່ຄົນ ຟົ້ງຕໍາເອົາລົດໂລອີກຄັນ ເຮັດເສຍຊີວິດຄາທີ່ ຢູ່ເມືອງທ່າແຂກ

ອີງຕາມຄວາມສະຫງົບລາຍງານວ່າ: ວັນທີ 25 ເມສາ 2023, ເວລາປະມານ 21:30 ໂມງ ເກີດອຸບັດຕິເຫດລົດກະບະຣີໂວ້ ຕໍາກັບລົດໂລ. ຈາກນັ້ນ, ລົດໂລໄດ້ໄຫລໄປຕໍາໃສ່ຜູ້ທີ່ຢືນຢູ່ລະຫວ່າງກາງ ແລ້ວຟົ້ງໄປຕໍາເອົາລົດໂລອີກຄັນ ເຮັດໃຫ້ເສຍຊີວິດຄາທີ່; ເຊິ່ງເຫດການດັ່ງກ່າວເກີດຂຶ້ນຢູ່ເສັ້ນທາງ 13 ໃຕ້ ເຂດບ້ານໂພນສີທ່າ ເມືອງທ່າແຂກ ແຂວງຄໍາມ່ວນ….

ປກສ ແຂວງຄຳມ່ວນ ກັກຕົວຍິງສາວ 1 ຄົນ ພ້ອມຂອງກາງຢາສູບໄຟຟ້າ 870 ອັນ ມາດຳເນີນຄະດີ

ປກສ ແຂວງຄຳມ່ວນ ກັກຕົວຍິງສາວ 1 ຄົນ ພ້ອມຂອງກາງຢາສູບໄຟຟ້າ 870 ອັນ ມາດຳເນີນຄະດີ

ເຈົ້າໜ້າທີ່ພະແນກຕໍາຫລວດ ສະກັດກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ໄດ້ຮັບການລາຍງານຈາກພົນລະເມືອງດີ ໃນວັນທີ 19 ເມສາ 2023 ວ່າ: ມີກຸ່ມຄົນບໍ່ດີຈໍານວນໜຶ່ງຈະມີການຊື້-ຂາຍ ຢາເສບຕິດ ປະເພດ ຢາສູບໄຟຟ້າ ຢູ່ເຂດບ້ານ ໜອງບົວຄຳ ເມືອງ ທ່າແຂກ…

ເຈົ້າຄອງນະຄອນຫລວງ ເນັ້ນໃຫ້ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ1 ຄຸ້ມຄອງດ່ານໃຫ້ມີຄວາມເຂັ້ມແຂງຂຶ້ນກ່ວາເກົ່າ

ເຈົ້າຄອງນະຄອນຫລວງ ເນັ້ນໃຫ້ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ1 ຄຸ້ມຄອງດ່ານໃຫ້ມີຄວາມເຂັ້ມແຂງຂຶ້ນກ່ວາເກົ່າ

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກກັບພະນັກງານຫລັກແຫລ່ງດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໃນວັນທີ 26 ເມສາ 2023, ໂດຍການຕ້ອນຮັບຂອງ ທ່ານ ພັອ…

ດ່ານພາສີສາກົນຂົວມິດຕະພາບ II ເກັບລາຍຮັບງວດ I ປີ 2023 ໄດ້ 307 ຕື້ກີບເທົ່າກັບ 115,06% ລື່ນແຜນການ

ດ່ານພາສີສາກົນຂົວມິດຕະພາບ II ເກັບລາຍຮັບງວດ I ປີ 2023 ໄດ້ 307 ຕື້ກີບເທົ່າກັບ 115,06% ລື່ນແຜນການ

ທ່ານ ຂວັນໄຊຊະນະ ຟອງສະໝຸດ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ II ແຂວງສະຫວັນນະເຂດ ລາຍງານໃຫ້ຮູ້ວ່າ: ໃນປີ 2023 ດ່ານພາສີສາກົນຂົວມິດຕະພາບ II ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບທັງໝົດ 890 ຕື້ກີບ, ໃນງວດ I ປີ 2023 ໄດ້ແບ່ງຕົວເລກຈັດເກັບລາຍຮັບທັງໝົດ 267 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງໃນງວດ I ສາມາດເກັບລາຍຮັບໄດ້ 307 ຕື້ກີບເທົ່າກັບ 115,06% ຂອງແຜນການງວດ, ເພີ່ມຂຶ້ນ 15,05% ເທົ່າກັບ…

ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງຜົ້ງສາລີ ມອບລົດຈັກ 2 ຄັນ ທີ່ຄົນຮ້າຍລັກໄປມາຄືນໃຫ້ເຈົ້າຂອງເດີມ

ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງຜົ້ງສາລີ ມອບລົດຈັກ 2 ຄັນ ທີ່ຄົນຮ້າຍລັກໄປມາຄືນໃຫ້ເຈົ້າຂອງເດີມ

ໃນວັນທີ 25 ເມສາ 2023 ນີ້, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງ ຜົ້ງສາລີ ໄດ້ມອບລົດຈັກ ເວັບ 100 ສີດໍາແດງ 1 ຄັນ ແລະ ສີຂຽວດໍາ 1 ຄັນ ທີ່ຄົນຮ້າຍລັກໄປມາຄືນໃຫ້ເຈົ້າຂອງເດີມ….

ປກສ ແຂວງຈຳປາສັກ ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດໄດ້ 1 ຄົນ ພ້ອມຂອງກາງຢາບ້າ 1.401 ເມັດ

ປກສ ແຂວງຈຳປາສັກ ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດໄດ້ 1 ຄົນ ພ້ອມຂອງກາງຢາບ້າ 1.401 ເມັດ

ເຈົ້າໜ້າທີ່ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ລາຍງານໃຫ້ຮູ້ວ່າ: ວັນທີ 21 ເມສາ 2023 ເວລາ 12:00 ໂມງ ເຈົ້າໜ້າທີ່ວິຊາສະເພາະໄດ້ຮັບການລາຍງານຈາກພົນລະເມືອງດີວ່າມີກຸ່ມຄົນບໍ່ດີເຄື່ອນໄຫວຄ້າຂາຍຢາເສບຕິດຢູ່ເຂດບ້ານທ່າຫລວງ ເມືອງໂພນທອງ ແຂວງຈຳປາສັກ. ດັ່ງນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ລົງຕິດຕາມແຫລ່ງຂ່າວເຫັນວ່າມີມູນຄວາມຈິງ. ຫລັງຈາກນັ້ນ…