ເຈົ້າໜ້າທີ່ເຫດລົດກະບະ ຕໍາລົດໂລ ແລ້ວໄຫລໄປຕໍາໃສ່ຄົນ ຟົ້ງຕໍາເອົາລົດໂລອີກຄັນ ເຮັດເສຍຊີວິດຄາທີ່ ຢູ່ເມືອງທ່າແຂກ

ອີງຕາມຄວາມສະຫງົບລາຍງານວ່າ: ວັນທີ 25 ເມສາ 2023, ເວລາປະມານ 21:30 ໂມງ ເກີດອຸບັດຕິເຫດລົດກະບະຣີໂວ້ ຕໍາກັບລົດໂລ. ຈາກນັ້ນ, ລົດໂລໄດ້ໄຫລໄປຕໍາໃສ່ຜູ້ທີ່ຢືນຢູ່ລະຫວ່າງກາງ ແລ້ວຟົ້ງໄປຕໍາເອົາລົດໂລອີກຄັນ ເຮັດໃຫ້ເສຍຊີວິດຄາທີ່; ເຊິ່ງເຫດການດັ່ງກ່າວເກີດຂຶ້ນຢູ່ເສັ້ນທາງ 13 ໃຕ້ ເຂດບ້ານໂພນສີທ່າ ເມືອງທ່າແຂກ ແຂວງຄໍາມ່ວນ.
ເຈົ້າໜ້າທີ່ພະແນກຕໍາຫລວດຈະລາຈອນ ປກສ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ກ່ອນເກີດເຫດ, ທ້າວ ກິດຕິພົນ ອາຍຸ 26 ປີ ບ້ານໂພນສະອາດ ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຂັບລົດກະບະໂຕໂຍຕາຣີໂວ້ ມາແຕ່ທາງເມືອງຫີນບູນ ຈຸດປະສົງມຸ່ງໜ້າໄປທາງເມືອງທ່າແຂກ, ພໍຂັບຂີ່ມາຮອດເຂດບ້ານໂພນສີທ່າຈຸດເກີດເຫດໄດ້ຕຳກັບລົດໂລ ທີ່ທ້າວ ວັນນະເສນ ອາຍຸ 37 ປີ ບ້ານພັດທະນາ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ທີ່ຈອດໄວ້ແຄມທາງ, ດ້ວຍແຮງຕໍາເຮັດໃຫ້ ລົດໂລໄຫລ ແລ້ວໄປຕໍາໃສ່ທ້າວ ຄໍາມາ ອາຍຸ 27 ປີ ບ້ານນາແກ ເມືອງພະລານໄຊ ແຂວງສະຫວັນນະເຂດ (ຢືນຢູ່ລະຫວ່າງກາງລົດໂລ 2 ຄັນ ) ແລ້ວຟົ້ງໄປອັດໃສ່ລົດໂລອີກຄັນໜຶ່ງເປັນເຫດໃຫ້ເສຍຊີວິດຄາທີ່.
ຜ່ານການຊັນນະສູດສະຖານທີ່ເກີດເຫດຂອງເຈົ້າໜ້າທີ່ ໃຫ້ຮູ້ວ່າ ອຸບັດຕິເຫດຄັ້ງນີ້ຕຳກັນດ້ວຍຄວາມແຮງ ເຮັດໃຫ້ທ້າວ ຄໍາມາ ເສຍຊີວິດຄາທີ່, ທ້າວ ກິຕິພົນ ຄົນຂັບລົດກະບະໂຕໂຍຕາຣີໂວ້ ໄດ້ຮັບບາດເຈັບສົມຄວນ ແລະ ຜູ້ຂັບລົດໂລ ບໍ່ໄດ້ຮັບບາດເຈັບ; ຕໍ່ກັບເຫດດັ່ງກ່າວ ເຈົ້າໜ້າທີ່ກໍາລັງດໍາເນີນຄະດີຕາມລະບຽບກົດໝາຍ.

