ສ່ວຍສາອາກອນ ເມືອງຈັນທະບູລີ ນະຄອນຫລວງ ໄດ້ຮັບຕົວເລກແຜນການເກັບລາຍຮັບເຂົ້າງົບ ປະມານແຫ່ງລັດທັງໝົດ 87,30 ຕື້ກີບ

ທ່ານ ວິລະພົນ ສີລິວົງໄຊ ຫົວໜ້າສ່ວຍສາອາກອນ ປະຈຳເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໃຫ້ສຳພາດວ່າ:  ການຈັດເກັບລາຍຮັບສົກປີ 2022 ຜ່ານມາຕາມແຜນການ 83,99 ຕື້ກີບ, ຖ້າທຽບໃສ່ປີຜ່ານມາເພີ່ມຂຶ້ນ 6,18% ຄິດເປັນເງິນປະມານ 4,88 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດເກັບລາຍຮັບຕົວຈິງນັບແຕ່ວັນທີ 1 ມັງກອນ 2022 ຫາ ວັນທີ 30 ທັນວາ 2022 ປະຕິບັດໄດ້ 95,5 ຕື້ກີບຖ້າທຽບໃສ່ແຜນການປີ 113,71% ຄິດເປັນເງິນປະມານ 11,5 ຕື້ກີບສົມທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 150,53% ຄິດເປັນເງິນປະມານ 32 ຕື້ກວ່າກີບ.

ສໍາລັບປີ 2023 ສ່ວຍສາອາກອນປະຈຳເມືອງຈັນທະບູລີ, ໄດ້ຮັບຕົວເລກແຜນການເກັບລາຍຮັບເຂົ້າງົບປະມານແຫ່ງລັດທັງໝົດ 87,30 ຕື້ກີບ, ຖ້າທຽບໃສ່ປີຜ່ານມາເທົ່າກັບ 103,94% ເພີ່ມຂຶ້ນ 3,31 ຕື້ກີບ. ສະນັ້ນ, ເພື່ອບັນລຸຕາມເປົ້າໝາຍແຜນການດັ່ງກ່າວຈະເລັ່ງສ້າງຄວາມຮູ້ດ້ານວຽກວິຊາສະເພາະກົນໄກການເຮັດວຽກ ໃຫ້ເປັນເອກະພາບໃຫ້ພະນັກ ງານວິຊາການຜູ້ເຮັດຕົວຈິງເຂົ້າໃຈໜ້າວຽກໃໝ່, ປະຕິບັດຕາມພາລະບົດບາດໃໝ່ຢ່າງເຂັ້ມງວດ, ລົງເລີກວຽກສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານດ້ວຍການຝຶກອົບຮົມວຽກຕົວຈິງ,ປັບປຸງກົນໄກການເຮັດວຽກຕາມລະບົບທັນເປັນສະໄໝ, ການຄຸ້ມຄອງຫົວໜ່ວຍທຸລະກິດຕາມກົດໝາຍ ແລະ ພາລະບົດບາດຂອງຂະແໜງສ່ວຍສາອາກອນ, ສືບຕໍ່ປະຕິບັດຕາມມາດຕະການຕ່າງໆ.

ທັງນີ້, ກໍຍ້ອນມີນິຕິກຳ, ລະບຽບ, ກົດໝາຍຕ່າງໆເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ໄດ້ຮັບການຊີ້ນຳ-ນຳພາຢ່າງໃກ້ຊິດຕິດແທດຈາກຄະນະພັກຄະນະນຳຂອງສາຍຕັ້ງ ແລະ ສາຍຂວາງ, ພະນັກງານມີຄວາມຫ້າວຫັນປະຕິບັດໜ້າທີ່ວິຊາສະເພາະຢ່າງຕັ້ງໜ້າ, ເອົາໃຈໃສ່ຕໍ່ໜ້າທີ່ວຽກງານມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ທີ່ການຈັດຕັ້ງມອບໝາຍ, ມີການປ່ຽນແປງຄວາມຮັບຜິດຊອບຂາດຕົວຢ່າງຈະແຈ້ງໃຫ້ບຸກຄົນຮັບຜິດຊອບ, ວິສາຫະກິດສ່ວນໃຫຍ່ໄດ້ໃຫ້ຄວາມຮ່ວມມືເປັນຢ່າງດີໃນການອຳນວຍຄວາມສະດວກແກ່ການສະໜອງເອກະສານ ຫລື ຂໍ້ມູນຕ່າງໆໃຫ້ສ່ວຍສາອາກອນ, ເປັນເຈົ້າການປະຕິບັດລະບຽບກົດໝາຍ, ມີລະບົບເຄື່ອງມືທັນສະໄໝເຂົ້າໃນການເກັບລາຍຮັບສ່ວຍສາອາກອນ, ເຮັດໃຫ້ມີຄວາມສະດວກສະບາຍວ່ອງໄວ, ໂປ່ງໃສ ແລະ ສາມາດກວດກາໄດ້ເຮັດໃຫ້ເມືອງຈັນທະບູລີເກັບລາຍຮັບໄດ້ລື່ນແຜນການ.