ລັດຖະບານຮົງກາລີ ສືບຕໍ່ໃຫ້ທຶນການສຶກສາ ສປປ ລາວ 150 ທຶນຕໍ່ປີ ພ້ອມທັງຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ

ວັນທີ 26-27 ເມສາ 2023 ທ່ານ ປີເຕີ ຊີຢາໂຕ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ ແລະ ການຮ່ວມມືອັນດີ, ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຮົງກາລີ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ.
ໂດຍວັນທີ 27 ເມສາ 2023, ທີ່ກະຊວງການຕ່າງປະເທດ ໄດ້ມີກອງປະຊຸມພົບ ປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ປີເຕີ ຊີຢາໂຕ ພ້ອມດ້ວຍຄະນະຜູ້ແທນ ລາວ-ຮົງກາລີ. ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານລັດຖະມົນຕີ ປີເຕີ ຊີຢາໂຕ ທີ່ນຳພາຄະນະມາຢ້ຽມຢາມໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ເປັນມູນເຊື້ອຍາວນານລະຫວ່າງ ລາວ-ຮົງກາລີ ໂດຍສະເພາະການຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຮົງກາລີ ໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນຳສອງປະເທດ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ເປັນຮູບປະທຳຍິ່ງຂຶ້ນ; ສອງຝ່າຍເຫັນດີເປັນເອກະພາບກັນຕີລາຄາສູງຕໍ່ສາຍພົວພັນຮ່ວມມືສອງປະເທດ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນສູ່ບາດກ້າວໃໝ່ ພາຍຫລັງທີ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ແຕ່ວັນທີ 12 ກັນຍາ 1962 ເປັນຕົ້ນມາ, ບັນດາຄະນະຜູ້ແທນຂອງສອງປະເທດ ໄດ້ສືບຕໍ່ການພົບປະແລກປ່ຽນການຢ້ຽມຢາມ ແລະ ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນແຕ່ລະໄລຍະ. ພິເສດໃນປີ 2022 ຜ່ານມາ, ສອງຝ່າຍ ກໍໄດ້ຮ່ວມກັນຈັດກິດຈະກຳຕ່າງໆ ເພື່ອສະເຫລີມສະຫລອງ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຮົງກາລີ ຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍສຳຄັນ. ໃນນັ້ນ, ສປປ ລາວ ກໍໄດ້ເປີດສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຮົງກາລີ ຄືນໃໝ່ ເຊິ່ງສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນຂອງລັດຖະບານລາວ ໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນສອງຝ່າຍ ໃຫ້ກ້າວຂຶ້ນສູ່ລະດັບໃໝ່ໃນອະນາຄົດ. ໃນຕໍ່ໜ້າອັນໃກ້ນີ້, ຝ່າຍຮົງກາລີ ກໍພິຈາລະນາທີ່ຈະເປີດສະຖານທູດຂອງຕົນຢູ່ ສປປ ລາວ ເຊັ່ນກັນ.
ສຳລັບທິດທາງການຮ່ວມມືໃນຕໍ່ໜ້າ, ສອງກະຊວງການຕ່າງປະເທດ ລາວ-ຮົງກາລີ ເຫັນດີເປັນເອກະພາບກັນສືບຕໍ່ຊຸກຍູ້ການພົບປະແລກປ່ຽນຂອງຄະນະຜູ້ແທນສອງຝ່າຍ ຢ່າງເປັນປົກກະຕິ, ຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນ ເພື່ອສົ່ງເສີມຂະແໜງການທ່ອງທ່ຽວຂອງສອງປະເທດ ລາວ-ຮົງກາລີ, ສືບຕໍ່ແລກປ່ຽນບົດຮຽນ ແລະ ການຈັດຝຶກອົບຮົມ ລະຫວ່າງ ນັກການທູດໜຸ່ມນ້ອຍນຳກັນ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງມິດຕະພາບ, ຊຸກຍູ້ການແຕ່ງຕັ້ງຄະນະປະສານງານຮ່ວມ ລາວ-ຮົງກາລີ ໃນການຄຸ້ມຄອງ-ຕິດຕາມ ແລະ ອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດໂຄງການຕ່າງໆ ເພື່ອຮັບປະກັນປະສິດທິພາບ ແລະ ຜົນປະໂຫຍດສູງສຸດ, ເພີ່ມທະວີການຮ່ວມມືກັນໃນຂະແໜງການອື່ນໆທີ່ມີທ່າແຮງຮ່ວມກັນ, ສືບຕໍ່ຈັດຕັ້ງປະຕິບັດໂຄງການຕ່າງໆທີ່ການນຳສອງປະເທດ ໄດ້ລົງນາມກັນແລ້ວນັ້ນ ໃຫ້ສຳເລັດມີໝາກຜົນຕົວຈິງ ເປັນຕົ້ນການຮ່ວມມືດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ການບໍລິຫານຈັດການຊັບພະຍາກອນນ້ຳ, ການຮ່ວມມືດ້ານການເງິນພາຍໃຕ້ເງິນກູ້ຢືມແບບມີເງື່ອນໄຂບໍ່ມີດອກເບ້ຍ, ການພັດທະນາພື້ນຖານໂຄງລ່າງກະສິກຳ, ການບຳບັດນ້ຳເປື້ອນ, ການຄຸ້ມຄອງພົນລະເມືອງແບບທັນສະໄໝ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ.
ພ້ອມນີ້, ຝ່າຍຮົງກາລີ ກໍໄດ້ແຈ້ງໃຫ້ຊາບວ່າ ລັດຖະບານຮົງກາລີ ໄດ້ສືບຕໍ່ໃຫ້ທຶນການສຶກສາ ຈຳນວນ 150 ທຶນຕໍ່ປີ ໃຫ້ແກ່ ສປປ ລາວ ແລະ ສອງຝ່າຍກໍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຕົນເອງ ໃນໄລຍະຜ່ານມາ ແລະ ໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ຝ່າຍລາວໄດ້ແຈ້ງໃຫ້ຊາບກ່ຽວກັບການກະກຽມຄວາມພ້ອມຂອງ ສປປ ລາວ ໃນການເປັນປະທານອາຊຽນໃນປີ 2024 ທີ່ຈະມາເຖິງນີ້.

