ຫາລືກວດກາຄວາມສອດຄ່ອງທາງດ້ານກົດໝາຍວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກ່ຽວກັບແຮ່ທາດ

ຫາລືກວດກາຄວາມສອດຄ່ອງທາງດ້ານກົດໝາຍວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກ່ຽວກັບແຮ່ທາດ

ກອງປະຊຸມປຶກສາຫາລືກວດກາຄວາມສອດຄ່ອງທາງດ້ານກົດໝາຍຕໍ່ ຮ່າງດຳລັດວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບແຮ່ທາດ ຈັດຂຶ້ນໃນວັນທີ 5-6 ມິຖຸນາ 2023 ທີ່ ນະຄອນຫລວງວຽງຈັນ, ເປັນປະທານຮ່ວມຂອງທ່ານ ກົງຈີ ຢາງຈື່ ຮອງລັດຖະມົນຕີ ກະຊວງຍຸຕິທຳ ແລະ ທ່ານ…

ກຽມຈັດສົ່ງເຂົ້າສານຈ້າວ 900 ໂຕນ ໃຫ້ປະຊາຊົນ 100.000 ກວ່າຄົນ ຢູ່ 16 ເມືອງໃນ 4 ແຂວງຂອງ ສປປ ລາວ

ກຽມຈັດສົ່ງເຂົ້າສານຈ້າວ 900 ໂຕນ ໃຫ້ປະຊາຊົນ 100.000 ກວ່າຄົນ ຢູ່ 16 ເມືອງໃນ 4 ແຂວງຂອງ ສປປ ລາວ

ສ.ເກົາຫລີ, ປະເທດອຽກລັງ ແລະ ຜູ້ໃຫ້ທຶນຈາກຫລາຍພາກສ່ວນ ໄດ້ຊ່ວຍເຫລືອ ເຂົ້າສານຈ້າວ 900 ໂຕນໃຫ້ກັບປະຊາຊົນ 100.000 ກວ່າຄົນ ຢູ່ 16 ເມືອງໃນ 4 ແຂວງຄື: ແຂວງອຸດົມໄຊ ຫລວງນໍ້ທາ, ເຊກອງ ແລະ ແຂວງສາລະວັນ…

ປກສ ເມືອງຊຽງຄໍ້ ແຂວງຫົວພັນ ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດ ພ້ອມຂອງກາງຢາບ້າ 4.866 ເມັດ ແລະ ເຮໂລອິນ ຈຳນວນໜຶ່ງ

ປກສ ເມືອງຊຽງຄໍ້ ແຂວງຫົວພັນ ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດ ພ້ອມຂອງກາງຢາບ້າ 4.866 ເມັດ ແລະ ເຮໂລອິນ ຈຳນວນໜຶ່ງ

ວັນທີ 7 ມິຖຸນາ 2023, ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຊຽງຄໍ້ ແຂວງຫົວພັນ ໄດ້ນຳກຳລັງເຂົ້າຈັບຕົວຄູ່ຜົວ-ເມຍຊື່ ທ້າວ ເລົາຢາງ ແລະ ນ. ວາງລີ ບ້ານກົກໄຊ ເມືອງຊຽງຄໍ້ ແຂວງຫົວພັນ, ພົບເຫັນຂອງກາງຢາເສບຕິດປະເພດຢາບ້າ 4.866 ເມັດ…

ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຢູ່​ແຂວງ​ອັດ​ຕະ​ປື ມີຜົນສໍາເລັດຫລາຍ​ດ້ານ ເຊິ່ງມີຄອບຄົວພົ້ນທຸກ 18.962 ຄອບຄົວ

ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຢູ່​ແຂວງ​ອັດ​ຕະ​ປື ມີຜົນສໍາເລັດຫລາຍ​ດ້ານ ເຊິ່ງມີຄອບຄົວພົ້ນທຸກ 18.962 ຄອບຄົວ

ທ່ານ ທະນູໄຊ ບັນຊາລິດ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ກາງສະໄໝທີ XI ເມື່ອບໍ່ດົນມານີ້ ວ່າ: ໃນໄລຍະ 2 ປີເຄິ່ງຜ່ານມາຄະນະບໍລິຫານງານພັກແຂວງອັດຕະປື ໄດ້ສຸມໃສ່ຈັດຕັັ້ງປະຕິບັດຄໍາສັ່ງ ຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາ ຕໍ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍການລົງຊຸກຍູ້…

ພາກລັດ ແລະ ທຸລະກິດ ປຶກສາຫາລືບັນຫາພາກທຸລະກິດທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ

ພາກລັດ ແລະ ທຸລະກິດ ປຶກສາຫາລືບັນຫາພາກທຸລະກິດທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ

ກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫາກຳ ແລະ ການຄ້າ, ຈັດກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ ແລະ ທຸລະກິດ ກ່ຽວກັບບັນຫາຂອງພາກທຸລະກິດທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂຶ້ນວັນທີ 7 ມີຖຸນາ 2023 ທີ່ຫ້ອງປະຊຸມໃຫຍ່ກະຊວງ ອຄ,…

ລັດຖະມົນຕີປະຈຳສຳນັກງານນາຍົກ ເນັ້ນໃຫ້ແຂວງຈຳປາສັກ ເພີ່ມທະວີປະສານສົມທົບກັນຢ່າງໄດ້ຊິດຕໍ່ວຽກງານຂອງຊາດ

ລັດຖະມົນຕີປະຈຳສຳນັກງານນາຍົກ ເນັ້ນໃຫ້ແຂວງຈຳປາສັກ ເພີ່ມທະວີປະສານສົມທົບກັນຢ່າງໄດ້ຊິດຕໍ່ວຽກງານຂອງຊາດ

ໃນໂອກາດທີ່ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ພ້ອມຄະນະໄດ້ລົງມາເຄື່ອນໄຫວວຽກງານຢູ່ແຂວງຈຳປາສັກວັນທີ 2 ມີຖຸນາ 2023, ໂດຍສະເພາະແມ່ນກ່ຽວກັບການຈັດຕັ້ງປະຕິບັດບັນດານິຕິກຳທີ່ລັດຖະບານ ຊຸດທີ 9 ວາງອອກ ເຊິ່ງຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ການຈັດຕັ້ງປະຕິບັດ 2…

ຄັດເລືອກແລວທາງ ໂຄງການທາງດ່ວນ ວັງວຽງ-ລ້ອງແຈ້ງ-ອະນຸວົງ ແຂວງໄຊສົມບູນ

ຄັດເລືອກແລວທາງ ໂຄງການທາງດ່ວນ ວັງວຽງ-ລ້ອງແຈ້ງ-ອະນຸວົງ ແຂວງໄຊສົມບູນ

ແຫລ່ງຂ່າວແຂວງໄຊສົມບູນ ໃຫ້ຮູ້ວ່າ: ບໍລິສັດ ພິກັດ ທີ່ປຶກສາ ຈໍາກັດຜູ້ດຽວ ໄດ້ຜ່ານບົດລາຍງານການຄັດເລືອກແລວທາງຂອງໂຄງການທາງດ່ວນ ແຕ່ເມືອງວັງວຽງ ແຂວງວຽງຈັນ ຫາ ເມືອງລ້ອງແຈ້ງ, ເມືອງອະນຸວົງ ແຂວງໄຊສົມບູນ ໃນວັນທີ 31 ພຶດສະພາ 2023 ໂດຍການເປັນປະທານຂອງທ່ານ ພອຍຄໍາ ຮຸ່ງບຸນຍວງ,…

ກະຊວງ ປກສ ລາວ ຍິນດີສະໜັບສະໜູນການປະຕິບັດໂຄງການປູກພືດທົດແທນປູກຝິ່ນ ຂອງ ສປ ຈີນ ເພື່ອເຮັດໃຫ້ຊີວິດການເປັນຢູ່ປະຊາຊົນດີຂຶ້ນ

ກະຊວງ ປກສ ລາວ ຍິນດີສະໜັບສະໜູນການປະຕິບັດໂຄງການປູກພືດທົດແທນປູກຝິ່ນ ຂອງ ສປ ຈີນ ເພື່ອເຮັດໃຫ້ຊີວິດການເປັນຢູ່ປະຊາຊົນດີຂຶ້ນ

ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ມີຄວາມຍິນດີໃນການອຳນວຍຄວາມສະດວກ ແລະ ສະໜັບສະໜູນການປະຕິບັດໂຄງການປູກພືດທົດແທນການປູກຝິ່ນ ຂອງກຸ່ມບໍລິສັດຢຸນນານໜົງເຂີນ ສປ ຈີນ ເນື່ອງຈາກວ່າໂຄງການດັ່ງກ່າວມີສ່ວນສຳຄັນປະກອບສ່ວນປະຕິບັດຕາມນະໂຍບາຍຂອງພັກ-ລັດຖະບານລາວ ກ່ຽວກັບວຽກງານຄວບຄຸມ-ປາບປາມແກ້ໄຂບັນຫາຢາເສບຕິດ ອີກທັງຊ່ວຍສົ່ງເສີມໃຫ້ປະຊາຊົນທາງພາກເໜືອຫັນມາປູກກາເຟ, ມັນຕົ້ນ, ຢາງພາລາ, ຊາ ແທນການປູກຝິ່ນ ມີລາຍຮັບເພີ່ມຂຶ້ນແບບຖືກຕ້ອງຕາມລະບຽບກົດໝາຍ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ. ໃນໂອກາດທີ່ທ່ານ…

ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ຊຸກຍູ້ໂຄງການພັດທະນາຢູ່ເມືອງໂຂງ ແຂວງຈຳປາສັກ

ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ຊຸກຍູ້ໂຄງການພັດທະນາຢູ່ເມືອງໂຂງ ແຂວງຈຳປາສັກ

ໂອກາດເຄື່ອນໄຫວວຽກງານຢູ່ແຂວງຈຳປາສັກ ໃນວັນທີ 1 ມິຖຸນາ 2023 ນີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ(ສນຍ) ພ້ອມຄະນະ ໄດ້ຕິດຕາມ, ຊຸກຍູ້ ໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ ແລະ ໂຄງການໄຟຟ້າພະລັງງານແສງຕາເວັນ ຢູ່ເມືອງໂຂງ ໂດຍມີ ທ່ານ ສົມບູນ…

ປະທານສະພາແຫ່ງຊາດ ຊຸກຍູ້ໂຄງການພັດທະນາເຂດຈຸດສຸມຕິດພັນກັບການທ່ອງທ່ຽວ ເມືອງຫີນເຫີບ ແຂວງວຽງຈັນ

ປະທານສະພາແຫ່ງຊາດ ຊຸກຍູ້ໂຄງການພັດທະນາເຂດຈຸດສຸມຕິດພັນກັບການທ່ອງທ່ຽວ ເມືອງຫີນເຫີບ ແຂວງວຽງຈັນ

ໃນໂອກາດເຂົ້າຮ່ວມ ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ແຂວງວຽງຈັນ ສະໄໝທີ VI, ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ລົງເຄື່ອນໄຫວຢ້ຽມຢາມ-ຊຸກຍູ້ ໂຄງການພັດທະນາ ເຂດຈຸດສຸມ ການຜະລິດກະສິກຳ, ປູກຝັງ, ລ້ຽງສັດຕິດພັນກັບການທ່ອງທ່ຽວ ຢູ່ບ້ານນ້ຳໂທ່ມ ເມືອງຫີນເຫີບ ແຂວງວຽງຈັນ,…