ລັດຖະມົນຕີປະຈຳສຳນັກງານນາຍົກ ເນັ້ນໃຫ້ແຂວງຈຳປາສັກ ເພີ່ມທະວີປະສານສົມທົບກັນຢ່າງໄດ້ຊິດຕໍ່ວຽກງານຂອງຊາດ

ໃນໂອກາດທີ່ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ພ້ອມຄະນະໄດ້ລົງມາເຄື່ອນໄຫວວຽກງານຢູ່ແຂວງຈຳປາສັກວັນທີ 2 ມີຖຸນາ 2023, ໂດຍສະເພາະແມ່ນກ່ຽວກັບການຈັດຕັ້ງປະຕິບັດບັນດານິຕິກຳທີ່ລັດຖະບານ ຊຸດທີ 9 ວາງອອກ ເຊິ່ງຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການຈັດຕັ້ງປະຕິບັດວຽກງານຂອງ ແຂວງຈໍາປາສັກ ໃນໄລຍະຜ່ານມາ, ໂດຍການຕ້ອນຮັບ ຂອງທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ.
ທ່ານ ຮອງເຈົ້າແຂວງຈຳປາສັກ ລາຍງານວ່າ: ໃນໄລຍະຜ່ານມາ ເຖິງວ່າຈະເກີດມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາລາຄານໍ້າມັນແພງ, ຄ່າເງິນກີບອ່ອນຄ່າ, ໄພເງິນເຟີ້ສູງ ແລະ ອື່ນໆ ແຕ່ອົົງຄະນະພັກ, ອົງການປົກຄອງແຂວງ ກໍໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕິດພັນກາບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຢ່າງຕັ້ງໜ້າ, ໂດຍສະເພາະ ໃນປີ 2022 ຜ່ານມາ ການພັດທະນາເສດຖະກິດຂອງແຂວງມີທ່າອ່ຽງຂະຫຍາຍຕົວດີຂຶ້ນ ລວມຍອດຜະລິດຕະພັນພາບໃນປະຕິບັດໄດ້ 30.362,8 ຕື້ກີບ, ປະຕິບັດໄດ້ລື່ນແຜນ 28,3% (ຕາມແຜນ 23.670,34 ຕື້ກັບ), ອັດຕາການຂະຫຍາຍຕົວຢູ່ໃນລະດັບ 5,95% ຂອງ GDP, ສະເລ່ຍຕໍ່ຫົວຄົນໄດ້ 2.774 ໂດລາສະຫະລັດຕໍ່ຄົນ ຫລື ເທົ່າກັບ 39,9 ລ້ານກີບ/ຕໍ່ຄົນ (ແຜນ 3.134 ໂດລາສະຫະລັດ), ການຈັດເກັບລາຍຮັບງົບປະມານບັນລຸໄດ້ 1.841,24 ຕື້ກີບ, ປະຕິບັດໄດ້ລື່ນແຜນ 15,79%, ດ້ານລາຍຈ່າຍງົບປະມານປະຕິບັດໄດ້ 718,71 ຕື້ກີບ ເທົ່າກັບ 98,92% ຂອງແຜນປີ; ດຸ່ນດ່ຽງງົບປະມານພູດທ້ອງຖິ່ນ ສາມາດຈັດເກັບລາຍຮັບໄດ້ 842,03 ຕື້ກີບ ແລະ ປະຕິບັດລາຍຈ່າຍໄດ້ 718,71 ຕື້ກີບ, ເຮັດໃຫ້ແຂວງມີຄວາມສາມາດເກີນດຸນ 123,32 ຕື້ກີບ, ການຜະລິດເປັນສິນຄ້າ ໄດ້ມີການຂະຫຍາຍຕົວເພີ່ມຂຶ້ນ, ມູນຄ່າການສົ່ງອອກບັນລຸໄດ້ 403 ກວ່າລ້ານໂດລາສະຫະລັດ ແລະ ການນໍາເຂົ້າ ບັນລຸໄດ້ 340 ກວ່າລ້ານໂດລາສະຫະລັດ ເຮັດໃຫ້ແຂວງມີຄວາມສາມາດເກີນດຸນການຄ້າ 63 ກວ່າລ້ານໂດລາສະຫາລັດ.
ນອກນີ້ການຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆ ສາມາດປະຕິບັດໄດ້ດີ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນ 3 ເດືອນຕົ້ນປີ 2023 ສາມາດສ້າງມູນຄ່າລວມຍອດຜະລິດຕະພັນພາຍໃນປະຕິບັດໄດ້ 10.181,95 ຕື້ກີບ, ທຽບໃສ່ແຜນປະຕິບັດໄດ້ 30,6% (ແຜນ 33.210,65 ຕື້ກີບ), ເຮັດໃຫ້ໂຄງປະກອບເສດຖະກິດຂະແໜງກະສິກໍາ-ປ່າໄມ້ ກວມ 43,82%, ຂະແໜງອຸດສາຫະກໍາ ກວມ 13,89% ແລະ ຂະແໜງບໍລິການ ກວມ 42,29% ຂອງ GDP.
ໂອກາດນີ້, ທ່ານລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ອົງການປົກຄອງແຂວງ ຈຳປາສັກ ຕ້ອງໄດ້ເພີ່ມທະວີປະສານສົມທົບກັນຢ່າງໄດ້ຊິດໃນການສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຊາດ ໂດຍການເພີ່ມທະວີການຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດານິຕິກໍາຂອງລັດຖະບານ ໃຫ້ໄດ້ຮັບຜົນສຳເລັດ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ, ພ້ອມນີ້, ກໍຈະໄດ້ສືບຕໍ່ນໍາໃຊ້ທ່າແຮງທີ່ມີຢູ່ເພີ່ມທະວີການປະຕິບັດໜ້າທີ່ວຽກງານ ຂອງບັນດາຂະແໜງການທີ່ກ່ຽວ ຂ້ອງຂອງແຂວງ ໃຫ້ເຂົ້າສູ່ລວງເລິກ, ຮອບດ້ານ, ຮັບປະກັນດ້ານປະລິມານ ແລະ ຄຸນນະພາບ ຂອງຜະລິດຕະພັນການຜະລິດ ແລະ ການບໍລິການ ເພື່ອບໍລິໂພກພາຍໃນ ແລະ ສົ່ງອອກ ໃຫ້ສາມາດປັບປຸງໄດ້ຊີວິດການເປັນຢູ່ຂອງປະຊາຊົນພາຍໃນແຂວງ, ສາມາດສ້າງລາຍຮັບໃຫ້ແຂວງ ກໍຄືລັດຖະບານ ໃຫ້ຫລາຍຂຶ້ນ.

