ມອບເຂົ້າສານ 120 ໂຕນ ໃຫ້ເມືອງສິງ ເພື່ອນຳໄປຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ແລະ ໂຮງຮຽນຊົນເຜົ່າ
ວັນທີ 14 ຕຸລາ 2025 ທ່ານ ຊຽງວັນ ສົມລັດທອງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຫລວງນ້ຳທາ ຕາງໜ້າຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ມອບເຂົ້າສານໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດເມືອງສິງ 120 ໂຕນ, ເຊິ່ງໄດ້ມາຈາກການປະກອບສ່ວນຂອງບໍລິສັດ ແລະ ຫ້າງຮ້ານຕ່າງໆຢູ່ພາຍໃນແຂວງ ແລະ ຕ່າງແຂວງ.
ເຂົ້າຈໍານວນດັ່ງກ່າວນີ້ ທາງຄະນະນຳຂອງເມືອງຈະໄດ້ນໍາໄປມອບຕໍ່ໃຫ້ໂຮງຮຽນຊົນເຜົ່າ ເພື່ອໄປແຈກໃຫ້ນັກຮຽນທີ່ນອນຢູ່ໃນໂຮງຮຽນ 10 ໂຕນ ແລະ ຈະໄປມອບໃຫ້ຜູ້ທີ່ຖືກໄພພິບັດນໍ້າຖ້ວມ 37 ບ້ານ 480 ຄອບຄົວ ແລະ 3.055 ຄົນ ໃນປີ 2024 ພາຍໃນເມືອງສິງ.

