ຕົວເມືອງ ບໍ່ພຽງແຕ່ເປັນສະຖານທີ່ລົງຊີວິດເທົ່ານັ້ນ ແຕ່ຍັງເປັນກົນໄກຂອງການເຕີບໂຕ ແລະ ການສ້າງຄວາມທົນທານ
ໂດຍ: ຜາຕຸງ
ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4 ເປັນເວທີໃຫ້ພາກສ່ວນຕ່າງໆໄດ້ມາປຶກສາຫາລື ແລະ ສະທ້ອນໃຫ້ເຫັນເຖິງສະພາບການພັດທະນາ ແລະ ຂະຫຍາຍຕົວຂອງຕົວເມືອງ ໃນ ສປປ ລາວ ທີ່ມີອັດຕາການຫັນເປັນຕົວເມືອງທີ່ສູງ ໂດຍສະເພາະແມ່ນເກີດຂຶ້ນຢູ່ໃນ ບັນດາຕົວເມືອງ ອັນດັບ 1 ແລະ ອັນດັບ 2 ຂອງ ສປປ ລາວ ຄື: ນະຄອນຫຼວງວຽງຈັນ, ຫຼວງພະບາງ, ຄໍາມ່ວນ, ສະຫວັນນະເຂດ ແລະ ຈໍາປາສັກ ຕາມລໍາດັບ. ເວົ້າສະເພາະ ນະຄອນຫຼວງວຽງຈັນ ທີ່ເປັນໃຈກາງທາງດ້ານການເມືອງການປົກ ຄອງ, ເສດຖະກິດ ແລະ ວັດທະນະທໍາ ໄດ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະ ການພັດ ທະນາໂຄງລ່າງພື້ນຖານ, ການຄ້າ-ການບໍລິການ ແລະ ການຫັນເປັນທັນສະໄໝ.
ແນວໃດກໍດີຖ້າເບິ່ງໂດຍລວມແລ້ວ ເຫັນວ່າ ການພັດ ທະນາໂຄງລ່າງພື້ນຖານ, ການຄ້າ-ການບໍລິການ ແລະ ການຫັນເປັນທັນສະໄໝ ຂອງ ນະຄອນຫຼວງວຽງຈັນ ໄດ້ເຕີບໃຫຍ່ຂະຫຍາຍຕົວໄປໃນທຸກຂົງ ເຂດຢ່າງແທ້ຈິງ, ແຕ່ໃນຂະນະດຽວກັນໄປຄຽງຄູ່ກັບການຂະຫຍາຍຕົວດັ່ງກ່າວນັ້ນ ມັນຍັງນໍາເອົາສິ່ງທ້າທາຍຫຼາຍຢ່າງມາຄຽງຄູ່ກັນ ເປັນຕົ້ນ ການຕັ້ງຖິ່ນຖານທີ່ບໍ່ເປັນທາງການ, ຄວາມຕ້ອງການທີ່ຢູ່ອາໄສເພິ່ມຂື້ນ, ການບໍລິການຕົວເມືອງທີ່ບໍ່ຖ່ວງທັນກັບການເພີ່ມຂື້ນຂອງປະຊາກອນ ໂດຍສະເພາະ ແມ່ນການສະໜອງນໍ້າປະປາ ແລະ ສຸຂາພິບານ, ການຄຸ້ມຄອງຂີ້ເຫຍື້ອ ແລະ ການຂົນສົ່ງສາທາລະນະ ຍັງຖືວ່າເປັນສິ່ງທີ່ທ້າທາຍໃນການແກ້ໄຂໃຫ້ໄດ້ດີເທົ່າທີ່ຄວນເທື່ອ.
ເພື່ອແກ້ໄຂບັນຫານີ້ ຢູ່ໃນກອງປະຊຸມ ເວທີຕົວເມືອງແຫ່ງຊາດ ຄັ້ງທີ 4 ເມື່ອວັນທີ 6 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ: “ການຕອບໂຕ້ວິກິດໃນຕົວເມືອງ” ຈຸດປະສົງຫຼັກຂອງກອງປະຊຸມດັ່ງກ່າວ ເພື່ອເປັນເວທີໃນການແລກປ່ຽນຄວາມຮູ້, ຄວາມຄິດເຫັນຈາກຜູ້ທີ່ມີສ່ວນກ່ຽວຂ້ອງ ແລະ ສ້າງຄວາມຮ່ວມມືກັນທຸກຝ່າຍ ເພື່ອສະແດງຄວາມມຸ້ງໝັ້ນຮ່ວມກັນໃນ ການພັດທະນາຕົວເມືອງ ຂອງ ສປປ ລາວ ໂດຍການສ້າງຕົວເມືອງ ແລະ ການຕັ້ງຖິ່ນຖານ ແບບມີສ່ວນຮ່ວມ, ປອດໄພ, ໝັ້ນຄົງ ແລະ ຍືນຍົງ, ເຊິ່ງມີພາກສ່ວນຕ່າງໆທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ,
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ທັງພາກລັດ, ພາກເອກະຊົນ, ອົງການຈັດ ຕັ້ງທາງສັງຄົມ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ຈົ່ງຮ່ວມແຮງ ຮ່ວມໃຈກັນ ໃນການສ້າງ ແລະ ປັບປຸງຕົວເມືອງ ຂອງພວກເຮົາໃຫ້ເປັນ ຕົວເມືອງທີ່ ໜ້າຢູ່, ສີຂຽວ, ທົນທານ, ຍືນຍົງ ແລະ ພ້ອມຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຂອງສະຫະປະຊາຊາດ ເປົ້າໝາຍທີ 11 ວ່າດ້ວຍ ຕົວເມືອງ ແລະ ຊຸມຊົນຍືນຍົງ. ການສ້າງຕົວເມືອງໃຫ້ຍືນຍົງ ບໍ່ແມ່ນພຽງແຕ່ເປັນພາລະກິດ ຂອງລັດຖະບານ ແຕ່ເປັນພາລະກິດ ແລະ ໜ້າທີ່ ຂອງທຸກຄົນໃນສັງຄົນ ເພື່ອຮັກສາມໍລະດົກອັນດີໃຫ້ແກ່ລູກຫລານ ຂອງພວກເຮົາໃນອະນາຄົດ.
“ການສ້າງນະຄອນທີ່ທົນທານ ບໍ່ແມ່ນທາງເລືອກອີກຕໍ່ໄປ ແຕ່ເປັນສິ່ງທີ່ຈຳເປັນ,ໂດຍຄວາມສອດຄ່ອງຂອງການຂະຫຍາຍຕົວເມືອງ ແລະ ບຸລິມະສິດແຫ່ງຊາດ, ການສ້າຄວາມ ເຂັ້ມແຂງໃຫ້ແກ່ຊາວໜຸ່ມ ແລະ ການເສີມສ້າງຄູ່ຮ່ວມງານ, ພວກເຮົາສາມາດຮັບປະກັນອະນາຄົດທີ່ປອດໄພ, ມີສ່ວນຮ່ວມ ແລະ ຍືນຍົງ ໂດຍບໍ່ປະຖິ້ມໃຜໄວ້ຂ້າງຫຼັງ” “ຕົວເມືອງ ບໍ່ພຽງແຕ່ ເປັນສະຖານ ທີ່ ທີ່ຜູ້ຄົນດໍາລົງຊີວິດເທົ່ານັ້ນ; ແຕ່ຍັງເປັນກົນໄກຂອງການເຕີບໂຕ ແລະ ການສ້າງຄວາມທົນທານ” ແລະ ກອງປະຊຸມເວທີນີ້ໄດ້ສ້າງພື້ນທີ່ໃຫ້ແກ່ລັດຖະບານ, ຄູ່ຮ່ວມງານ ແລະ ຊຸມຊົນເພື່ອປ່ຽນສິ່ງທ້າທາຍຂອງຕົວເມືອງໃຫ້ກາຍເປັນໂອກາດ.
ລັດຖະບານ ສປປ ລາວ ໂດຍສະເພາະກໍໍແມ່ນກະຊວງໂຍທາທິການ ແລະ ຂົນສົ່ງໄດ້ມີຄວາມພະຍາຍາມໃນການແກ້ໄຂບັນຫາຂອງຕົວເມືອງຮ່ວມກັບ ບັນດາພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ສາກົນ ຊຶ່ງ ຄວາມພະຍາ ຍາມ ແລະ ຄຳໝັ້ນສັນຍາ ຂອງ ສປປ ລາວໄດ້ສະແດງອອກໃນການເປັນໜຶ່ງໃນບັນດາປະເທດໃນ ຂົງເຂດອາຊີ-ປາຊີຟິກ ທີ່ໄດ້ລິເລີ່ມການລາຍງານຄວາມຄືບໜ້າຂອງການຈັດຕັ້ງ ວາລະໃໝ່ສຳລັບການພັດທະນາຕົວເມືອງ ແລະ ມີຈັດຕັ້ງກອງປະຊຸມເວທີຕົວເມືອງແຫ່ງຊາດຂອງຕົນເອງ ຊຶ່ງໄດ້ຈັດຂຶ້ນຄັ້ງທຳອິດໃນປີ 2022 ແລະ ໄດ້ຈັດຕໍ່ເນື່ອງກັນມາທຸກໆປີ ໂດຍເນັ້ນໜັກການຈັດງານໃນໄລຍະໃກ້ຄຽງກັບການສະເຫລີມສະຫລອງວັນເຄຫາສະຖານໂລກ.

