ເກີດອຸບັດຕິເຫດລົດໃຫຍ່ຕຳລົດຈັກເສຍຊີວິດຄາທີ່ 1 ຄົນ ແລະ ລົດໃຫຍ່ເປ່ເພ 4 ຄັນ ຢູ່ບ້ານນາຄຳ ເມືອງສີໂຄດຕະບອງ
ຕອນເຊົ້າເວລາປະມານ 7:30 ໂມງ ຂອງວັນທີ 14 ກັນຍາ 2022 ນີ້,ເກີດອຸບັດຕິເຫດຢູ່ ບ້ານນາຄຳ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ (ເສັ້ນທາງ T2). ທີມງານຂ່າວໜັງສືພິມ ລາວພັດທະນາ ໄດ້ລົງພື້ນທີ່ຈຸດເກີດເຫດຕົວຈິງ ໂດຍການໃຫ້ຂໍ້ມູນຂອງເຈົ້າໜ້າທີ່ຕຳຫລວດຈະລາຈອນທີ່ລົງກວດກາເກັບກຳຂໍ້ມູນໃຫ້ຮູ້ວ່າ: ການເກີດອຸບັດຕິເຫດຄັ້ງນີ້ເຮັດໃຫ້ຜູ້ຂັບຂີ່ລົດຈັກ ທະບຽນ ດກ…









