ຟີຟາ ກຽມສອບສວນຄ່າໂຕ ຟີມິໂນ ອີກຄົນ

ສະຫະພັນບານເຕະນາໆ ຊາດ ຫຼື ຟີຟາ ອາດກວດສອບຄ່າ ໂຕໂຣແບໂຕ ຟີມິໂນ ດາວເຕະທີມ ຊາດບຣາຊິລ ເຊິ່ງຍ້າຍຈາກ ຮອຟເຟນໄຮ ມາຄ້າແຄ່ງກັບ ລິ ເວີພູລ.
ຈາກທີ່ບານເຕະລີກເຜີຍວ່າ ມິໂນ່ ໄຣໂອລາ ຜູ້ຈັດການສ່ວນ ໂຕຂອງດາວເຕະທີມຊາດ ຝຣັ່ງ ຮັບສ່ວນແບ່ງຄ່າໂຕສະຖິຕິໂລກ ຂອງ ປ໊ອກບາ ຈົນນຳມາເຊິ່ງ ການເດີນໜ້າສອບສວນຂອງ ຟີ ຟາ.
ຫຼ້າສຸດມີການຄາດໝາຍວ່າ ອົງການບານໂລກ ອາດສອບ ສວນຄ່າໂຕດາວເຕະອາຍຸ 25 ປີ ຂອງ ລິເວີພູລ ເນື່ອງຈາກມີຂໍ້ມູນ ຫຼຸດອອກມາວ່າ ເຖິງລາວຈະຍ້າຍ ຈາກທີມໃນ ບຸນເດສລີກາ ໃນປີ 2015 ດ້ວວຍຄ່າໂຕ 29 ລ້ານ ປອນ ແຕ່ ຮອຟເຟນໄຮ ໄດ້ເງິນ ພຽງ 5.8 ລ້ານປອນ ເທົ່ານັ້ນ ນອກນັ້ນສ່ວນທີ່ເຫຼືອອີກ 23.2 ລ້ານປອນ ຕົກຢູ່ກັບ ດີດມາ ຮ໊ອບ ເຈົ້າຂອງບໍລີສັດຮັກສາເລື່ອງ ການຍ້າຍທີມຂອງນັກເຕະ.
ແນວໃດກໍຕາມ ຫຼັງການ ຍ້າຍທີມສຳເລັດໃນອີກ 4 ມື້ຕໍ່ມາ ຮ໊ອບ ກໍຖອນໂຕອອກຈາກການ ເຮັດທຸລະກິດກັບບໍໍລິສັດດັ່ງກ່າວ ຈຶ່ງເຮັດໃຫ້ເຊື່ອກັນວ່າ ຟີຟາ ຈະ ສອບສວນກໍລະນີນຳອີກ ເຖິງວ່າ ລິເວີພູລ ບໍ່ໜ້າຈະມິຄວາມຜິດ ກໍຕາມ.

