ແມນເຊສເຕີ ຢູໄນເຕັດ ຜ່ານເຂົ້າຮອບຊີງຊະນະເລີດ ຢູຟາ ຢູໂຣປາລີກ ໄປພົບກັບ ໄອແອກ ອຳສະເຕີດຳ

ການແຂ່ງຂັນເຕະບານ ຢູ ຟາ ຢູໂຣປາລີກ ຮອງຮອງຊະນະ ເລີດ ນັດທີ 2 ແມນເຊສເຕີ ຢູໄນ ເຕັດ ເປີດສະໜາມໂອລແທຣັບ ຟອດ ຕ້ອນຮັບການມາຢາມຂອງ ເຊລຕາ ບີໂກ ໂດຍຜົນນັດທຳອິດ ແມນເຊສເຕີ ຢູໄນເຕັດ ບຸກໄປຊະ ນະເຖິງສະໜາມມາໄດ້ກ່ອນ 1-0 ເຮັດໃຫ້ເກມນີ້ຕ້ອງການພຽງຜົນສະເໝີ ກໍຜ່ານເຂົ້າສູ່ຮອບຊະນະ ເລີດໄດ້ສຳເລັດ.

ສຳລັບຜົນການແຂ່ງຂັນປາກົດວ່າສະເໝີກັນໄປ 1-1 ທ່າມ ກາງເກມດຸເດືອດທີ່ທັງສອງທີມ ເຫຼືອຜູ້ຫຼິ້ນຝັ່ງລະ 10 ຄົນ ເນື່ອງ ຈາກ ເອຣິກ ໄບຢີ ກອງຫຼັງໂຕ ຫຼັກຂອງເຈົ້າຖິ່ນ ແລະ ຟາຄຸນ ໂຕ ຣອນຄັກເລຍ ຜູ້ຫຼິ້ນຂອງທີມ ຢາມຖືກໃບແດງໄລ່ອອກຈາກສະໜາມໃນໄລຍະທ້າຍເກມນາທີ 88 ຈາກຈັງຫວະວຸ້ນວາຍທີ່ ນັກເຕະທັງສອງທີມຫຼິ້້ນນອກເກມໃສ່ກັນ ເຮັດໃຫ້ ໄບຢີ ຈະຕິດໂທດ ຫ້າມໝົດສິດລົງສະໜາມໃນນັດ ຊີງຊະນະເລີດ.

ເກມນີ້ ແມນເຊສເຕີ ຢູໄນ ເຕັດ ໄດ້ປະຕູຂຶ້ນນຳໄປກ່ອນ1-0 ຈາກການເອົາຕຳບານເຂົ້າປະຕູ ຂອງ ມາຣູຢັນ ເຟລໄລນີ ໃນນາທີ 17 ສ່ວນ ເຊລຕາ ບີໂກ ໄລ່ຕີເສະ ໝີ 1-1 ຈາກການເອົາຕຳບານ ເຂົ້າປະຕູຂອງ ຟາຄຸນໂດ ຣອນ ຄັກເລຍ ນາທີ 85 ຈົບການ ແຂ່ງຂັນສະເໝີກັນ 1-1 ລວມຜົນ 2 ນັດ ແມນເຊສເຕີ ຢູໄນເຕັດ ຜ່າເຂົ້າສູ່ຮອບຊີງຊະນະເລີດຕໍ່ໄປດ້ວຍປະຕູລວມ 2-1.

ສຳລັບຄູ່ແຂ່ງໃນຮອບຊີງ ຊະນະເລີດຂອງ ແມນເຊສເຕີ ຢູໄນເຕັດ ໄດ້ແກ່ ໄອແອກ ອຳສະ ເຕີດຳ ຈາກ ເນເທີແລນ ທີ່ເຖິງວ່າ ຈະບຸກໄປພາດທ່າປາລາໄຊຕໍ່ ໂອ ລິມປິກ ລີຍົງ ຈາກ ຝຣັ່ງ ໃນເກມ ນັດທີ 2 ທີປະຕູ 1-3

ແຕ່ຜົນລວມນັດທຳອິດພວກເຂົາເປີດສະໜາມຊະນະມາໄດ້ ກ່ອນ 4-1 ລວມຜົນ 2 ນັດ ໄອ ແອກ ອຳສະເຕີດຳ ຜ່ານເຂົາສູ່ ຮອບຊີງຊະນະເລີດໄປພົບກັບ ແມນເຊສເຕີ ຢູໄນເຕັດ ດ້ວຍປະ ຕູລວມ 5-4.

ເກມນີ້ ລີຍົງ ໄດ້ປະຕູຈາກ ອະເລັກຊອງເດຣ ລາກາແຊດ ນາທີ 14 (ຈຸດໂທດ) ແລະ ໄລ ຍະຕໍ່ເວລາເຄິ່ງທຳອິດ, ຣາຊິດ ເກດຊາລ ນາທີ 81 ທາງ ໄອແອກ  ໄດ້ປະຕູຈາກ ແຄສເປີ ໂດລເບິກ ນາທີ 27 ໂດຍເກມນີ້ ໄອແອກ ຕ້ອງເຫຼືອຜູ້ຫຼິ້້ນ 10 ຄົນ ເມື່ອ ນິກ ວີເອີເກເວີ ຖືກໃບແດງ ໄລ່ອອກຈາກສະໜາມໃນນາທີ 84 ເຮັດໃຫ້ລາວໝົດສິດລົງສະ ໜາມໃນຮອບຊີງຊະນະເລີດ.

ດ້າໂປຣແກຣມການແຂ່ຂັນໃນຮອບຊີງຊະນະເລີດລະຫວ່າງ ແມນເຊສເຕີ ຢູໄນເຕັດ ກັບ ໄອ ແອກ ອຳສະເຕີດຳ ຈະແຂ່ງກັນທີ່ ສະໜາມ ເຟຣນ ອາຣີນາ ໃນໂຊລ ນາ ປະເທດສະວີເດນ ວັນພຸດທີ 24 ເວລາ 01:45 ຕາມເວລາປະ ເທດລາວ ແລະ ຜູ້ຊະນະຈະມີສິດ ໄປຫຼິ້້ນ ຢູຟາ ແຊ໊ມປຽນລີກ ໃນ ລະດູການໜ້າ.