ດິນຍຸບເພີ່ມທີ່ຍີ່ປຸ່ນ ເປັນຂຸມຂະໜາດໃຫຍ່ ເຈົ້າໜ້າທີ່ຕ້ອງເລັ່ງອົບພະຍົບປະຊາຊົນເຂດໃກ້ຄຽງໄປສູ່ເຂດປອດໄພ

ສໍານັກຂ່າວຕ່າງປະເທດລາຍງານວັນທີ 2 ກຸມພາ 2025 ເຈົ້າໜ້າທີ່ເມືອງ ຢາຊິໂອະ, ແຂວງໄຊຕາມະ ປະເທດຍີ່ປຸ່ນ ໄດ້ຮຽກຮ້ອງໃຫ້ປະຊາຊົນ 5 ຫລັງຄາເຮືອນ ແລະ ປະຊາຊົນໃນເຂດລັດສະໝີ 50 ແມັດ ທີ່ອາໃສຢູ່ໃກ້ກັບຂຸມດິນຍຸບ ທີ່ເກີດຂຶ້ນກາງສີ່ແຍກ ເມື່ອວັນທີ 28 ມັງກອນທີ່ຜ່ານມາ ຕ້ອງເລັ່ງອົບພະຍົບອອກຈາກພື້ນທີ່ໂດຍໄວ ເນື່ອງຈາກປາກຂຸມມີຂະໜາດກວ້າງຂຶ້ນ.

ເຫດການດິນຍຸບດັ່ງກ່າວເກີດຂຶ້ນເມື່ອເວລາປະມານ 9ໂມງ 40ນາທີ ວັນອັງຄານທີ 28 ມັງກອນ 2025 ຕາມເວລາທ້ອງຖິ່ນ ສົ່ງຜົນໃຫ້ມີຜູ້ສູນຫາຍ 1 ຄົນ ເປັນຄົນຂັບລົດບັນທຸກເພດຊາຍອາຍຸ 74ປີ, ໃນເບື້ອງຕົ້ນຂຸມມີຄວາມກວ້າງປະມານ 10 ແມັດ ເລິກປະມານ 5-6 ແມັດ, ມາຮອດວັນທີ 30 ມັງກອນ ປາກຂຸມມີການຍຸບຕົວເພີ່ມຂຶ້ນ ຈົນມີຄວາມຍາວເຖິງ 40 ແມັດ ແລະ ບາງຈຸດມີຄວາມເລິກເຖິງ 15 ແມັດ ຈົນເຈົ້າໜ້າທີ່ບໍ່ສາມາດເຂົ້າໄປຊ່ວຍເຫລືອຜູ້ປະສົບໄພໄດ້.

ເຈົ້າໜ້າທີ່ຄາດວ່າ ສາເຫດທີ່ພາໃຫ້ດິນຍຸບອາດເປັນເພາະທໍ່ລະບາຍນໍ້າໃນພື້ນດິນແຕກ ເຮັດໃຫ້ນໍ້າຮົ່ວຊຶມອອກມາກັດເຊາະພື້ນດິນ ອັນເປັນສາເຫດທີ່ເຮັດໃຫ້ດິນຍຸບຢ່າງຕໍ່ເນື່ອງ ແລະ ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນປະຢັດ ແລະ ນຳເອົານ້ຳທີ່ໃຊ້ແລ້ວກັບຄືນມາໃຊ້ໃໝ່ ຫຼື ລີໄຊເຄິນນໍ້າໃຊ້ໃຫ້ໄດ້ຫລາຍທີ່ສຸດ ເພື່ອປ້ອງກັນບໍ່ໃຫ້ນໍ້າຮົ່ວຊຶມຈາກທໍ່ລະບາຍນໍ້າ ທີ່ອາດຂັດຂວາງການເຮັດວຽກຂອງເຈົ້າໜ້າທີ່.