ເສັ້ນທາງລົດໄຟ ລາວ-ຈີນ ໜຶ່ງໃນປັດໄຈສົ່ງເສີມເສດຖະກິດລາວໃຫ້ກ້າວກະໂດດ

ໂດຍ: ທິດກໍ່າ

ການທີ່ລາວເຮົາມີເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ບໍ່ພຽງແຕ່ເປັນການປົດລັອກຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລມາເປັນປະເທດທີ່ເຊື່ອມໂຍງເຊື່ອມຈອດຢ່າງເຕັມຕົວ (Land Lock ເປັນ Land Link) ແຕ່ຍັງເປັນການສ້າງເງື່ອນໄຂ ແລະ ປັດໄຈໃຫ້ນະຄອນຫລວງວຽງຈັນກາຍເປັນສູນກາງໂລຈິສຕິກ ແລະ ອັນສຳຄັນທີ່ສຸດ ແມ່ນເປັນໜຶ່ງໃນບັນດາປັດໄຈສົ່ງເສີມເສດຖະກິດລາວໃຫ້ກ້າວກະໂດດ ນັບແຕ່ປີ 2022 ເປັນຕົ້ນໄປ.

ສິ່ງທີ່ສະແດງອອກໃຫ້ເຫັນຢ່າງຈະແຈ້ງກໍຄື ພາຍຫລັງມີເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ແລ້ວ ໄດ້ມີໂຄງການ, ກິດຈະການໃໝ່ໆເກີດຂຶ້ນຢ່າງຫລວງຫລາຍເຊັ່ນ: ໂຄງການທ່າເຮືອບົກທ່ານາແລ້ງທີ່ກາຍເປັນໂຄງການໃຫຍ່ລະດັບຊາດ ແລະ ລະດັບພາກພື້ນ ສາມາດເຊື່ອມໂຍງໄປທົ່ວໂລກ. ນອກຈາກໂຄງການນີ້ແລ້ວ ຍັງມີໂຄງການລົງທຶນໃຫຍ່ໆຕາມມາ ເປັນຕົ້ນໂຄງການສ້າງຕົວເມືອງອັດສະລິຍະ, ໂຄງການໂຮງແຮມລາດຊະວົງ, ໂຄງການລົງທຶນໃນເຂດເສດຖະກິດສະເພາະບຶງທາດຫລວງ, ເຂດເສດຖະກິດກວມລວມໄຊເສດຖາ ແລະ ກິດຈະການ-ການຄ້າການລົງທຶນອື່ນໆ ພວມມີບັນຍາກາດຄຶກຄັກ ແລະ ແຕກໜໍ່ຈໍ່ແນວປານດອກເຫັດ.

ຈາກການປ່ຽນແປງຢ່າງໄວວານັ້ນ ໄດ້ເຮັດໃຫ້ນະຄອນຫລວງວຽງຈັນເລີ່ມມີບັນຍາກາດໃໝ່ໃນການຄ້າ-ການລົງທຶນ ແລະ ໃນອະນາຄົດອັນບໍ່ໃກ້ນີ້ ແນ່ນອນນະຄອນຫລວງວຽງຈັນຈະກາຍເປັນສູນກາງເສດຖະກິດ-ການເງິນຂອງພາກພື້ນຢ່າງແນ່ນອນ. ສະເພາະການບໍລິການຂົນສົ່ງໂດຍສານຜ່ານທາງລົດໄຟຄວາມໄວສູງ ລາວ-ຈີນ ນັບແຕ່ມື້ເປີດໃຊ້ບໍລິການເປັນຕົ້ນມາ ກໍມີຄົນໄປໃຊ້ບໍລິການເຕັມທຸກຖ້ຽວ ເຮັດໃຫ້ການທ່ອງທ່ຽວທາງພາກກາງ-ພາກເໜືອຫວນມາຄຶກຄັກ ໂດຍສະເພາະຢູ່ເມືອງວັງວຽງ ແຂວງວຽງຈັນ, ເມືອງຫລວງພະບາງ ແຂວງຫລວງພະບາງ, ເມືອງໄຊ, ເມືອງນາໝໍ້ ແຂວງອຸດົມໄຊ. ສະເພາະລາຍຮັບດ້ານການບໍລິການຂົນສົ່ງໂດຍສານດ້ວຍລົດໄຟຄວາມໄວສູງໃນໄລຍະ 2 ເດືອນຜ່ານມາ ຄືເດືອນທັນວາ 2021 ແລະ ເດືອນມັງກອນ 2022 ແມ່ນບັນລຸ 23 ຕື້ກວ່າກີບແລ້ວ. ສ່ວນຂະບວນຂົນສົ່ງສິນຄ້າໃນ 2 ເດືອນຜ່ານມາ ກໍບັນລຸຫລາຍແສນໂຕນ ຄາດວ່ານັບແຕ່ປີ 2022 ເປັນຕົ້ນໄປ ເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ຈະກາຍເປັນປັດໄຈ ແລະ ເງື່ອນໄຂສົ່ງເສີມເສດຖະກິດລາວໃຫ້ກ້າວກະໂດດຢ່າງແນ່ນອນ.