ການຂັບລົດ ທີ່ຂັດກົດຈະລາຈອນ ຍ່ອມເກີດອຸບັດເຫດ

ການຂັບລົດ ທີ່ຂັດກົດຈະລາຈອນ ຍ່ອມເກີດອຸບັດເຫດ

ການຂັບລົດທີ່ສະທ້ອນໃຫ້ເຫັນການບໍ່ປະຕິບັດກົດລະບຽບ, ກົດໝາຍວ່າດ້ວຍການຈະລາຈອນທາງບົກ ແລະສ່ຽງຕໍ່ການເກີດອຸບັດເຫດ ເຮັດໃຫ້ເສຍຊັບ ຫລື ບາງທີເຖິງຂັ້ນຊີວິດອິນຊີ ຍັງມີໃຫ້ເຫັນເປັນປະຈຳ ແມ່ນແຕ່ປະເທດທີ່ຈະເລີນທາງວັດຖຸ ແລະ ເຕັກໂນໂລຊີ ກໍໜີບໍ່ມົ້ມກົ້ມບໍ່ຫວິດບັນຫາຫຍຸ້ງເຫຍີງທີ່ກ່ຽວ ຂ້ອງກັບການຈະລາຈອນໂດຍເຫັນແຈ້ງສະຖິຕິການເສຍຊີວິດຍ້ອນອຸບັດເຫດທາງຖະໜົນທຽບໃສ່ການເສຍຊີວິດຍ້ອນພະຍາດຮ້າຍລຳດັບຕົ້ນໆຫລາຍກວ່າ. ສະພາບການຈະລາຈອນຢູ່ຖະໜົນບາງເສັ້ນໃນນະຄອນຫລວງວຽງຈັນ ຍ່ານຊານເມືອງທີ່ພວມພັດທະນາຄຶກຄັກ ດັ່ງຖະໜົນວຽງຈັນ 450 ປີ ເຊິ່ງປັດຈຸບັນກໍຄືຜ່ານມາເຖິງວ່າເຈົ້າໜ້າທີ່ຕໍາຫລວດຈະລາຈອນເຂດກ່ຽວຂ້ອງ ໄດ້ເອົາໃຈໃສ່ກວດກາເປັນປະຈໍາ, ແຕ່ກໍຍັງພົບເຫັນການຂັບຂີ່ຂັດກົດຈະລາຈອນທາງບົກ…

1 ພຶດສະພາ ຄືທີ່ມາຂອງ 8 ຊົ່ວໂມງຕໍ່ມື້

1 ພຶດສະພາ ຄືທີ່ມາຂອງ 8 ຊົ່ວໂມງຕໍ່ມື້

ໂດຍ: ທິດກໍ່າ ເຖິງວ່າວັນກຳມະກອນສາກົນໄດ້ຜ່ານພົ້ນໄປບໍ່ພໍເທົ່າໃດວັນແລ້ວກໍຕາມ, ແຕ່ວັນດັ່ງກ່າວກໍຍັງຄົງມີຄວາມໝາຍທາງດ້ານປະຫວັດສາດ ແລະ ຍັງຍືນຍົງຢູ່ໃນອຸດົມການຂອງຊາວຜູ້ອອກແຮງງານໃນທົ່ວໂລກຕະຫລອດໄປ. ອີງຕາມປະຫວັດສາດຄວາມເປັນມາຂອງວັນກຳມະກອນສາກົນ ວັນທີ 1 ພຶດສະພາ ທີ່ພວກເຮົາພາກັນຈົດຈຳລຳລຶກ ແລະ ຖືເປັນວັນສຳຄັນທາງປະຫວັດສາດມາຮອດທຸກວັນນີ້ ມັນບໍ່ແມ່ນໄດ້ມາແບບງ່າຍໆຄືປອກກ້ວຍ ມັນໄດ້ຜ່ານຂະບວນການຕໍ່ສູ້ຂອງກຳມະກອນຜູ້ທີ່ຖືກກົດຂີ່ຂູດຮີດ, ເສຍສະຫລະເລືອດເນື້ອເພື່ອຍາດເອົາສິດສະເໝີພາບ ແລະ ຄວາມເປັນທຳຈາກພວກນາຍທຶນດ້ວຍຄວາມຫຍຸ້ງຍາກລຳບາກ, ທໍລະຫົດອົດທົນ ມີຜູ້ຕາຍຜູ້ຍັງ…

ດ້ວຍກຽດສັກສີຂອງລູກກຳມະກອນ ຊົມເຊີຍວັນກຳມະກອນສາກົນ ວັນທີ 1 ພຶດສະພາ ຄົບຮອບ 136 ປີ

ດ້ວຍກຽດສັກສີຂອງລູກກຳມະກອນ ຊົມເຊີຍວັນກຳມະກອນສາກົນ ວັນທີ 1 ພຶດສະພາ ຄົບຮອບ 136 ປີ

ໂດຍ: ທິດກໍ່າ ການສະຫລອງລະນຶກວັນກຳມະກອນສາກົນຄົບຮອບ 136 ປີ (1/5/1886-1/5/2022) ປີນີ້ ສຸດທີ່ມີຄວາມສຳຄັນ ແລະ ມີຄວາມໝາຍອັນຍິ່ງໃຫຍ່ສຳລັບກຳມະກອນລາວ ແລະ ຊາວຜູ້ອອກແຮງງານລາວ ກໍຄືປະຊາຊົນລາວທົ່ວປະເທດ ຍ້ອນວ່າປະເທດຊາດຂອງພວກເຮົາພວມຢູ່ໃນໄລຍະສ້າງສາພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງພັກ ແລະ ລັດຖະບານຕາມແນວທາງປ່ຽນແປງໃໝ່ແຫ່ງຄວາມມຸ້ງມາດປາດຖະໜາຂອງປວງຊົນລາວທັງຊາດ. ໃນໜຶ່ງປີຜ່ານມາ, ເຖິງວ່າໄດ້ຮັບຜົນກະທົບຈາກວິກິດໂຄວິດ-19 ແລະ…

ເມື່ອທາງຍ່າງກາຍເປັນບ່ອນຈອດລົດ

ເມື່ອທາງຍ່າງກາຍເປັນບ່ອນຈອດລົດ

ການຖືເບົາເວົ້າຄວາມງ່າຍ ແລະ ການບໍ່ພິຈາລະນາຄົ້ນຄິດຖີ່ຖ້ວນເປັນບົດພິສູດທີ່ສາມາດຊີ້ໃຫ້ເຫັນຄວາມຜິດພາດຂອງພາກສ່ວນກ່ຽວຂ້ອງລວມທັງບັນດານັກຂັບຂີ່ລົດທັງຫລາຍ ຊຶ່ງຄວາມຈິງ ແລ້ວທຸກການກໍ່ສ້າງ ເພື່ອການນຳໃຊ້ ດັ່ງ ທາງຍ່າງ ຊຶ່ງຄໍາວ່າ ທາງຍ່າງ ບໍ່ຈຳເປັນອະທິບາຍ ພຽງແຕ່ຊື່ກໍຮູ້ແລ້ວ, ແຕ່ບັນຫາ ການນໍາໃຊ້ຜົນປະໂຫຍດຈາກມັນຖືກເປົ້າໝາຍໜ້ອຍຫລາຍສໍ່າໃດ ຊຶ່ງເທົ່າທີ່ສັງເກດເຫັນທັງປັດຈຸບັນແລະ ຜ່ານມາຢູ່ນະຄອນຫລວງວຽງຈັນໄດ້ຫັນເອົາ ບາງເສັ້ນທາງຍ່າງ ມາເປັນບ່ອນຈອດລົດ. ທັງນີ້ມີບາງທາງ ຍ່າງຢູ່ເຂດນັ້ນມີເຮືອນ,…

    7 ວິທີປະຢັດພະລັງງານ ທາງອອກງ່າຍໆໃນການປະຢັດຄ່າໃຊ້ຈ່າຍໃນເຮືອນ

    7 ວິທີປະຢັດພະລັງງານ ທາງອອກງ່າຍໆໃນການປະຢັດຄ່າໃຊ້ຈ່າຍໃນເຮືອນ

  ຕັ້ງເວລາເປີດດ – ປິດແອ : ເຖິງວ່າການເປີດແອຈະຊ່ວຍໃຫ້ທ່ານເຢັນສະບາຍໄປເຖິງໃຈ, ແຕ່ການໃຫ້ແອເຮັດວຽກໝົດມື້-ໝົດຄືນ ເວລາທ່ານບໍ່ໄດ້ອອກໄປໃສ ແລະ ສິ່ງສຳຄັນທ່ານເອງກໍອາດຈະຕົກໃຈເມື່ອບິນຄ່າໄຟຟ້າມາ ຮູ້ຫລືບໍ່ວ່າການປິດແອພຽງແຕ່ 2-3 ຊົ່ວໂມງ ກໍສາມາດຊ່ວຍປະຢັດພະລັງງານໄດ້, ແຕ່ທາງທີ່ດີ ຫາກທ່ານຢາກອອກໄປຂ້າງນອກ ອາດຈະຕັ້ງເວລາໃຫ້ແອເລີ່ມເຮັດວຽກ 30 ນາທີ ກ່ອນທີ່ທ່ານຈະກັບມາຮອດເຮືອນ…

ກຳມະກອນລາວ ປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ

ກຳມະກອນລາວ ປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ

(ວັນກຳມະກອນສາກົນຄົບຮອບ 136 ປີ 1 ພຶດສະພາ 1886-1 ພຶດສະພາ 2022) ວັນກຳມະກອນສາກົນ ເປັນວັນທີຊົນຊັ້ນກຳມະກອນໄດ້ຕໍ່ສູ້ຕ້ານພວກນາຍທຶນເພື່ອປົກປ້ອງສິດ ແລະ ຜົນ ປະໂຫຍດອັນຊອບທຳຂອງຕົນ. ສຳລັບຊົນຊັ້ນກຳມະກອນລາວເຮົາກໍໄດ້ສ້າງຜົນງານປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຢ່າງຫລວງຫລາຍ. ພາຍໃຕ້ການນຳພາໂດຍກົງຂອງພັກປະຊາຊົນປະຕິວັດລາວ, ອົງການການຈັດຕັ້ງກຳມະບານແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດກຳມະກອນ ແລະ…

ຄວາມເປັນມາຂອງວັນກຳມະກອນສາກົນ ປີນີ້ຄົບຮອບ 136 ປີ

ຄວາມເປັນມາຂອງວັນກຳມະກອນສາກົນ ປີນີ້ຄົບຮອບ 136 ປີ

ກ່ອນໜ້ານີ້ 136 ປີ ມີເຫດການປະທ້ວງຢູ່ອາເມລິກາຢ່າງຂະໜາດໃຫຍ່ ຈົນສະຫະພັນແຮງງານອາເມລິ ກາ ໄດ້ອອກບົດລາຍງານໂດຍຕີລາຄາວ່າ: “ໃນປະຫວັດສາດຂອງອາເມລິກາ ບໍ່ມີເວລາໃດທີ່ຂະບວນການຂອງມະຫາຊົນລຸກຮືຂຶ້ນຕໍ່ສູ້ ພ້ອມກັນຢູ່ຕາມໂຮງຈັກໂຮງງານຄືແນວນີ້” ແລະ ຈາກການອອກບົດລາຍງານນີ້ເນື່ອງຈາກວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດທີ່ຢູ່ເມືອງຊິກາໂກປະເທດອາເມລິກາ, ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານໄດ້ຕໍ່ສູ້ໂດຍສົມທົບກັບເນຶ້ອໃນຖະແຫລງການຮຽກຮ້ອງໃຫ້ພວກນາຍ ທຶນຕ້ອງປະຕິບັດຕາມການສະເໜີກຳມະກອນຄື“ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ…

30 ເມສາ 1975 ວັນແຫ່ງການທ້ອນໂຮມປະເທດຊາດເປັນໜຶ່ງດຽວຂອງປະຊາຊົນຫວຽດນາມ

30 ເມສາ 1975 ວັນແຫ່ງການທ້ອນໂຮມປະເທດຊາດເປັນໜຶ່ງດຽວຂອງປະຊາຊົນຫວຽດນາມ

ພາຍຫລັງສົນທິສັນຍາເຈັນນີວາປີ 1945, ພາກເໜືອຫວຽດນາມ ໄດ້ມີສັນຕິພາບ, ປະຊາຊົນອອກແຮງສ້າງສາບ້ານເມືອງຕາມອຸດົມການສັງຄົມນິຍົມ ເຊິ່ງໄດ້ສ້າງພື້ນຖານໜັກແໜ້ນສົມທົບກັບຂະບວນການຕໍ່ສູ້ຂອງປະຊາຊົນຢູ່ພາກໃຕ້, ນັບແຕ່ປີ 1965 ຈັກກະພັດອາເມລິກາໄດ້ສົ່ງກຳລັງທະຫານ ແລະ ນັກຮົບເປັນຈຳນວນຫລາຍເພື່ອເຂົ້າຮ່ວມສົງຄາມຢູ່ພາກໃຕ້ຫວຽດນາມ ດຳເນີນສົງຄາມຫລາຍຮູບແບບ ແລະ ໃຊ້ເລ່ລ່ຽມກົນອຸບາຍຫວັງປາບປາມທຳລາຍກຳລັງປະຕິວັດຫວຽດນາມບໍ່ວ່າຈະແມ່ນການເຄື່ອນກຳລັງທາງບົກ, ທາງອາກາດ ແລະ ທາງທະເລເຂົ້າພາກເໜືອຫວຽດນາມ ໂດຍການໃຊ້ຄວາມຮຸນແຮງທຸກດ້ານເພື່ອຕ້ານກຳລັງການປະຕິວັດພາກເໜຶອຫວຽດນາມ. ປະຕິບັດແຜນຍຸດທະສາດຫວັງດັບສູນກຳລັງປະຕິວັດຫວຽດນາມ, ຈັກກະພັດອາເມລິກາ…

ນ້ຳໄຫລ ໄຟສະຫວ່າງ ທາງດີ ຄືປັດໄຈພື້ນຖານແຫ່ງຄວາມຈະເລີນຂອງຊາດ

ນ້ຳໄຫລ ໄຟສະຫວ່າງ ທາງດີ ຄືປັດໄຈພື້ນຖານແຫ່ງຄວາມຈະເລີນຂອງຊາດ

ມີຂ່າວຄາວແບ່ງປັນກັນສະໜັ່ນຈາກຫລາຍສື່ໃນໂຊຊຽວຢູ່ພາຍໃນປະເທດວ່າ: ທາງດ່ວນຈາກນະຄອນ ຫລວງວຽງຈັນຫາປາກເຊ ໄດ້ຫຍັບຈໍ້ມໍ່ເຂົ້າມາທຸກຂະນະແລ້ວ ພາຍຫລັງສຶກສາສຳຫລວດມາຫລາຍປີຂອງກຸ່ມບໍລິສັດດວງຈະເລີນພັດທະນາຄົບວົງຈອນ. ຈາກພາບຈຳລອງໄລຍະແຕ່ນະຄອນຫລວງວຽງຈັນ-ປາກຊັນ ໜ້າກວ້າງທາງ 23 ແມັດ, ມີ 4 ຊ່ອງທາງຈະລາຈອນ, ຊ່ອງສຸກເສີນ 1 ຊ່ອງ ອອກແບບເປັນມາດ ຕະຖານຊັ້ນໜຶ່ງຂອງອາຊຽນ ແລະ ສາກົນ, ຄວາມໄວການອອກແບບແຕ່…

ອາຍຸການໃຊ້ງານຂອງເຄື່ອງໃຊ້ໄຟຟ້າແຕ່ລະຊະນິດ

ອາຍຸການໃຊ້ງານຂອງເຄື່ອງໃຊ້ໄຟຟ້າແຕ່ລະຊະນິດ

ເຄື່ອງໃຊ້ໄຟຟ້າ ທີ່ຫລາຍໆເຮືອນມັກຖືເບົາໃນເລື່ອງຂອງອາຍຸການໃຊ້ງານ ເຊິ່ງແຕ່ລະຊະນິດກໍມີອາຍຸການໃຊ້ງານ ຫລື ໄລຍະເວລາການໃຊ້ງານທີ່ແຕກຕ່າງກັນອອກໄປ ໂດຍເຄື່ອງໃຊ້ໄຟຟ້າແຕ່ລະຊະນິດຈະມີອາຍຸການໃຊ້ງານທີ່ຍາວນານເທົ່າໃດນັ້ນ ມື້ນີ້ພວກເຮົາມີຄວາມຮູ້ກ່ຽວກັບເລື່ອງດັ່ງກ່າວມານຳສະເໜີບັນດາທ່ານ. ຮູ້ຫລືບໍ່ວ່າເຄື່ອງໃຊ້ໄຟຟ້າແຕ່ລະຊະນິດມີອາຍຸການໃຊ້ງານເທົ່າໃດ ? ເຖິງວ່າບາງຢ່າງຈະບໍ່ມີການແຈ້ງອາຍຸການໃຊ້ງານ ຫລື ວັນໝົດອາຍຸ, ແຕ່ກໍບໍ່ໄດ້ໝາຍຄວາມວ່າສິ່ງເຫລົ່ານັ້ນຈະສາມາດໃຊ້ງານໄປໄດ້ຕະຫລອດ ເຊິ່ງການໃຊ້ເຄື່ອງໃຊ້ໄຟຟ້າສ່ວນຫລາຍມັກຈະໃຊ້ຕາມສະພາບຈາກສິ່ງທີ່ເຫັນ ຫລື ໄດ້ໃຊ້ງານ ແລະ ຈະປ່ຽນກໍຕໍ່ເມື່ອເປ່ເພເສຍຫາຍ ຈົນບໍ່ສາມາດໃຊ້ງານໄດ້. ແຕ່ຄວາມຈິງແລ້ວເຄື່ອງໃຊ້ໄຟຟ້າແຕ່ລະຊະນິດນັ້ນຈະມີວັນໝົດອາຍຸ…