ກຳມະກອນລາວ ປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ

(ວັນກຳມະກອນສາກົນຄົບຮອບ 136 ປີ 1 ພຶດສະພາ 1886-1 ພຶດສະພາ 2022)
ວັນກຳມະກອນສາກົນ ເປັນວັນທີຊົນຊັ້ນກຳມະກອນໄດ້ຕໍ່ສູ້ຕ້ານພວກນາຍທຶນເພື່ອປົກປ້ອງສິດ ແລະ ຜົນ ປະໂຫຍດອັນຊອບທຳຂອງຕົນ. ສຳລັບຊົນຊັ້ນກຳມະກອນລາວເຮົາກໍໄດ້ສ້າງຜົນງານປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຢ່າງຫລວງຫລາຍ.

ພາຍໃຕ້ການນຳພາໂດຍກົງຂອງພັກປະຊາຊົນປະຕິວັດລາວ, ອົງການການຈັດຕັ້ງກຳມະບານແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດກຳມະກອນ ແລະ ຜູ້ອອກແຮງງານ ສືບຕໍ່ເສີມຂະຫຍາຍທາດແທ້, ລັກສະນະດີເລີດຂອງຊົນຊັ້ນກຳມະກອນສາກົນກໍຄືກຳມະກອນລາວ ແລະ ມູນເຊື້ອປະຕິວັດ ອັນດີງາມຂອງຊາດ, ປະຕິບັດສິດ ແລະ ພັນທະໃນພາລະກິດປະຕິວັດໃນໄລຍະໃໝ່ຢ່າງຖືກຕ້ອງ. ປັດຈຸ ບັນ ກຳມະກອນລາວຢູ່ບັນດາຫົວໜ່ວຍການຜະລິດ, ໂຮງຈັກໂຮງງານ, ຮາກຖານຕ່າງໆ ໄດ້ກາຍເປັນເຈົ້າຂອງການຜະລິດ, ພາຫະນະການຜະລິດ, ໄດ້ຍົກສູງສິດເປັນເຈົ້າຕົນເອງ, ເປັນເຈົ້າລວມໝູ່ ເປັນເຈົ້າຂອງປະເທດຊາດ, ປະກອບສ່ວນທັງສະຕິປັນຍາ ແລະ ກຳລັງເຫື່ອແຮງ ເຮັດສຳເລັດແຜນພັດທະນາເສດຖະ ກິດ-ສັງຄົມແຕ່ລະໄລຍະ ແລະ ເຕີບໃຫຍ່ເຂັ້ມແຂງຫລາຍດ້ານເປັນຕົ້ນກໍ່ສ້າງຖະໜົນຫົນທາງ, ຂົວ, ອາ ຄານ, ຂຸດຄົ້ນແຮ່ທາດ, ການບໍລິການ, ຜະລິດພະລັງງານໄຟຟ້າ, ນ້ຳປະປາ, ສ້ອມແປງ, ບໍລິການການປຸງແຕ່ງ, ການຂົນສົ່ງທາງນ້ຳ, ທາງບົກ, ທາງອາກາດ, ຜະລິດໃນໂຮງຈັກໂຮງງານຕ່າງໆ, ການປ້ອງກັນ ຊາດ, ປ້ອງກັນຄວາມສະຫງົບ ແລະ ອື່ນໆ. ທັງໝົດລ້ວນແຕ່ແມ່ນການປະກອບສ່ວນຢ່າງຕັ້ງໜ້າຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວ ເຮັດໃຫ້ພື້ນຖານໂຄງລ່າງ, ເສດຖະກິດ-ສັງຄົມເຂັ້ມແຂງ ແລະ ຂະຫຍາຍຕົວຕໍ່ເນື່ອງ, ປະກອບສ່ວນຢ່າງແຂງ ແຮງການຫັນເປັນອຸດສາຫະກຳ ແລະ ທັນສະໄໝຕາມທິດທີ່ພັກເຮົາກຳນົດໄວ້, ເຂົ້າຮ່ວມຢ່າງຕັ້ງໜ້າແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ.

ສູນກາງສະຫະພັນກຳມະບານລາວໃນຖານະເປັນອົງການຈັດຕັ້ງ ທີ່ເປັນຕົວແທນໃຫ້ແກ່ກຳມະກອນ ແລະ ຜູ້ອອກແຮງງານ ໄດ້ສຳເລັດພາລະບົດບາດ, ສິດໜ້າທີ່ຫລາຍດ້ານ, ສະຫະພັນກຳມະບານແຕ່ລະຂັ້ນ ໄດ້ເຂົ້າຮ່ວມປະກອບຄຳເຫັນຕໍ່ນິຕິກຳຕ່າງໆທີ່ພົວພັນເຖິງສິດ ແລະຜົນປະໂຫຍດອັນຊອບທຳຂອງກຳມະກອນ ແລະ ຜູ້ອອກແຮງງານ; ເອົາໃຈໃສ່ໂຄສະນາແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມູນ ເຊື້ອວັນສຳຄັນຕ່າງໆຂອງພັກ, ຊາດ, ກຳມະບານລາວ ແລະ ກຳມະກອນສາ ກົນເພື່ອກໍ່ສ້າງຖັນແຖວກຳ ມະກອນ ແລະ ຜູ້ອອກແຮງງານໃຫ້ມີນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ຮັກອາຊີບ, ມີລະບຽບວິ ໄນອອກແຮງງານ ແລະ ອື່ນໆ ເຮັດໃຫ້ໜັກແໜ້ນດ້ານການເມືອງ-ແນວຄິດ, ມີນ້ຳ ໃຈຮັກຊາດ, ຮັກລະບອບໃໝ່, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຈັນຍາບັນໃນການອອກແຮງງານ, ບຸກບືນຫ້າວຫັນຍົກລະດັບສີມືແຮງງານ, ປະຕິບັດກົດໝາຍ ແລະ ກົດລະບຽບຕ່າງໆ, ມີຫົວຄິດປະດິດສ້າງ, ສຸຂະພາບແຂງແຮງ;

ທົ່ວປະເທດມີຫົວໜ່ວຍແຮງງານພາກວິສາຫະກິດ 124,987 ແຫ່ງ, ແຮງງານທີ່ມີວຽກເຮັດງານທຳ (ແຮງງານໃນລະບົບ) ມີ 777.825 ຄົນ; ໄດ້ຊຸກຍູ້ ແລະ ນຳພາສ້າງຄວາມເຂັ້ມແຂງໃຫ້ແກ່ຫົວໜ່ວຍແຮງງານ, ສາມາດປັບປຸງ, ສ້າງຕັ້ງກຳມະບານຮາກຖານເຂົ້າສູ່ຫົວໜ່ວຍແຮງງານເອກະຊົນ ແລະ ການລົງທຶນຂອງຕ່າງປະເທດໄດ້ 491 ຮາກຖານທຽບໃສ່ປີ 2015 ເພີ່ມຂຶ້ນ 1.462 ຮາກຖານບັນລຸ 38,5%, ສະຫະພັນກຳມະບານແຕ່ລະຂັ້ນໄດ້ເຄື່ອນໄຫວປົກປ້ອງສິດ, ຜົນປະໂຫຍດອັນຊອບທຳໃຫ້ ແກ່ສະມາຊິກກຳມະກອນ, ກຳມະກອນ ແລະ ຜູ້ອອກແຮງງານ. ສິ່ງພົ້ນເດັ່ນໄດ້ເຂົ້າຮ່ວມກັບອົງການຈັດຕັ້ງຂອງພັກ-ລັດ, ອົງການ ຈັດຕັ້ງມະຫາຊົນອື່ນໆ ຄົ້ນຄວ້າປະກອບຄຳຄິດຄຳເຫັນຕໍ່ການກຳນົດແນວທາງ ແຜນນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ກົດໝາຍ, ດຳລັດ, ລະບຽບການ ແລະ ນະໂຍບາຍຕ່າງໆທີ່ພົວພັນເຖິງສິດ ແລະ ຜົນປະໂຫຍດອັນຊອບທຳ, ການເຈລະຈາຕໍ່ລອງ, ສ້າງ ສັນຍາແຮງງານລວມໝູ່ ລະຫວ່າງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ, ເຄື່ອນໄຫວໂຄສະນາຄວາມປອດໄພແຮງງານຢູ່ສະຖານ ທີ່ເຮັດວຽກ, ເຂົ້າຮ່ວມປຶກສາຫາລືກອງປະຊຸມຄະນະກຳມະການ 3 ຝ່າຍໂດຍສະເໜີຂຶ້ນຄ່າແຮງງານຂັ້ນຕ່ຳໃຫ້ຜູ້ອອກແຮງງານຄື ປີ 2009 ປັບປຸງຄ່າແຮງງານຂັ້ນຕ່ຳໃນຂົງເຂດວິສາຫະກິດຈາກ 290.000 ກີບເປັນ 348.000 ກີບ; ປີ 2011 ຈາກ 348.000 ກີບ ເປັນ 626.000 ກີບ; ປີ 2015 ຈາກ 626.000 ກີບເປັນ 900.000 ກີບ; ປີ 2018 ຂຶ້ນເປັນ 1.1000.000 ກີບ. ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງສະ ມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງນັບມື້ດີຂຶ້ນເລື້ອຍໆ, ສະຫະກຳມະບານແຕ່ລະຂັ້ນໄດ້ນຳພາສ້າງສັນຍາແຮງງານລວມໝູ່; ສ້າງສັນຍາບຸກຄົນ, ໂຄສະນາປູກຈິດສຳນຶກໃຫ້ກຳມະກອນ ແລະ ແຮງງານເຄື່ອນຍ້າຍ, ກວດສຸຂະພາບແຮງງານໃຫ້ກຳມະກອນ ຢູ່ຫົວໜ່ວຍແຮງງານ; ສ້າງສູນໃຫ້ຄຳປຶກ ສາແຮງງານເຄື່ອນຍ້າຍຢູ່ 2 ແຂວງ, ຫ້ອງການໂຄສະນາໃຫ້ຄຳປຶກສາດ້ານກົດໝາຍຢູ່ 9 ແຂວງ, ສູນຮັບຕ້ອນແຮງງານລາວເຄື່ອນຍ້າຍຢູ່ 2 ແຂວງ.
ຈາກຜົນສຳເລັດອັນໃຫຍ່ຫລວງດັ່ງກ່າວ, ພວກເຮົາພາກພູມໃຈ ທີ່ເຫັນຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ ໄດ້ເປັນເຈົ້າການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງ ທີ IX ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງຊາດຄັ້ງທີ IX, ມະຕິກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳ ມະບານລາວ ທົ່ວປະເທດຄັ້ງທີ VIII ແລະ ແຜນພັດທະນາກຳມະບານຄັ້ງທີ IV ປາກົດຜົນເປັນຈິງ.