ເຄັດລັບໃນການຫຸງເຂົ້າໃຫ້ແຊບ ແລະ ນານບູດ
ໃຫ້ທ່ານຊາວເຂົ້າບໍ່ເກີນ 3 ເທື່ອ ເພື່ອເປັນການປ້ອງກັນທີ່ຈະສູນເສຍຄຸນຄ່າທາງສານອາຫານໄປຈາກເຂົ້າ. ຫລັງຈາກນັ້ນ ກໍໃຫ້ທ່ານຢອດນຳ້ສົ້ມສາຍຊູລົງໄປໜ້ອຍໜຶ່ງ ເຫດຜົນທີ່ຈະຕ້ອງຢອດລົງໄປນັ້ນເປັນຍ້ອນວ່າຈະຊ່ວຍໃຫ້ເຂົ້າສາມາດຮັກສາໄວ້ໄດ້ດົນຂຶ້ນ ນານບູດ ແລະ ມີສີງາມເປັນຕາແຊບ, ລົດຊາດກໍຈະປ່ຽນໄປເລັກນ້ອຍ ແຕ່ມີຄວາມແຊບຂຶ້ນຕື່ມ. ໃສ່ເກືອລົງໃນໝໍ້ຫຸງເຂົ້າໜ້ອຍໜຶ່ງ, ນຳ້ມັນພືດໜ້ອຍໜຶ່ງ ພຽງແຕ່ 2 – 3 ຢອດ ຈະຊ່ວຍໃຫ້ເຂົ້າມີຄວາມອ່ອນນຸ້ມ…









