ຜົນສຳເລັດຂອງທັບນັກກິລາລາວໃນຊີເກມຄັ້ງທີ 31 ຢູ່ ສສ ຫວຽດນາມ
ເຖິງວ່າມະຫະກຳກິລາຊີເກມຄັ້ງທີ 31 ທີ່ ສສ ຫວຽດນາມ ເປັນເຈົ້າພາບ ສຳເລັດລົງມາໄດ້ຫລາຍວັນແລ້ວ, ແຕ່ພາບບັນຍາກາດແຫ່ງຄວາມຊົງຈຳຍັງສະຖິດຢູ່ໃນຈິດໃຈຂອງປະຊາຄົມອາຊຽນ ໂດຍສະ ເພາະແມ່ນປະຊາຊົນຫວຽດນາມທີ່ສາມາດຍາດໄດ້ຫລຽນຄຳຫລາຍກວ່າໝູ່ສົມກັບວ່າເປັນປະເທດເຈົ້າພາບອີຫລີ. ຄວາມຊົງຈຳ ແລະ ຄວາມພາກພູມໃຈຂອງຊາວຫວຽດນາມອາດຈະແກ່ຍາວໄປຮອດມະຫະກຳກິລາ ຊີເກມຄັ້ງທີ 32 ທີ່ປະເທດກຳປູເຈຍເປັນເຈົ້າພາບ ແລະ ຄາດວ່າຂຸນພົນນັກກີລາຫວຽດນາມອາດໄດ້ແຊ້ມບານເຕະທັງຍິງ ແລະ ຊາຍອີກເທື່ອໜຶ່ງກໍເປັນໄດ້….










