ປີໃໝ່ຂໍຢ່າໃຫ້ເປັນຄືປີເກົ່າ

ປີໃໝ່ຂໍຢ່າໃຫ້ເປັນຄືປີເກົ່າ

ໂດຍ: ທິດກໍ່າ ປີໃໝ່ ຄສ 2023 ເປັນປີທີ່ແບກຫາບ ທັງເປັນການທົດສອບຕໍ່ພາລະກິດອັນໜັກໜ່ວງຂອງຊາດໃນຫລາຍໆດ້ານ. ບັນຫາພົ້ນເດັ່ນທີ່ພວກເຮົາໄດ້ຜະເຊີນໃນປີເກົ່າ 2022 ຜ່ານມາ ກໍຄືດ້ານເສດຖະກິດ-ການເງິນທີ່ຍັງບໍ່ລົງຕົວ ທັງຕົກຕໍ່າເຕັງຄໍແກ້ໄຂບໍ່ທັນຕົກອັນທີ່ໜັກໜ່ວງກວ່າໝູ່ກໍແມ່ນບັນຫາເງິນເຟີ້, ນໍ້າມັນແພງ, ສິນຄ້າທຸກປະເພດຂຶ້ນລາຄາແບບບໍ່ຢຸດຢ່ອນ. ແຕ່ກົງກັນຂ້າມ ມາເບິ່ງດ້ານລາຍຮັບເງິນດໍ້າຄໍາເດືອນ, ຄ່າແຮງງານຂັ້ນຕໍ່າຂອງພະນັກງານ, ທະຫານ, ຕຳຫລວດ ຕະຫລອດເຖິງກໍາມະກອນແບບຫາບສາມລໍ້…

ບົດຮຽນຈາກ ຫວຽດນາມ: ເສດຖະກິດດີ ທ່າມກາງເສດຖະກິດໂລກຖົດຖອຍ

ບົດຮຽນຈາກ ຫວຽດນາມ: ເສດຖະກິດດີ ທ່າມກາງເສດຖະກິດໂລກຖົດຖອຍ

ໃນໄລຍະສອງສາມປີທີ່ຜ່ານມາທົ່ວໂລກປະເຊີນໜ້າກັບເສດຖະກິດຖົດຖອຍ, ໄພເງິນເຟີ້ ໄພວ່າງງານຢ່າງໜັກ ແຕ່ຫວຽດນາມພັດເປັນປະເທດທີ່ສາມາດຂັບເຄື່ອນເສດຖະກິດໃຫ້ເຕີບໂຕໄດ້ເຊິ່ງເປັນທີ່ໜ້າສົນໃຈວ່າ ຍ້ອນຫຍັງ? ການລະບາດຂອງພະຍາດໂຄວິດ 19 ແລະ ສົງຄາມ ໄດ້ເຮັດໃຫ້ທົ່ວໂລກພົບພໍ້ກັບບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ, ເງິນອ່ອນຄ່າ, ຄ່າຂອງຊີບສູງ, ຂາດແຄນນໍ້າມັນເຊິ່ງໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະໃນ ສປປ ລາວ ທີ່ເງິນກີບອ່ອນຄ່າຫຼາຍທີ່ສຸດເທົ່າທີ່ເຄີຍເປັນມາ. ແຕ່ຢ່າງໃດກໍຕາມຫວຽດນາມໄດ້ກາຍເປັນປະເທດທີ່ສາມາດຂັບເຄື່ອນເສດຖະກິດຂອງຕົນໃຫ້ມີຄວາມເຕີບໂຕລື່ນໜ້າລື່ນຕາປະເທດອື່ນ, ພວກເຮົາມາເບິ່ງນຳກັນວ່າຍ້ອນສາເຫດໃດແດ່….

ຄວາມເປັນມາ ການສ້າງຕັ້ງສຳນັກຂ່າວສານປະເທດລາວ

ຄວາມເປັນມາ ການສ້າງຕັ້ງສຳນັກຂ່າວສານປະເທດລາວ

ຕະຫລອດ​ໄລຍະ​​ແຫ່ງ​ການ​ຕໍ່ສູ້​ກູ້​ຊາດ​ ເພື່ອ​ປົດ​ປ່ອຍປະ​ເທດ​ອອກ​ຈາກ​ແອກ​ຄອບ​ຄອງ​ ຂອງ​ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ​ແລະ ​ໃໝ່, ພັກ​ປະຊາຊົນປະຕິວັດ​ລາວ ຍາມ​ໃດ​ກໍ​ຖື​ເອົາ​ວຽກງານ ໂຄສະນາ, ສຶກສາອົບຮົມ, ຂົນຂວາຍ ​ແລະ ປຸກ​ລະດົມ ນ້ຳ​ໃຈ​ຮັກ​ຊາດຂອງ​ປະຊາຊົນ ​ແລະ ​ເຂົ້າຮ່ວມ​ຂະ​ບວນການ ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ ຢ່າງ​ພິລະ​ອາດ​ຫານ,​ ໃນ​ນັ້ນ ໜ່ວຍງານຂ່າວສານ​ ​ເປັນໜ່ວຍງານໜຶ່ງ​ໄດ້​ຕິດ​ພັນ​ ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ການ​ເຮັດໜ້າທີ່ດັ່ງກ່າວ ນັບ​ທັງ​ການ​ບັນທຶກ​ເຫດການ​ສຳຄັນ​ຕ່າງໆ…

ສຽງເນືອງນັນເກີນກຳນົດເປັນປາກົດການຫຍໍ້ທໍ້ໜຶ່ງທີ່ເປັນບັນຫາຊໍາເຮືອມາຍາວນານ

ສຽງເນືອງນັນເກີນກຳນົດເປັນປາກົດການຫຍໍ້ທໍ້ໜຶ່ງທີ່ເປັນບັນຫາຊໍາເຮືອມາຍາວນານ

ເວົ້າເລື່ອງສຽງ ມີທັງສຽງຈາກເຄື່ອງຈັກກົນໄກ, ພາຫະນະຮັບໃຊ້ທົ່ວໄປ ທີ່ມີເຄື່ອງຈັກ ລວມທັງສຽງຈາກເຄື່ອງຂະຫຍາຍສຽງ ແລະ ສຽງສັດລ້ຽງ ທີ່ອາດຈະກະທົບຕໍ່ການດໍາລົງຊີວິດປະຈໍາວັນຂອງບຸກຄົນ, ກຸ່ມຄົນໃນຍາມປົກກະຕິ ຫລື ເກີດຂຶ້ນບາງເທື່ອບາງຍາມທີ່ລົບກວນເວລາຫລັບນອນ. ໃນບົດນີ້ຂໍຍົກປະເດັນບັນຫາສຽງເນືອງນັນຈາກສະຖານທີ່ບໍລິການທີ່ຕິດຕັ້ງເຄື່ອງຂະຫຍາຍສຽງສ້າງຄວາມມ່ວນຊື່ນ, ການຕັ້ງວົງຊຸມແຊວການກຳນົດເວລາ ແລະ ອື່ນໆ ຊຶ່ງຜ່ານມາກໍຄືປັດຈຸບັນ ກາຍເປັນບັນຫາໃຫ້ໄດ້ຖົກຖຽງ ຈົ່ມວ່າກັນເປັນໄລຍະ. ຜ່ານມານະຄອນຫລວງວຽງຈັນ ໄດ້ອອກລະບຽບການຄວບຄຸມສຽງເນືອງນັນປະເພດຕ່າງໆທີ່ອາດຈະເປັນປາກົດການຫຍໍ້ທໍ້ທາງສັງຄົມ…

ປີເກົ່າຜ່ານພົ້ນໄປ ຜົນງານເພິ່ງພໍໃຈຫລາຍ ປີໃໝ່ມາຂໍໃຫ້ເປັນປີເງິນປີທອງຂອງທຸກໆຄົນ

ປີເກົ່າຜ່ານພົ້ນໄປ ຜົນງານເພິ່ງພໍໃຈຫລາຍ ປີໃໝ່ມາຂໍໃຫ້ເປັນປີເງິນປີທອງຂອງທຸກໆຄົນ

ປີເກົ່າ 2022 ໄດ້ຜ່ານພົ້ນໄປ ປີໃໝ່ສາກົນ 2023 ໄດ້ໝູນວຽນມາບັນຈົບຄົບຮອບທົດແທນປີເກົ່າຕາມກົດເກນວັດຕະຈັກຂອງໂລກ. ໃນປີເກົ່າ ຫລືວ່າ ປີ ພສ 2022 ຜ່ານມາ, ສປປ ລາວ ຂອງພວກເຮົາຍັງຄົງເດີນໜ້າໃນການສ້າງສາພັດທະນາປະເທດຊາດພາຍໃຕ້ການນຳພາຂອງພັກ ແລະ ລັດຖະບານບົນເສັ້ນທາງແຫ່ງຄວາມມຸ່ງຫວັງຂອງຊາດ ແລະ ປະຊາຊົນລາວບັນດາເຜົ່າຢ່າງຮອບດ້ານ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍມະຕິຄັ້ງທີ…

ການຊື້-ຈອງປີ້ລົດໄຟລາວ-ຈີນ ຍັງຫຍຸ້ງຍາກ ຂະນະທີ່ມີຄົນຈຳນວນໜຶ່ງຖືກໂກງເງິນຈາກການຈອງປີ້ອອນລາຍ

ການຊື້-ຈອງປີ້ລົດໄຟລາວ-ຈີນ ຍັງຫຍຸ້ງຍາກ ຂະນະທີ່ມີຄົນຈຳນວນໜຶ່ງຖືກໂກງເງິນຈາກການຈອງປີ້ອອນລາຍ

ປັດຈຸບັນ, ລົດໄຟຄວາມໄວສູງ ລາວ-ຈີນ ກາຍເປັນທີ່ນິຍົມຊົມຊອບໃນການເດີນທາງໄປພາກເໜືອຂອງປະຊາຊົນລາວ ແລະ ນັກທ່ອງທ່ຽວຕ່າງປະເທດ ໂດຍສະເພາະນັກທ່ອງທ່ຽວໄທທີ່ເປັນປະເທດເພື່ອນບ້ານໃກ້ຄຽງ ເຊິ່ງໃນໄລຍະສົ່ງທ້າຍປີເກົ່າ 2022 ຕ້ອນຮັບປີໃໝ່ 2023 ປະຊາຊົນໄດ້ພາກັນເດີນທາງກັບບ້ານເກີດເມືອງນອນ ແລະ ໄປທ່ຽວພັກຜ່ອນຕາມແຫລ່ງທ່ອງທ່ຽວດັ່ງເມືອງວັງວຽງແຂວງວຽງຈັນ ແລະ ແຂວງຫລວງພະບາງ. ແນວໃດກໍດີເຖິງວ່າການເດີນທາງດ້ວຍລົດໄຟຄວາມໄວສູງ ລາວ-ຈີນ ສະດວກສະບາຍແລະ ວ່ອງໄວ,…

ຄວາມຫວັງຂອງປະຊາຊົນ ນຳນາຍົກຄົນໃໝ່!​ ໃນທ່າມກາງສະພາບບັນຫາຫຍຸ້ງຍາກນານາປະການ

ຄວາມຫວັງຂອງປະຊາຊົນ ນຳນາຍົກຄົນໃໝ່!​ ໃນທ່າມກາງສະພາບບັນຫາຫຍຸ້ງຍາກນານາປະການ

ປະຊາຊົນລາວໄດ້ມີນາຍົກຜູ້ໃໝ່ ໃນທ່າມກາງເສດຖະກິດຂອງປະເທດຕົກຢູ່ໃນສະຖານະການຫຍຸ້ງຍາກ ແຕ່ພວກເຮົາມີຄວາມຫວັງວ່າ ທ່ານນາຍົກຜູ້ໃໝ່ຈະທຸ່ມເທຄວາມຮູ້ຄວາມສາມາດ ແກ້ໄຂບັນຫາຕ່າງໆຂອງປະເທດຊາດ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.                           …

ເງິນເດືອນພະນັກງານ ບໍ່ແມ່ນແນວຕິດໜີ້ ລັດຖະມົນຕີກະຊວງການເງິນຮັບປະກັນບໍ່ໃຫ້ຄ້າງແນ່ນອນ

ເງິນເດືອນພະນັກງານ ບໍ່ແມ່ນແນວຕິດໜີ້ ລັດຖະມົນຕີກະຊວງການເງິນຮັບປະກັນບໍ່ໃຫ້ຄ້າງແນ່ນອນ

ຄວາມກັງວົນຕໍ່ເງິນເດືອນພະນັກງງານ ແລະ ຄ່າຄອງຊີບໄດ້ເພີ່ມທະວີຂຶ້ນ ເມື່ອຄ່າເງິນກີບນັບມື້ນັບອ່ອນຄ່າ, ເງິນເດືອນພະນັກງານບໍ່ສາມາດຈູນເຈືອຄ່າໃຊ້ຈ່າຍປະຈຳວັນໄດ້ ສ້າງຄວາມເດືອດຮ້ອນທົ່ວສັງຄົມ ກາຍເປັນຫົວຂໍ້ໜຶ່ງທີ່ບັນດາສະມາຊິກສະພາ ແລະລັດຖະບານໄດ້ປຶກສາຫາລືກັນຢ່າງເຄັ່ງຮ້ອນ ໃນກອງປະຊຸມ ສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດຊຸດ IX ໃນເດືອນທັນວາ 2023. ຄວາມສົມເຫດສົມຜົນຂອງເງິນເດືອນພະນັກງານນັ້ນໄດ້ເປັນເລື່ອງຖົກຖຽງມາໂດຍຕະຫຼອດ ຍ້ອນທັງໄດ້ໜ້ອຍ ແລະບໍ່ໄດ້ເປັນປົກກະຕິ ເຊິ່ງພວກເຮົາລຶ້ງເຄີຍກັບສະພາບແບບນີ້ມາຕັ້ງເທົ່າໃດປີແລ້ວ ແຕ່ບໍ່ໄດ້ຮັບການແກ້ໄຂ…

ຄວາມເບື່ອໜ່າຍ ອາດນໍາໄປສູ່ຄວາມຄິດທີ່ສ້າງສັນໃໝ່ໆໄດ້

ຄວາມເບື່ອໜ່າຍ ອາດນໍາໄປສູ່ຄວາມຄິດທີ່ສ້າງສັນໃໝ່ໆໄດ້

ເຊື່ອວ່າຫລາຍໆຄົນໃນປັດຈຸບັນສິ່ງທໍາອິດທີ່ຈະເຮັດຫລັງຈາກຕື່ນນອນ ແມ່ນການຈັບໂທລະສັບຂຶ້ນມາເພື່ອເຂົ້າໄປໃນໂລກອອນລາຍແນ່ນອນ ແລະ ເລື່ອງແບບນີ້ ຖ້າບໍ່ລົບກວນໃຜມັນກໍບໍ່ແມ່ນເລື່ອງທີ່ຜິດ . ລ້າສຸດນີ້ໄດ້ມີການວິໄຈທີ່ອອກມາບອກວ່າ ການຫລິ້ນ Social Media ທຸກເທື່ອທີ່ເບື່ອມັນກໍອາດຈະເຮັດໃຫ້ເຮົາພາດຫລາຍສິ່ງຫລາຍຢ່າງໄດ້ເຊັ່ນກັນ, ເພາະມັນເຮັດໃຫ້ເຮົາພາດຄວາມເບື່ອທີ່ເອີ້ນວ່າ “Profound boredom” ນັ້ນເອງ . ນັກວິທະຍາສາດຈາກມະຫາວິທະຍາໄລບາດ (University of Bath)…

ຢາກເຫັນນັກເຕະທີມຊາດລາວ ພັດທະນາກ້າວໄປຄືປະເທດເພື່ອນບ້ານ ບໍ່ເຖິງຂັ້ນບານໂລກ

ຢາກເຫັນນັກເຕະທີມຊາດລາວ ພັດທະນາກ້າວໄປຄືປະເທດເພື່ອນບ້ານ ບໍ່ເຖິງຂັ້ນບານໂລກ

ກິລາບານເຕະ ເປັນກິລາທີ່ໄດ້ຮັບຄວາມນິຍົມຢ່າງກວ້າງຂວາງທົ່ວໂລກ ເຊິ່ງລາວເຮົາໄດ້ສ້າງນັກກິລາມາຫລາຍຊຸດທີມຊາດ ເພື່ອໄປແຂ່ງຂັນຢູ່ເປັນໄລຍະບໍ່ຂາດສາຍ ເປັນຕົ້ນແມ່ນກິລາຊີເກມ, ກິລາບານເຕະຊີງແຊ້ມອາຊຽນ ມີທັງຮຸ່ນໃຫຍ່ ແລະ ຮຸ່ນນ້ອຍ ເຊິ່ງຮຸ່ນ ບໍ່ເກີນ 19 ປີ ສ້າງປະຫວັດສາດໃຫ້ລາວເຂົ້າເຖິງຮອບຮອງຊະນະເລີດ ຍ້ອນມີໂຄດດີຈາກເຢຍລະມັນ ສ່ວນວ່າທີມຊາດຊຸດໃຫຍ່ແມ່ນບໍ່ສາມາດເຮັດໄດ້ສໍ່າຊຸດນ້ອຍ ເຮັດໃຫ້ຫລາຍຄົນມອງວ່າ ການພັດທະນາປະເທດຊາດ ແລະ ເສດຖະກິດອາດມີສ່ວນຫລືບໍ່…