ປີໃໝ່ຂໍຢ່າໃຫ້ເປັນຄືປີເກົ່າ

ໂດຍ: ທິດກໍ່າ
ປີໃໝ່ ຄສ 2023 ເປັນປີທີ່ແບກຫາບ ທັງເປັນການທົດສອບຕໍ່ພາລະກິດອັນໜັກໜ່ວງຂອງຊາດໃນຫລາຍໆດ້ານ. ບັນຫາພົ້ນເດັ່ນທີ່ພວກເຮົາໄດ້ຜະເຊີນໃນປີເກົ່າ 2022 ຜ່ານມາ ກໍຄືດ້ານເສດຖະກິດ-ການເງິນທີ່ຍັງບໍ່ລົງຕົວ ທັງຕົກຕໍ່າເຕັງຄໍແກ້ໄຂບໍ່ທັນຕົກອັນທີ່ໜັກໜ່ວງກວ່າໝູ່ກໍແມ່ນບັນຫາເງິນເຟີ້, ນໍ້າມັນແພງ, ສິນຄ້າທຸກປະເພດຂຶ້ນລາຄາແບບບໍ່ຢຸດຢ່ອນ. ແຕ່ກົງກັນຂ້າມ ມາເບິ່ງດ້ານລາຍຮັບເງິນດໍ້າຄໍາເດືອນ, ຄ່າແຮງງານຂັ້ນຕໍ່າຂອງພະນັກງານ, ທະຫານ, ຕຳຫລວດ ຕະຫລອດເຖິງກໍາມະກອນແບບຫາບສາມລໍ້ ແລະ ປະຊາຊົນຜູ້ມີລາຍຮັບຕໍ່າກໍຍິ່ງມີຜົນກະທົບແບບໜີບໍ່ມົ້ມກົ້ມບໍ່ຫວິດ.
ຈາກສະພາບດັ່ງກ່າວ ຖ້າພວກເຮົາພ້ອມກັນມາຄົ້ນຄວ້າວິໄຈເບິ່ງກໍເຫັນວ່າມັນມາຈາກຫລາຍປັດໄຈ ເປັນຕົ້ນອັນທີໜຶ່ງແມ່ນຜົນກະທົບຈາກໂຄວິດ-19 ເຊິ່ງໄດ້ແກ່ຍາວມາເປັນເວລາສອງສາມປີ ເຮັດໃຫ້ລະບົບເສດຖະກິດຂອງຊາດຢຸດສະງັກຫລຸດຖອຍ ຫລາຍຂະແໜງການຜະລິດຖືກອັດປະຕູຕີໄລຍ້ອນຢ້ານເຊື້ອພະຍາດໂຄວິດ-19 ມາສັງເວີຍເອົາຊີວິດກ່ອນເວລາອັນບໍ່ທັນສົມຄວນລາຈາກໂລກ. ອັນສອງມາກໍແມ່ນຜົນກະທົບຈາກສະພາບເສດຖະກິດຂອງໂລກມີການຜັນຜວນປ່ຽນແປງຢ່າງໜັກໜ່ວງ, ຊໍ້າບໍ່ໜໍາພັດເກີດສົງຄາມຕາມມາລະຫວ່າງຣັດເຊຍກັບອູແກຣນ ເຊິ່ງຍັງແກ່ຍາວຮອດປັດຈຸບັນແບບບໍ່ມີກຳນົດ. ຈາກຄວາມຂັດແຍ່ງດັ່ງກ່າວ ໄດ້ເກີດບັນຫາການຍາດແຍ່ງຜົນປະໂຫຍດລະຫວ່າງພວກຫົວໂຈກມະຫາອຳນາດທີ່ເຫັນແຕ່ຜົນປະໂຫຍດແຕ່ຝ່າຍດຽວ ຈົນມີຜົນກະທົບໄປທົ່ວໂລກ. ບັນຫາອັນໂດດເດັ່ນທີ່ສຸດກໍແມ່ນເລື່ອງນໍ້າມັນ. ສ່ວນປັດໄຈອັນທີສາມທີ່ເປັນຂອດຕັດສິນກວ່າໝູ່ກໍແມ່ນໃນປະຫວັດສາດຫລາຍໆປີຜ່ານມາ ປະເທດລາວຄົນລາວເຮົາບໍ່ທັນມີການຜະລິດສິນຄ້າທີ່ເຂັ້ມແຂງ ເພື່ອລ້ຽງປາກລ້ຽງທ້ອງ, ກຸ້ມຕົນເອງເພິ່ງຕົນເອງທາງເສດຖະກິດ ເພາະຜ່ານມາອາໄສຊື້ແຕ່ຂອງໝູ່ກັບການຊ່ວຍເຫລືອຂອງຕ່າງປະເທດໃນຫລາຍດ້ານ ເມື່ອມີບັນຫາ ຫລື ວິກິດເກີດຂຶ້ນກໍເຮັດໃຫ້ລະບົບເສດຖະກິດຂອງຊາດຂາດການສົມດູນ ຍ້ອນຄົນໃນຊາດບໍ່ທັນເປັນເຈົ້າຕົນເອງໃນການຜະລິດ ເພື່ອສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ໄປຄຽງຄູ່ກັນນັ້ນ ຍັງເກີດມີການສໍ້ລາດບັງຫລວງໃນຖັນແຖວພະນັກງານຂອງລັດຢ່າງກວ້າງຂວາງຍາວນານຈົນເຮັດໃຫ້ລະບົບເສດຖະກິດຂອງຊາດຂາດຄວາມສະຖຽນລະພາບໝັ້ນຄົງ.
ແຕ່ແນວໃດກໍຕາມ, ຄາດວ່າໃນປີ 2023 ເສດຖະກິດ-ການເງິນຂອງລາວເຮົາຈະຫວນກັບມາມີສະຖຽນລະພາບທີ່ດີຂຶ້ນ ຍ້ອນວ່າໂຄວິດ-19 ກໍມະຫັບມະຫາຍໄປຈາກສັງຄົມລາວຫລາຍແລ້ວ. ປະເທດເຮົາກໍໄດ້ເປີດປະເທດມາແຕ່ເດືອນພຶດສະພາ 2022, ການໄປມາກໍເລີ່ມສູ່ສະພາບປົກກະຕິແລ້ວ, ການທ່ອງທ່ຽວກໍເລີ່ມມີບັນຍາກາດໃໝ່, ການຜະລິດທຸລະກິດ ແລະ ການບໍລິການໃນທຸກຂະແໜງການກໍເລີ່ມມີປັດໄຈໃໝ່. ພ້ອມນີ້ໃນປີໃໝ່ພວກເຮົາກໍໄດ້ນາຍົກຄົນໃໝ່ ຄາດວ່າທຸກສິ່ງຢ່າງຈະບໍ່ໃຫ້ປະຊາຊົນລາວຜິດຫວັງ. ອັນສຳຄັນກ່ອນອື່ນໝົດເງິນກີບຂໍໃຫ້ຫວນກັບມາແຂງຄ່າ, ສິນຄ້າທຸກປະເພດກໍໃຫ້ລາຄາຖືກລົງນັບມື້. ປີ 2023 ຂໍຢ່າໃຫ້ເປັນຄືປີເກົ່າ ເວົ້າອັນໃດກໍຂໍໃຫ້ມີຜົນສັກສິດ ຂໍຢ່າໃຫ້ເປັນທິດສະດີນໍ້າເຕົ່າເປົ່າດັງໄກ.
