ປູກໄມ້ຍັງມີປະສິດທິຜົນໜ້ອຍ

​     ​ເພື່ອນ​ຜູ້​ອ່ານ​ທີ່​ຮັກ​ແພງ, ​ໂດຍ​ລິງ​ເຫັນ​ຄວາມ​ສຳຄັນ​ຂອງ​ປ່າ​ໄມ້, ນັບ​ແຕ່​ປີ 1980, ພັກ ​ແລະ ລັດຖະບານ​ເຮົາ​ໄດ້​ກຳນົດ​ເອົາ​ວັນ​ທີ 1 ມິຖຸນາ ຂອງ​ທຸກໆ​ປີ ​ເປັນ​ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ ​ແລະ ນັບ​ແຕ່​ນັ້ນມາ ຂະ​ບວນປູກ​ໄມ້​ຢູ່​ປະ​ເທດ​ເຮົາ​ກໍ​ນັບ​ມື້ຂະຫຍາຍຕົວ​ກວ້າງຂວາງ ​ແລະ ມາ​ຮອດ​ປັດຈຸບັນ ທົ່ວ​ປະ​ເທດ​ສາມາດ​ປູກ​ໄມ້​ໄດ້​ແລ້ວ​ປະມານ 4-5 ​ແສນ​ເຮັກຕາ…

ຊົກບໍ່ສົມສັກສີກໍ່ຕ້ອງລົງຈາກສັງວຽນ

ໂດຍ: ທິດ​ກໍ່າ ຫວ່າງທິດຫລັງ​ມາ​ນີ້, ທິດ​ກໍ່າ​​ເຫັນ​ແຫລ່ງຂ່າວ​ໃນ​ສື່​ວ່າທາງ​ນະຄອນຫລວງເຮົາ​ໄດ້​ປະຕິ​ຮູບ​ລະບົບການຈັດຕັ້ງໃນ​ຖັນ​ແຖວ​ຂະ​ແໜງ​ການ​ເງິນຢ່າງຈິງ​ຈັງ ​ແລະ ​​ເດັດຂາດ​​. ການ​ປັບປຸງຄັ້ງ​​ນີ້​ແມ່ນ​ນັບ​ແຕ່​ຂັ້ນ​ພະ​ແນ​ກການ​ເງິນລົງ​ໄປ​ຮອດ​ບັນດາ​ຫ້ອງການ, ໜ່ວຍ​ງານ ​ແລະ​ ຂະແໜງ​ການ​ຂັ້ນ​ເມືອງທີ່​ຂຶ້ນ​ກັບພະແນກຕາມ​ສາຍ​ຕັ້ງ. ກ່ຽວ​ກັບ​ຮູບການ​ປັບປຸງ​ນີ້​ກໍ​ແມ່ນ​ສັບ​ປ່ຽນ​ຕໍາ​ແໜ່​ງເອົາ​ຜູ້​ເກົ່າ​ອອກເອົາ​ຜູ້​ໃໝ່​ຂຶ້ນແທນ​ ຫລື ​ຖ້າ​ຈະ​ປຽບທຽບ​​ໃສ່​ກໍ​ແມ່ນຜູ້​ໃດ​ຫາກ​ເຫັນ​ວ່າ​ໄດ້​ຄອງ​ຕໍາແໜ່​ງມາຫລາຍ​ປີ​​ແດ່​ເບິ່ງຜົນງານ​ບໍ່​ໄປ​ບໍ່​ມາ, ບໍ່​ສົມ​ນ້ຳ​ສົມ​ຕ່ອນກໍຕ້ອງ​ໄດ້​ສັບ​ປ່ຽນ​ປຽບ​ເໝືອນ​ກັບນັກ​ມວຍ ໃນ​ເມື່ອ​ຂຶ້ນສັງວຽນໄປ​ແລ້ວຊົກ​ບໍ່ສົມ​ສັກ​ສີກໍຈໍາ​ເປັນ​ຕ້ອງເຊີນ​ເພິ່ນ​ລົງ​ສັງວຽນ ​ເພາະ​ຖ້າ​ປະປ່ອຍ​ໃຫ້​ເພິ່ນ​ຊົກ​ຕໍ່​​ໄປກໍ​ຢ້ານມວນ​ຊົນ​ເຂົາຈະ​ພາກັນ​ເຫ່ ທັງເສຍໜ້າ​ເສຍ​ຕາ ​ແລະ ​ເສຍ​ສັກ​ສີຂອງ​ການ​ເປັນ​ນັກ​ມວຍຮຸ້ນ​ອາຊີບ. ຕາມ​ທິດ​ກໍ່າຄິດ​,…

ອາກາດຮ້ອນແຮງ, ເວົ້າຕື່ມເລື່ອງຄວາມປອດໄພຂອງອາຫານ

     ​ເພື່ອນ​ຜູ້​ອ່ານ​ທີ່​ຮັກ​ແພງ, ປັດຈຸບັນ​ສະພາບ​ອາກາດ​ຢູ່​ປະ​ເທດ​ເຮົາ​ເປັນ​ຊ່ວງ​ໄລຍະ​ຮ້ອນ​ອົບ​ເອົ້າຫລາຍ ອັນ​ເປັນສາ​ເຫດ​ຕົ້ນຕໍ​ເຮັດ​ໃຫ້​ອາຫານ​ບູດ​ເໜົ່າ​ໄດ້​ງ່າຍ ຖ້າ​ເຮົາ​ເກັບ​ຮັກສາ​ບໍ່​ດີ ​ແລະ ອາດ​ສົ່ງ​ຜົນ​ກະທົບ​ຕໍ່​ຜູ້​ບໍລິ​ໂພ​ກຢ່າງ​ໜ້າ​ເປັນ​ຫ່ວງ ຖ້າ​ພວກ​ເຮົາ​ຂາດ​ສະຕິ​ໃນ​ການ​ເລືອກ​ຊື້​ເລືອກ​ຫາ ​ແລະ ​ເລືອກ​ຮັບ​ປະທານ​ອາຫານ​ເຫລົ່ານັ້ນ ​ເພາະ​ເບິ່ງ​ຄື​ວ່າ​ຂະ​ແໜງ​ກ່ຽວຂ້ອງ ​ໂດຍ​ສະ​ເພາະ​ແມ່ນ​ກົມ​ອາຫານ ​ແລະ ຢາ​ຈະ​ບໍ່​ຄ່ອຍ​ສົນ​ໃຈ​ຕໍ່​ການ​ຄຸ້ມ​ຄອງ​ກວດກາ​ເຖິງ​ຄວາມ​ປອດ​ໄພ​ຂອງ​ອາຫານ​ພໍ​ເທົ່າ​ໃດ, ​ເມື່ອ​ພວກ​ເຮົາ​ລົງ​ໄປ​ຕະຫລາດ ພວກ​ທ່ານ​ກໍ​ຈະ​ສັງ​ເກດ​ເຫັນ​ຜູ້​ຂາຍ​ອາຫານ​ສຸກ ຫລື ຮ້ານ​ອາຫານ​ແຄມ​ທາງ​ຕ່າງໆ​ເຫລົ່ານັ້ນຈະ​ບໍ່​ສົນ​ໃຈ​ໃນ​ການ​ປົກ​ປິດ ຫລື ການ​ເກັບ​ມ້ຽນ​ອາຫານ​ໄວ້​ບ່ອນ​ປອດ​ໄພ,…

ເສີມສ້າງຖານລາຍຮັບໃຫ້ໝັ້ນຄົງໜັກແໜ້ນ

ໂດຍ: ກ້ອງສ່ອງ ອິດສະຫລະ ​ເວົ້າ​ເຖິງ​ການ​ເສີມ​ສ້າງ​ຖານ​ລາຍ​ຮັບ​ໃຫ້​ໝັ້ນຄົງ​ໜັກ​ແໜ້ນ​ກວ້າງ​ຂວາງ​ແມ່ນໜຶ່ງ​ໃນ 14 ທິດ​ທາງ​ແຜນການແຫ່ງ​ການ​ກ້າວ​ເດີນ​ ແລະ ​ບຸກທະລຸໃນຕໍ່ໜ້າທີ່ທ່ານນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ​​ໄດ້​ລາຍ​ງານ​ຕໍ່​ກອງ​ປະຊຸມ​ສະພາ. ເປົ້າ​ໝາຍ​ກໍ​​ເພື່ອ​ເຮັດ​ໃຫ້​ປະ​ເທດ​ຊາດ​ເຮົາຮັ່ງມີເຂັ້ມ​ແຂງ ​ແລະ ​ພັດທະນາ​ກ້າວ​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ເພື່ອ​ບັນລຸຄາດໝາຍ​ດັ່ງກ່າວມີ​ແຕ່ພ້ອມ​ກັນ​​ເສີມ​ສ້າງ​ຖານ​ລາຍ​ຮັບ​​ແຫ່ງ​ຊາດໃຫ້​ໝັ້ນຄົງກວ້າງ​ຂວາງໜັກ​ແໜ້ນ ​ແລະ ​ໃຫ້ອຸດົມ​ຮັ່ງ​ມີ, ເຫລືອ​ກິນເຫລືອ​ໃຊ້.​ ບົດຮຽນ​ຂອງບັນດາ​ປະ​ເທດ​ອື່ນທີ່​​ເພິ່ນ​ຮັ່ງມີ​ເຂັ້ມ​ແຂງ ​ແລະ…

11 ຂໍ້ຄົງຄ້າງທີ່ພວກເຮົາຕ້ອງໄດ້ບຸກບືນແກ້ໄຂ

ໂດຍ: ທິດ​ກໍ່າ ດັ່ງ​ທ່ານນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ​ລາຍ​ງານ​ຕໍ່​ກອງ​ປະຊຸມສະໄໝ​ສາມັນ ​ເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 8 ກ່ຽວ​ກັບ​ການ​ປະຕິບັດ​ແຜນ​ວຽກ​ຈຸດ​ສຸມ​ໃນ​ໄລຍະ 6 ​ເດືອນຜ່າ​ນມາ​ວ່າ: ນອກຈາກ​ມີ​ຜົນ​ສໍາ​ເລັດ​ໃນຫລາຍ​ວຽກ​ງານສໍາຄັນ​ແລ້ວກໍ​ຍັງ​ມີຫລາຍ​ບັນຫາທີ່​ລັດຖະບານ​ຕ້ອງ​ໄດ້​ບຸກບືນ ​ແລະ ​ຜ່ານ​ຜ່າ​ແກ້​ໄຂ​ເຊັ່ນ: ອັນ​ທີ​ໜຶ່ງ: ເສດຖະກິດ​ມະຫາ​ພາກ​ຍັງ​ມີ​ຄວາມ​ບອບ​ບາງ, ການ​ຂາດດູນ​ລະຫວ່າງ​ລາຍ​ຮັບ​ກັບ​ລາຍ​ຈ່າຍງົບປະມານຍັງ​ບໍ່​ທັນ​ໄດ້​ຕາມ​ຄາດໝາຍ ​ເຊິ່ງຜ່ານ​ການ​ຕີ​ລາຄາການ​ປະຕິບັດ​ງົບປະມານ​ງວດ…

ທິດທາງກ້າວເດີນຂອງລັດຖະບານໃນຕໍ່ໜ້າ

ໂດຍ: ກ້ອງສ່ອງ ອິດສະຫລະ ຕາມ​ທີ່ທ່ານນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ລາຍ​ງານ​ຕໍ່​ກອງ​ປະຊຸມ​ສະພາ​ໃນ​ມື້​ ວັນ​ທີ 25 ​ເມສາ​ຜ່ານ​ມາ​ວ່າ: ຍັງ​ຈະ​ສືບ​ຕໍ່ຜັນ​ຂະຫຍາຍມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 10 ຂອງ​ພັກ ​ແລະ ຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 8 ທີ່ສະພາ​ແຫ່ງ​ຊາດ​ຮັບຮອງ, ​​ສະ​ເພາະກໍ​ແມ່ນ​ການຈັດ​ຕັ້ງ​ປະຕິບັດມະຕິ​ສະບັບ​ເລກທີ…

ນະຄອນຫລວງວຽງຈັນແກ້ບໍ່ຕົກ ສະພາບຂາຍເຄື່ອງແຄມທາງ

     ສະບາຍດີ​ເພື່ອນ​ຜູ້​ອ່ານ​ທີ່​ຮັກ​ແພງ, ບໍ່​ຮູ້​ວ່າ​ແມ່ນ​ຍ້ອນ​ເລື່ອງ​ໃດ ​ແລະ ​ເງື່ອນ​ໄຂ​ຫຍັງ, ນະຄອນຫລວງ​ວຽງ​ຈັນ​ຈຶ່ງ​ບໍ່​ສາມາດ​ແກ້​ໄຂ​ສະພາບ​ການ​ນຳ​ໃຊ້​ເສັ້ນທາງ​ຍ່າງ​ເປັນ​ບ່ອນ​ຂາຍ​ເຄື່ອງ ​ແລະ ດຳ​ເນີນ​ການ​ປະກອບ​ການ​ຕ່າງໆ​ຢູ່​ຫລາຍ​ຕົວ​ເມືອງ ອັນ​ເປັນສາ​ເຫດ​ຕົ້ນຕໍ​ໜຶ່ງ​ເຮັດ​ໃຫ້ການ​ສັນຈອນ​ໄປມາ​ໃນ​ບໍລິ​ເວນ​ດັ່ງກ່າວ​ແອ​ອັດ ​ແລະ ຂາດ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ. ດັ່ງ​ເສັ້ນທາງ​ບໍລິ​ເວນ​ຕະຫລາດ​ເຊົ້າ​ເບື້ອງຂົວ​ດິນ, ​ເຂດ​ເສັ້ນທາງ​ຄູ​ວຽງ, ​ເຂດ​ຕະຫລາດ​ບ້ານ​ໂພນ​ຕ້ອງ​ຈອມ​ມະນີ ​ແລະ ຫລາຍ​ແຫ່ງ​ອື່ນໆ​ອີກ ​ແລະ ສະພາບ​ແບບ​ນີ້​ກໍ​ເປັນ​ຊ້ຳ​​ເຮື້ອມາ​ແຕ່​ດົນ​ແລ້ວ. ຖ້າ​ໄລ່​ໃສ່​ອາຍຸ​ຜູ້​ເປັນ​ເຈົ້າຄອງ​ກໍ​ມີ​ການ​ປ່ຽນ​ແປງ​ມາ​ຫລາຍ​ສະ​ໄໝ, ​ແຕ່​ສະພາບ​ດັ່ງກ່າວ​ກໍ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ແຕ່​ຢ່າງ​ໃດ….

ເບິ່ງວິທີການເພື່ອຫລຸດຜ່ອນ ການສູບຢາຢູ່ບາງປະເທດ

      ທຸກໆ​ປີ​ເມື່ອ​ຮອດ​ມື້ປິດ​ທ້າຍ​ຂອງ​ເດືອນ​ພຶດສະພາ, ​ໂລກ​ທັງ​ໂລກ​ກໍ​ພາກັນ​ເຄື່ອນ​ໄຫວ​ສ້າງ​ຈິດ​ສຳນຶກ​ໃຫ້​ທົ່ວ​ສັງຄົມ​ຊາບ​ເຖິງ​ໄພ​ອັນຕະລາຍ​ຮ້າຍ​ແຮງ​ຂອງ​ຢາສູບ​ທີ່​ກະທົບ​ຕໍ່​ສຸຂະພາບ, ສັງຄົມ ​ແລະ ​ເສດຖະກິດ. ​ເພື່ອ​ຮ່ວມ​ລະນຶກ​ວັນ​ສາກົນ​ຕ້ານ​ການ​ສູບຢາ (31 ພຶດສະພາ) ​ໄວ້​ແຕ່​ເນີ້​ນໆ, ຜູ້​ຂຽນ​ຂໍ​ສະ​ເໜີ​ບາງ​ບົດຮຽນ ກໍ​ຄື​ມາດ​ຕະການ​ຂອງ​ບາງ​ປະ​ເທດ​ໃນ​ການ​ຫລຸດຜ່ອນ ຫລື ​ເກືອດ​ຫ້າມ​ສູບຢາ​ດັ່ງ​ຕໍ່​ໄປ​ນີ້: ທີ່​ປະ​ເທດ​ອິນ​ເດຍ, ຂ່າວ​ໃນຕົ້ນ​ເດືອນ​ມີນາ​ປີ 2016 ​ໃຫ້​ຮູ້​ວ່າ: ທາງ​ການ​ອິນ​ເດຍ​ໄດ້​ກຳນົດ​ແຜນ​ປັບ​ຂຶ້ນອາຍຸ​ຂອງ​ຜູ້​ທີ່​ຊື້ຢາສູບ​ຈາກ 18…

ລະດູຝົນກ້າວເຂົ້າມາແລ້ວ ຈົ່ງເອົາໃຈໃສ່ອະນາໄມຕະຄອງຮ່ອງນ້ຳໃຫ້ດີ

     ສະບາຍດີ ​ເພື່ອນ​ຜູ້​ອ່ານ, ພວກ​ເຮົາ​ມາ​ພົບ​ກັນ​ອີກ ​ເຊິ່ງລະດູຝົນ​ກໍ​ພວມ​ຄືບ​ໜ້າ​ເຂົ້າມາ​ທຸກ​ຂະນະ​ແລ້ວ, ບັນຫາ​ທີ່​ພວກ​ເຮົາ​ຈະ​ໄດ້​ພ້ອມ​ກັນ​ເອົາ​ໃຈ​ໃສ່​ນັ້ນກໍ​ແມ່ນ​ການ​ອະນາ​ໄມ​ເສັ້ນທາງ, ຕະຄອງ​ຮ່ອງນ້ຳ​ໃນ​ຕົວ​ເມືອງ​ໃຫ້​ດີ ​ເພື່ອ​ຫລີກ​ເວັ້ນສະພາບ​ນ້ຳອັ່ງ​ຂັງ​. ດັ່ງ​ບົດຮຽນ​ໄດ້​ພິສູດ​ໃຫ້​ເຫັນ​ມາ​ແລ້ວ ​ເມື່ອ​ຮອດ​ຍາມ​ຝົນຕົກ​ລົງ​ມາ ຢູ່​ຕາມ​ຕົວ​ເມືອງ​ໃຫຍ່​ຕ່າງໆ ດັ່ງ​ນະຄອນຫລວງ​ວຽງ​ຈັນ​ມັກ​ຈະ​ປະສົບ​ບັນຫາ​ເລື່ອງ​ນ້ຳອັ່ງ​ຂັງ​ຕາມ​ເສັ້ນທາງ​ຫລວງ ​ແລະ ​ເຮືອນ​ຊານ​ໃນ​ເຂດ​ພື້ນທີ່​ຕໍ່າ​ຕ່າງໆ, ສາ​ເຫດ​ຕົ້ນຕໍ​ແມ່ນ​ເນື່ອງ​ມາ​ຈາກ​ຮ່ອງນ້ຳອຸດ​ຕັນ ຍ້ອນ​ຂາດ​ການ​ຮັກສາ​ອະນາ​ໄມ ​ແລະ ອີກ​ອັນ​ໜຶ່ງ​ແມ່ນ​ມາ​ຈາກ​ການ​ຖົມ​ດິນ ​ເພື່ອ​ການ​ກໍ່ສ້າງ​ຕ່າງໆ ​ເຮັດ​ໃຫ້​ພື້ນທີ່​ໂລ່ງ​ໃນ​ຕົວ​ເມືອງ​ນັບ​ມື້ຄັບ​ແຄບ​ເຂົ້າ,…

ບົດຮຽນການປາບປາມຢາເສບຕິດ: ຈາກ ໂກລົມບີ ເຖິງ ຟີລິບປິນ

ບົດຮຽນການປາບປາມຢາເສບຕິດ: ຈາກ ໂກລົມບີ ເຖິງ ຟີລິບປິນ

ໂດຍ: ມຶກບໍ່ແຫ້ງ “ຢາເສບຕິດ ແມ່ນກ່ຽວພັນກັບ ຄວາມໝັ້ນຄົງຂອງປະເທດ ແຕ່ວ່າ ເຮັດສົງຄາມຕ້ານ ຢາເສບຕິດ ບໍ່ສາມາດຊະນະໄດ້ດ້ວຍກຳລັງປະກອບອາວຸດ; ການນຳໃຊ້ກຳລັງທະຫານ ແລະ ຕຳຫຼວດເພື່ອປາບປາມຢາເສບຕິດນັ້ນ ນອກເໜືອຈາກຈະເປັນການເສຍເງິນໄປໂດຍເປົ່າປະໂຫຍດແລ້ວຍັງເຮັດໃຫ້ບັນຫາຮ້າຍແຮງລົງໄປຕຶ່ມ” ນີ້ແມ່ນຂໍ້ຄວາມສຳຄັນຈາກທ່ານ ເຊຊາ ກາວີເຣຍ (Cesar Gaviria) ອາດີດປະທານາທິບໍດີ ປະເທດໂກລົມບີ…